ຈໍານວນຜູ້ເຂົ້າຊົມເວັບໄຊ

97941
ມື້ນີ້ມື້ນີ້63
ມື້ວານນີ້ມື້ວານນີ້261
ອາທິດນີ້ອາທິດນີ້1894
ເດືອນນີ້ເດືອນນີ້3629
ລວມທັງໝົດລວມທັງໝົດ97941

ມີ 36  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ເຂົ້າສູ່ລະບົບ

ເມືອງຫົງສາ

1: ວັດສີບຸນເຮືອງ: ຕັ້ງຢູ່ຫ່າງໄກສຳນັກເມືອງປະມານ 300 ແມັດ ໄປຕາມເສັ້ນທາງຫຼວງ ອອກສູ່ແມ່ ນໍ້າຂອງ ລະຫວ່າງກາງບ້ານ ສີບຸນເຮືອງຕາມປະຫວັດບອກເລົ່າວ່າໄດ້ສ້າງຂື້ນໃນປີ ພ.ສ 2112 ຄ.ສ 1569 ພາຍຫຼັງຕັ້ງບ້ານ ສີບຸນເຮືອງ ໂດຍແມ່ນເຈົ້າຟ້າພະສົມພູ ເປັນຜູ້ນຳພາສ້າງ. ນັບແຕ່ນັ້ນມາ ຊາວເມືອງຫົງສາ ກໍ່ໄດ້ປົກປັກຮັກສາ ປະຕິສັງຂອນ ແລະ ຖືເອົາວັດນີ້ເປັນບ່ອນສັກກະລາບູຊາ ເຮັດບຸນທຳທານ ພິທີກຳຕ່າງໆທາງສາສະໜາຕະຫຼອດມາເຖີງປະຈຸບັນນີ້. 2: ວັດສີມຸງຄຸນ: ຕັ້ງຢູ່ທິດເໜືອຂອງສຳນັກເມືອງໄປຕາມເສັ້ນທາງອອກສູ່ເມືອງເງິນ ຕັ້ງຢູ່ ຫົວບ້ານສີມຸງຄຸນ ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ວ່າ ໃນເມື່ອກ່ອນມີນາຍພານບ້ານ ທາດເນີ້ງມາເລາະຍິງສັດເລີຍພົບເຫັນ ພຸດທະສິມມາເກົ່າແກ່ນີ້ ແລະ ມີຕົວໜັງສືຕິດໄວ້ວ່າ ວັດສີມຸງຄຸນ(ອັງວະ) ແລ້ວກໍ່ພາກັນ ມາຕັ້ງບ້ານຢູ່ ພ້ອມກັນປົວແປງໂດຍແມ່ນ ເຈົ້າຟ້າອ້າຍຂອງເຈົ້າພະສົມພູ ນໍາພາຕັ້ງອາດແມ່ນປີດຽວກັນກັບບ້ານ ສີບຸນເຮືອງຄື: ພ.ສ 2112 ຄ,ສ 1569. 3: ຈຸດຊົມວິວໄຟຟ້າຫົງສາ: ແມ່ນຕັ້ງຢູ່ບ້ານເມືອງຫານ ເທິງພູທາງເຂົ້າໂຄງການໄຟຟ້າພະລັງງານ ຄວາມຮ້ອນຫົງສາ ເຊີ່ງເປັນຈຸດຊົມວິວເບີ່ງໂຄງການກໍ່ສ້າງໄຟຟ້າຫົງສາ. 4: ພູທາດຫຼັກເມືອງ: ທາດໜ່ວຍນີ້ໄດ້ປະດິດສະຖານຢູ່ເທິງພູໜ່ວຍໜຶ່ງເອີ້ນວ່າ(ໂຄກແດງ) ຕັ້ງຢູ່ຫ່າງຈາກເທດສະບານເມືອງປະມານ 500 ແມັດ ເສັ້ນທາງອອກໄປສູ່ນໍ້າຂອງພະທາດໜ່ວຍນີ້ໄດ້ສ້າງຂຶ້ນລຸນຫຼັງການສ້າງບ້ານ ສີບຸນເຮືອງໄດ້ປະມານ 2-3 ປີຄື: ພ.ສ 2115 ຄ,ສ 1572 ປະມານ 400 ກວ່າປີ, ຊາວເມືອງຫົງສາຖືເອົາພະທາດນີ້ເປັນປູສະນິຍະສະຖານມິ່ງບ້ານມິ່ງເມືອງ ແລະ ເຄົາລົບບູຊາເວລາບ້ານເມືອງບໍ່ຢູ່ເຢັນເປັນສຸກ, ປະສົບໄພພິບັດຕ່າງໆ ຫຼື ຈະອອກຈາກບ້ານຈາກເມືອງເປັນເວລາເຫິງນານປະຊາຊົນເຄີຍມາກາບໄຫວ້ວິ້ງວອນໄຫ້ພະທາດຈົ່ງປົກປ້ອງຄຸ້ມຄອງໃຫ້ຢູ່ເຢັນເປັນສຸກດິນຟ້າອາກາດຈົ່ງຊຸມຊື່ນສະດວກແກ່ການຜະລິດ, ຮອດບຸນກຸດສົງການແຕ່ລະປີປະຊາຊົນໄດ້ມາຫົດສົງຈົນກາຍເປັນປະເພນີສືບຕໍ່ກັນມາເຖີງປະຈຸບັນ. (ໃນປີ ພ.ສ 2500 ແລະ 2537 ໄດ້ປະຕິສັງຂອນຄືນໃໝ່ໃຫ້ຈົບງານ). 5: ພະທານມ່ານ: ຕັ້ງຢູ່ຫົວບ້ານທາດເຂດເມືອງຫານ ຫ່າງຈາກເທດສະບານເມືອງໄປທາງທິດຕາເວັນຕົກ ປະມານ 6 Km ຕາມການເລົ່າຂອງຄົນບູຮານວ່າ ທາດໜ່ວຍນີ້ໄດ້ສ້າງຂຶ້ນສະໄໝປະເທດລາວ ເປັນຫົວເມືອງຂຶ້ນຂອງພະມ້າ, ເວລາພະມ້າຖືກເຈົ້າໄຊຍະເສດຖາທິລາດປາບ ແລະ ຍອມພ່າຍແພ້ ສົງຄາມໃນປີ 1566 ເວລານັ້ນກໍ່ພາກັນເອົາປູນຢູ່ຖັງຂ້ຽວໝາກໃຜມັນມາກໍ່ທາດລູກນີ້ໄວ້ເປັນອານຸສອນ ແລ້ວກໍ່ກັບຄືນສູ້ປະເທດ, ຕໍ່ມາກໍ່ມີອ້າຍຫໍາພາລູກຫຼານມາແຕ່ບ້ານນາຍາວ ແຂວງໄຊຍະບູລີມາຕັ້ງບ້ານຢູ່ບ້ານດອນ (ບ້ານເກົ່າ)ແລ້ວກໍ່ພາກັນໄປເລາະຕັດຫວາຍເລີຍໄປພົບເຫັນທາດລູກນີ້ມີລັກສະນະຊຸດໂຊມແຕ່ບໍ່ໄດ້ພົບໜັງສືຫຍັງ. ຈາກນັ້ນ ກໍ່ມີແສນຫັດສະດີມາຈາກນໍ້າປາດ ແລະ ເພຍຈາງວາງ ຈາກທ່າບູພາລູກຫຼານມາຊອກບ່ອນຢູ່ ອ້າຍຫໍາ ເລີຍບອກວ່າຢູ່ລ່ອງປ່າຫວາຍມີທາດລູກໜຶ່ງ ແສນຫັດສະດີ ຈຶ່ງນໍາພາລູກຫຼານມາຕັ້ງບ້ານໃສ່ພ້ອມທັງກັບປົວແປງແລ້ວຕັ້ງ ຊື່ບ້ານທາດນັບແຕ່ນັ້ນມາ.( ບ້ານເມືອງຫານໃນປະຈຸບັນນີ້). ປີ 1993 ໄດ້ສ້ອມແປງຕີນທາດຄືນໃໝ່. 6: ຕາດອິນແຕ້ມ: ຕັ້ງຢູ່ນໍ້າຂາມ ເຊີ່ງໄຫຼອອກຈາກພູໜອງຊ້າງຕິດກັບພູໜອງຈຽງ. ໃນເມື່ອກ່ອນມີປະຊາຊົນເຜົ່າລາວເທິງອາໃສຢູ່ພູກໍາພ້າໃກ້ໆກັບຕາດນັ້ນ, ບ່ອນຕາດດັ່ງກ່າວເປັນທ່າອາບຂອງຊາວບ້ານພູກໍາພ້າ, ມື້ໜຶ່ງນາງອິນແຕ້ມ ອາຍຸປະມານ 16 ປີ ລົງໄປອາບນໍ້າ ເລີຍຫາຍຕົວໄປ ຍ້ອນສາເຫດໃດບໍ່ຮູ້, ເມື່ອດົນສົມຄວນບໍ່ເຫັນນາງກັບມາ ພໍ່ແມ່ພີ່ນ້ອງກໍ່ພາກັນຕາມມາເຫັນແຕ່ເຄື່ອງປະໄວ້ແຄມນໍ້າ ປະຊາຊົນບ້ານນີ້ກໍ່ພາກັນຢ້ານກົວ ເລີຍຍ້າຍບ້ານມາຢູ່ພູໝາກລໍາຈົນເຖີງປະຈຸບັນ, ນັບແຕ່ນັ້ນມາຄົນທັງຫຼາຍກໍ່ພາກັນເອີ້ນຕາດອິນແຕ້ມ. 7: ກ້ອນຊ່ວາງ: ຕາມນິທານເຈົ້າຫູດແຕ່ບໍ່ມີເອກະສານຢັ້ງຢືນໄດ້ຍິນຄົນເຖົ້າເລົ່າສູ່ຟັງວ່າ: ເຈົ້າຫູດເປັນລູກພະມະຫາກະສັດ ນະຄອນຊຽງທອງ ຖືກພໍ່ເນລະເທດ ແລ້ວກໍ່ຂຶ້ນມາທາງເໜືອເພື່ອເລືອກບ່ອນຢູ່ເຈົ້າຫູດໄດ້ຄ້ອງສັດສິດໜ່ວຍໜຶ່ງນໍາລີງ, ເມື່ອໄດ້ຄ້ອງສັກສິດແລ້ວກໍ່ຄິດວ່າຈະໄປຕີເອົານໍ້າຂອງອອກຈາກພໍ່ເພື່ອໃຫ້ນໍ້າຂອງມາບ່ອນຕົນສ້າງເມືອງ. ໄດ້ເວລາແລ້ວ ກໍ່ຂຶ້ນໄປກ້ອນຫີນໃຫຍ່ນີ້ອະທິຖານແລ້ວກໍ່ຈັບຄ້ອງຂຶ້ນມາກຳລັງຍົກແຂນຂື້ນຈະຕີຂ້ອນຄ້ອງເລີຍລຸດມື ເມື່ອບໍ່ມີຂ້ອນແລ້ວ ກໍ່ຄິດວ່າຈະບໍ່ສັກສິດຫຍັງກໍ່ເລີຍຈັບຄ້ອງແກ່ວງຖິ້ມມາຕົກໃສ່ໜອງຄ້ອງເຂດບ້ານນາສ້ານ ແລະ ຮ້ອງຂື້ນວ່າຊ່ວງມົກຊ່ວງ ໃຈສາເຢີ. ແຕ່ນັ້ນມາກໍ່ເອີ້ນວ່າກ້ອນຊ່ວາງ, ສ່ວນບ່ອນຄ້ອງຕົກກໍ່ເປັນໜອງໃຫຍ່ນໍ້າບໍ່ແຫ້ງຕະຫຼອດປີ.ຊາວເມືອງຫົງສາ ເອີ້ນວ່າ ສັນໜອງຄ້ອງເຖີງປະຈຸບັນ. 8: ຕາດຄຳແສນ: ຫ້ວຍຄຳແສນຕັ້ງຢູ່ລະຫວ່າງກາງບ້ານ ທ່າຊ່ວງ ແລະ ບ້ານ ທ່ານຸ່ນ ຫ້ວຍຄຳແສນເກີດມາໄດ້ຍິນພໍ່ແມ່ເຖົ້າແກ່ເອີ້ນວ່າ ຫ້ວຍຄຳແສນລະຫວ່າງ 30 ປີຄືນຫຼັງໄດ້ມີອາຈານສີລິ ປະຊາຊົນເຂດໃຕ້ຂອງລາວໄດ້ນໍາຕໍາລາຕານ 7 ຍອມ ມາເຖີງບ້ານທ່ານຸ່ນສືບຂ່າວມາວ່າ ຫ້ວຍຄຳແສນຢູ່ໃສ່? ເຂດນີ້ມີບໍ່? ແລະ ຢູ່ບ່ອນໃດ? ລຸງຊຽງສົມໄວໜຸ່ມບ້ານທ່ານຸ່ນເລີຍສົນໃຈ ແລະ ໄດ້ເຈາະຈີ້ມຖາມອາຈານສີລິ, ອາຈານສີລິຕອບວ່າ ຢູ່ໃນຕາດນັ້ນມີຄຳແສນໜຶ່ງ ວ່າແລ້ວທັງສອງກໍ່ພາກັນໄປ ເບີ່ງຕົວຈິງ. ເມື່ອເຂົ້າໄປໃນຖໍ້າຕາດພັກທີໜຶ່ງ, ພັກທີສອງ ແລະ ພັກທີສາມ ມີໄຫສາມໜ່ວຍມີຝາອັດຢ່າງດີ ແຕ່ເປັນຫີນລັກສະນະຄືໄຫ ສົງໃສວ່າຄຳອາດຈະຢູ່ໃນນັ້ນແຕ່ປະຈຸບັນຈະຍັງ ຫຼື ບໍ່ນັ້ນບໍ່ຊາບເພາະໄດ້ເຂົ້າເບີ່ງແຕ່ເທື່ອດຽວນັ້ນ. 9: ວັງພະ: ຕັ້ງຢູ່ບ້ານນາແກ່ນຄຳ: ຕາມການບອກເລົ່າແມ່ນມີພະຂີ່ຄັງຢູ່ໃນຖໍ້າຕັ້ງແຕ່ປີ 1975 ເປັນພະເກົ່າແກ່ຂອງຄົນບູຮານເຊີ່ງມີທັງພະຂີ້ຂັງ ແລະ ພະທີເຮັດດ້ວຍໄມ້ມີທັງໝົດ 48 ອົງ. 10: ຮອງຮອຍພູວຽງ: ຕາມປະຫວັດສາດບອກວ່າ ຮອງຮອຍພູວຽງເກີດຂຶ້ນໃນສະໄໝເຈົ້າຫູດປົກຄອງເມືອງເຫຼືອກໃນສັດຕະວັດທີ 13 ເຈົ້າຫູດແມ່ນລູກຂອງກະສັດເມືອງຊຽງທອງ ໄດ້ຖືກພໍ່ແມ່ເນລະເທດ ອອກຈາກເມືອງດ້ວຍສາເຫດໃດບໍ່ຮູ້, ແຕ່ໃນນິທານໄດ້ກ່າວວ່າ: ຍ້ອນຮ່າງກາຍເປັນຕຸ່ມ ເປັນຕູດຄືກັບໝາກຂີ້ຫູດ ບໍ່ສົມຄວນເປັນລູກກະສັດພະຍາເມືອງຈຶ່ງໄດ້ຂັບໄລ່ລູກຊາຍອອກຈາກເມືອງ, ຫຼັງຈາກນັ້ນ ເຈົ້າຫູດຈຶ່ງໄດ້ນຳພາປະຊາຊົນຈຳນວນໜຶ່ງຂຶ້ນມາທາງເໜືອ ອອກທ່າເຮືອເມືອງເຫຼືອກ(ທ່າຊ່ວງ)ມາຕັ້ງບ້ານເຮືອນຢູ່ແຄມນໍ້າແຫ່ງໜຶງຊື່ວ່າ ແຄມນໍ້າແກນດົງບ້ານເກົ່າ ເອີ້ນຊື່ບ້ານວ່າ ບ້ານທາດເນີດ ແລະ ບ້ານປຸງຫຍ້າ ໄດ້ຫຼາຍປີເປັນຕົ້ນມາ, ຈາກນັ້ນ ເຈົ້າຫູດໄດ້ນຳພາປະຊາຊົນຂຸດຮ່ອງເພື່ອສ້າງເປັນກຳແພງເມືອງຂື້ນແລ້ວຕັ້ງຊື່ວ່າ: ເມືອງເຫຼືອກ ໃນເມື່ອເຈົ້າຫູດເສຍຊີວິດ ຮ່ອງຮອຍດັ່ງກ່າວບໍ່ໄດ້ຮັບການປົກປັກຮັກສາຈຶ່ງຊຸດໂຊມ, ຍັງເຫຼືອພຽງບາງຈຸດ, ແຕ່ນັ້ນປະຊາຊົນຈື່ງເອີ້ນວ່າ ຮ່ອງຮອຍ (ຄູພູວຽງ) ມາເຖີງປະຈຸບັນ. 11. ຫໍພິພິທະພັນເມືອງ: ເປັນບ່ອນວາງສະແດງວັດຖຸບູຮານອັນເກົ່າແກ່ ແລະ ເປັນບ່ອນຮຽນຮູ້ທາງປະຫວັດສາດ, ວັດທະນະທຳ ແລະ ວິຖີການດຳລົງ ຊີວິດຂອງຄົນລາວບັນດາເຜົ່າອີກດ້ວຍ.  

ບຸນພະເວດ

ແຜນທີ ແຂວງໄຊຍະບູລີ

ດ້ານວັດທະນະທຳ

ແຫຼ່ງທ່ອງທ່ຽວ

ເອກະລັກຂອງແຂວງ