--- ງາມທາດປວກ ເມືອງ ຄອບ, ປະນົມນ້ອມພະທາດມັດຄໍາ ເມືອງ ເງິນ, ແສນເພີດເພີນພະທາດຊຽງລົມ ເມືອງ ຊຽງຮ່ອນ, ອອນຊອນ ບຸນບັ້ງໄຟ ເມືອງ ປາກລາຍ, ງາມເຫຼືອຫຼາຍ ສາວດອກຝ້າຍຈັນ ເມືອງ ແກ່ນທ້າວ, ຫວານນໍ້າໝາກພ້າວ ເມືອງ ບໍ່ແຕນ, ແດນພູເຂົາຊ້າງ ເມືອງ ຫົງສາ, ເມືອງທົ່ງຮວງເຂົ້າກົ່ງ ເມືອງ ພຽງ, ສຽງຂັບລໍາລ່ອງຮຸ່ງ ເມືອງ ໄຊຍະບູລີ ---

ຍິນດີຕ້ອນຮັບສູ່

ເວັບໄຊທາງການ ແຂວງ ໄຊຍະບູລີ

ການລົງທຶນ

ການທ່ອງທ່ຽວ

ແຜນງານຄຸ້ມຄອງທີ່ດິນ GIZ

ກ່າວຮັບຕ້ອນໂດຍເຈົ້າແຂວງ

ສະບາຍດີທ່ານຜູ້ອ່ານ ທີ່ນັບຖື ແລະ ຮັກແພງ.

ແຂວງໄຊຍະບູລີ ມີຄວາມປິຕິຍິນດີເປັນຢ່າງຍິ່່ງ ແລະ ຂໍສົ່ງຂ່າວມາຍັງ ບັນດາທ່ານນັກອ່ານ, ນັກຮຽນຮູ້, ລວມເຖິງຜູ້ສະແຫວງຫາຂໍ້ມູນທາງເວັບໄຊ ຊາບວ່າ: ແຂວງໄຊຍະບູລີ ໄດ້ເປີດນໍາໃຊູ້ເວັບໄຊຂອງແຂວງ ຢ່າງເປັນທາງການ.

ໃນໂອກາດອັນສະຫງ່າລາສີນີີ້ ຂ້າພະເຈົ້າຕາງໜ້າອົງການປົກຄອງແຂວງຂໍຖືເປັນກຽດ ແຈູ້ງຂ່າວມາຍັງບັນດາທ່ານ ຜູ້ທີ່ຊົມໃຊູ້ບໍລິການຂໍ້ມູນ-ຂ່າວສານ ທາງອິນເຕີເນັດ ເພື່ອຊາບເນື້ອໃນຈິດໃຈ ຄວາມສໍາຄັນຂອງເວັບໄຊແຂວງໄຊຍະບູລີ, ທັງນີ້ ກໍໍ່ເພື່ອແນໃສ່ໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ຕະຫຼອດຮອດປະຊາຊົນ, ພໍໍ່ຄ້າ-ຊາວຄ້າຂາຍ ນັກຮຽນຮູ້, ປັນຍາຊົນ ແລະ ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີຄວາມສົນໃຈ ສຶກສາຂໍ້ມູນກ່ຽວກັບແຂວງໄຊຍະບູລີ ໄດ້ຮັບຮູ້ ແລະ ເຂົ້າເຖິງແຫຼ່ງຂໍ້ມູນ, ອີກດ້ານໜຶ່ງ ກໍ່ເພື່ອເປັນການໂຄສະນາດຶງດູດ ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ນັບມື້ໃຫ້ມີທ່າຂະຫຍາຍຕົວຫຼາຍຂື້ນ, ດ້ວຍເຫດຜົນດັ່ງກ່າວມາຂ້າງເທີງນັ້ນ ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ມາຍັງທຸກພາກສ່ວນ ທີ່ໃຫ້ການຊ່ວຍເຫຼືອອຸູ້ມຊູ ແຂວງໄຊຍະບູລີ ໂດຍດີຕະຫຼອດມາ.

ທ້າຍນີ້ ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າບັນດາທ່ານຜູ້ອ່ານ ຈະນໍາໃຊ້ຂໍ້ມູນຈາກເວັບໄຊນີ້ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ໃຫ້ມີປະສິດທິຜົນ ແລະ ມີສ່ວນຮ່ວມໃນການພັດທະນາເວັບໄຊ ທາງການນີ້ໃຫ້ກ້າວໜ້າ ຢ່າງບໍ່ຢຸດຢັ້ງ.

ກ່ຽວກັບ ແຂວງ ໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂວງອຸດົມໄຊ ມາຍັງແຂວງຫລວງພະບາງ ຈາກຫລວງພະບາງ ແມ່ນ້ຳຂອງໄຫລ ຕໍ່ໄປຍັງແຂວງໄຊຍະບູລີ ແຂວງທີ່ອາດຈະບໍ່ໂດດເດັ່ນໃນເລື່ອງການທ່ອງທ່ຽວຫລາຍເທົ່າໃດ ຖ້າທຽບກັບເມືອງຫລວງພະບາງ ແລະ ນະຄອນວຽງຈັນ ແຕ່ໃນອະນາຄົດອາດໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຫາກຖະໜົນທີ່ເຊື່ອມຕໍ່ແຂວງນ່ານ ເຂົ້າສູ່ແຂວງໄຊຍະບຸລີຕັດຜ່ານໄປຍັງຫລວງພະບາງ ໄຊຍະບູລີ ເມືອງແຫ່ງປ່າໄມ້ທີ່ອຸດົມສົມບູນ ແລະ ທຳມະຊາດອັນສວຍງາມ ຕັ້ງຢູ່ເທິງພູເຂົາ ແລະ ທົ່ງພຽງ ມີເຂດແດນຕິດກັບໄທຍາວ 647 ກິໂລແມັດ.

ຮູບພາບການເຄື່ອນໄຫວ