ແຂວງ ໄຊຍະບູລີ ກຽມເຮັດທົດລອງ ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ
ໃນຕອນບ່າຍຂອງວັນທີ 26 ກັນຍາ 2018 ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ, ໂດຍການເປັນປະທານຂອງ ທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີບັນດາ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີຫົວໜ້າປກຊ-ປກສ, ມີຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນວາລະດໍາເນີນກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການເຜີຍແຜ່ການຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງຄະນະປະຈໍາພັກແຂວງ ແລະ ແນະນໍາວິທີການເຮັດທົດລອງ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍໄດ້ກໍານົດເອົາ ບ້ານ ນໍ້າປຸຍ ເມືອງ ພຽງ, ແຂວງ ໄຊຍະບູລີ ເປັນບ້ານເຮັດທົດລອງ, ຮັບຟັງຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ, ຜ່ານຮ່າງດໍາລັດ ສະບັບເລກທີ 348/ລບ, ລົງວັນທີ 16 ພະຈິກ 2017
ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີມາຮອດປະຈຸບັນແມ່ນມີຄວາມຄືບໜ້າແລ້ວ 97 %
ຕອນບ່າຍວັນທີ 19 ກັນຍາ 2018 ນີ້, ທ່ານ ປອ ສອນທະນູ ທໍາມະວົງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດ - ສັງຄົມແຫ່ງຊາດ ພ້ອມຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ຕິດຕາມການເຄື່ອນໄຫວໂດຍ ທ່ານ ປອສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນໍາຂອງແຂວງ, ຢູ່ທີ່ຫ້ອງປະຊຸມ ບໍລິສັດ ໄຊຍະບູລີພາວເວີຈຳກັດ.
ກ່ອນອື່ນໄດ້ຮັບຟັງການລາຍງານໂດຍຫຍໍ້ ການກໍ່ສ້າງເຂື່ອນ ຈາກທ່ານ ອານຸພາບ ວົງລະຄອນ ຮອງຜູ້ຈັດການບໍລິສັດໄຊຍະບູລີພາວເວີ ທ່ານໄດ້ກ່າວວ່າ: ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີມາຮອດປະຈຸບັນແມ່ນມີຄວາມຄືບໜ້າແລ້ວ 97 %, ເຊິ່ງໄດ້ເລີ່ມລົງມືແຕ່ປີ 2012 ແລະ ຄາດວ່າຈະໄດ້ເລີ່ມທົດລອງຜະລິດກະແສໄຟຟ້າ ໜ່ວຍທໍາອິດໃນທ້າຍເດືອນຕຸລາ ປີ 2018 ແລະ ຈະເປີດທໍາການຜະລິດໃນທ້າຍປີ 2019 ໂຄງການໄຟຟ້າ ພະລັງງານນໍ້າ ໄຊຍະບູລີ ມີລັກສະນະເປັນເຂື່ອນນໍ້າໄຫຼ ໂດຍສະເລ່ຍການໄຫຼຂອງນໍ້າແມ່ນ 400 ແມັດກ້ອນ ຕໍ່ວິນາທີ , ມີຄວາມສູງ 28,5 ແມັດ, ຄວາມກວ້າງຂອງສັນເຂື່ອນ 820 ແມັດ;
ທ່ານ ປອ ສອນທະນູ ທໍາມະວົງ ລົງຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ບ້ານໃຫຍ່ພັດທະນານາຫຼາ
ຕອນບ່າຍວັນທີ 19 ກັນຍາ 2018 ນີ້, ສະຫາຍ ປອ ສອນທະນູ ທໍາມະວົງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດ - ສັງຄົມແຫ່ງຊາດ ແລະ ສະຫາຍ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ 3 ສ້າງ ຢູ່ບ້ານໃຫຍ່ພັດທະນາ - ນາຫຼາ ເມືອງໄຊຍະບູລີ ເພື່ອຊີ້ນໍາຄະນະພັກ - ອໍານາດການປົກຄອງບ້ານ ທາບທາມຄໍາເຫັນໃສ່ຮ່າງມະຕິ ວ່າດ້ວຍການປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ.
ໂອກາດດັ່ງກ່າວ, ສະຫາຍ ຫີນເພັດ ຄູນຄໍາແກ້ວ ເລຂາຄະນະພັກຮາກຖານ, ນາຍບ້ານໆນາຫຼາ ໄດ້ຂື້ນລາຍງານສະພາບການເຄື່ອນໄຫວ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃຫ້ຮູ້ວ່າ: ໃນວັນທີ 11 ພະຈິກ 2012 ອໍານາດການປົກຄອງ ໄດ້ໂຮມເອົາ 4 ບ້ານ ເຂົ້າກັນເປັນບ້ານໃຫຍ່ພັດທະນານາຫຼາ ຄື: ບ້ານນາຫຼາ, ນາຄູນ, ນາທ່ອນ ແລະ ນາແລ້ງນ້ອຍ ມີ 802 ຄອບຄົວ, ມີ 70 ໜ່ວຍຄຸ້ມຄອງ, ມີພົນລະເມືອງ 4.000 ກວ່າຄົນ, ຍິງ 2.000 ກວ່າຄົນ.
ສະຫາຍພວງເພັດ ສິງຫາລາດ ມອບຈັກປິ່ນເຕີໃຫ້ກອງພັນ 412
ໃນຕອນແລງຂອງວັນທີ່ 18 ກັນຍາ 2018 ນີ້, ສະຫາຍ ພວງເພັດ ສິງຫາລາດ ສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ປະທານບໍລິສັດພວງເພັດກໍ່ສ້າງເຄຫາສະຖານກຳກັດ ໄດ້ນຳເອົາຈັກປິ່ນເຕີ 1 ຊຸດ ມູນຄ່າ 2.500.000 ກີບ ມາມອບໃຫ້ກອງພັນ 412 ທະຫານແຂວງໄຊຍະບູລີ ຕາງໜ້າກ່າວມອບໂດຍແມ່ນ ສະຫາຍ ພວງເພັດ ສິງຫາລາດ ກ່າວຮັບໂດຍແມ່ນ ສະຫາຍ ພັ.ທ ສີຮັກ ເພັດທອງໄລ ຫົວໜ້າການທະຫານ ກອງພັນ 412 ທະຫານແຂວງໄຊຍະບູລີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັ.ອ ຄຳໝັ້ນ ວັນນະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ ແລະ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພັ.ທ ສີຮັກ ເພັດທອງໄລ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງາ-ນັກຮົບ ພາຍໃນກົມກອງ ສະແດງຄວາມຂອບອົກຂອບໃຈມາຍັງ ສະຫາຍ ພວງເພັດ ສິງຫາລາດ ທີ່ໄດ້ເປັນຮ່ວງເປັນໄຍຕໍ່ກັບກຳລັງປະກອບອາວຸດທອງຖິ່ນແຂວງໄຊຍະບູລີ ຈິ່ງໄດ້ໃຫ້ການອູ້ມຊູຊ່ວຍເຫຼືອ ດ້ວຍວັດຖຸປັດໃຈຕ່າງໆ ເຂົ້າໃນວຽກງານຮັບໃຊ້ຫ້ອງການຂອງກົມກອງໃນຄັ້ງນີ້ ແລະ ສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວ ໄປໝູນໃຊ້ເຂົ້າໃນການເຮັດວຽກເອກະສານຂອງກົມກອງ ໃຫ້ທ່ວງທັນກັບຄວາມຮຽກຮ້ອງຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.
ຂ່າວ + ພາບ ບົວລິວັນ ໂສພາ
ທ່ານ ຮອງເຈົ້າ ແຂວງ ໄຊຍະບູລີ ຕ້ອນຮັບ ຜູ້ອໍານວຍການໃຫຍ່ທະນາຄານ ພັດທະນາລາວ
ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປອ ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ ທະນາຄານ ພັດທະນາລາວ ພ້ອມດ້ວຍຄະນະ, ໃນຕອນບ່າຍຂອງວັນທີ 19 ກັນຍາ 2018 ທີ່ຫ້ອງຮັບແຂກຫ້ອງວ່າການແຂວງໄຊຍະບູລີ. ກ່ອນອື່ນ ທ່ານ ປອ ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ ທະນາຄານ ພັດທະນາລາວ ໄດ້ສະແດງຄວາມຂອບໃຈຕໍ່ການນຳຂອງແຂວງ ໄຊຍະບູລີທີ່ໃຫ້ການຕ້ອນຮັບທີມງານຢ່າງອົບອຸ່ນ, ພ້ອມດຽວກັນກໍ່ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງທະນາຄານ, ເວົ້າລວມ, ເວົ້າສະເພາະແມ່ນ ທະນາຄານ ພັດທະນາລາວ ສາຂາ ແຂວງ ໄຊຍະບູລີ, ເຊິ່ງໄລຍະຜ່ານມາທາງທະນາຄານແມ່ນໄດ້ສຸມໃສ່ໃນການໂຄສະນາ ແລະ ປ່ອຍສິນເຊື່ອໃຫ້ລູກຄ້າ ເປັນຕົ້ນແມ່ນ: ນັກທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ພ້ອມດຽວກັນ ທ່ານຍັງໄດ້ຂອບໃຈຕໍ່ການນໍາຂອງແຂວງທີ່ໄດ້ໃຫ້ການຊ່ວຍເຫຼືອໃນການແກ້ໄຂບັນຫາຕ່າງໆຊ່ວຍທະນາຄານເຊັ່ນ: ບັນຫາໜີ້ສິນທີ່ລູກຄ້າຄ້າງຄາ, ພ້ອມທັງຝາກຝັງຫົວໜ້າທະນາຄານຄົນໃໝ່ໃນການຊີ້ນໍາ-ນໍາພາວຽກງານຂອງທະນາຄານໃຫ້ປະກົດຜົນສໍາເລັດເປັນກ້າວໆ,
ບົດຄວາມອື່ນ ໆ...
- ແຂວງ ໄຊຍະບູລີ ທາບທາມຄໍາເຫັນໃສ່ຮ່າງມະຕິ ວ່າດ້ວຍການປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານ ທົ່ວປະເທດ
- ກອງປະຊຸມເຜີຍແຜ່ ຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອານຸລັກຊັບພະຍາກອນທໍາມະຊາດທີ່ເປັນຢາ
- ກອງປະຊຸມໃຫ່ຍຄັ້ງທີ I ຂອງຮາກຖານສະຫະພັນແມ່ຍິງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊຍະບູລີ
- ແຂວງໄຊຍະບູລີ ເຜີຍແຜ່ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະຖານ ການຊຸກຍູ້ເສດຖະກິດ