ໃນຕອນເຊົ້າຂອງ ວັນທີ 7 ກໍລະກົດ 2022 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທະນາຍຄວາມ ສະບັບປັບປຸງ ໂດຍການເປັນປະທານ ຂອງ ທ່ານ ສົມລິດ ອອ່ນຕາ ຮອງຫົວໜ້າພະແນກຍຸຕິທໍາແຂວງ ຜູ້ຊີ້ນໍາວຽກງານກົດໝາຍ ຊຶ່ງມີຜູ້ເຂົ້າຮ່ວມ ຈາກສະພາປະຊາຊົນແຂວງ, ຫ້ອງວ່າການແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ກອງບັນຊາການປກສ ແຂວງ, ທະນາຍຄວາມປະຈໍາແຂວງ, ພ້ອມດ້ວຍພະນັກງານຂອງພະແນກຍຸຕິທໍາແຂວງ ເຂົ້າຮ່ວມ ທັງໝົດ 25 ທ່ານ ໃນນີ້ມີ ຍິງ 7 ທ່ານ.
ຊຶ່ງໃນພິທີ ທ່ານ ສົມລິດ ອອ່ນຕາ ຮອງຫົວໜ້າພະແນກຍຸຕິທໍາ ປະທານກອງປະຊຸມ ໄດ້ສະເໜີຈຸດປະສົງຂອງການຈັດກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍທະນາຍຄວາມ, ໂດຍອີງຕາມ ແຈ້ງການແນະນໍາ ຂອງຫົວໜ້າຫ້ອງການ ກະຊວງຍຸຕິທໍາ ສະບັບເລກທີ 892/ກຍ. ຫກ, ລົງວັນທີ 22 ມິຖຸນາ 2022 ເພື່ອໃຫ້ຈັດການທາບທາບ ປະກອບຄໍາເຫັນ ໃນລະດັບການນໍາແຂວງ ຕາມຄໍາຖາມເຈາະຈີ້ມ. ທ່ານ ຍັງໄດ້ຍົກໃຫ້ເຫັນ ສະພາບ ແລະ ບັນຫາ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະນາຍຄວາມຜ່ານມາ ແລະ ສະເໜີເຫດຜົນ ຄວາມຈໍາເປັນ ໃນການປັບປຸງກົດໝາຍ ດັ່ງກ່າວ ເພື່ອເຮັດໃຫ້ກົດໝາຍວ່າດ້ວຍທະນາຍຄວາມ ມີຄວາມສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ໃນອະນາຄົດ; ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການຈັດຕັ້ງຂອງສະພາທະນາຍຄວາມ-ວຽກງານທະນາຍຄວາມ; ສົ່ງເສີມວິຊາຊີບການບໍລິການທາງດ້ານກົດໝາຍ; ສົ່ງເສີມການລົງທຶນຂອງຕ່າງປະເທດໂດຍຮ່ວມກັບທະນາຍຄວາມລາວ ເພື່ອສ້າງຕັ້ງເປັນນິຕິບຸກຄົນ ໃນການໃຫ້ບໍລິການໃຫ້ຄໍາປຶກສາ ແລະ ຕາງໜ້າວ່າຄວາມ ໂດຍຜ່ານທະນາຍຄວາມລາວ ມີການກໍານົດກົນໄກທີ່ຖືກຕ້ອງ ເຮັດໃຫ້ລັດຄຸ້ມຄອງໄດ້ສະດວກ, ກໍານົດເອົາບຸກຄົນທີ່ຕ້ອງການປະກອບອາຊີບເປັນທະນາຍຄວາມ ເຂົ້າມາຢູ່ພາຍໃຕ້ການຄຸ້ມຄອງຂອງກົດໝາຍ. ຍັງໄດ້ເຈາະຈີ້ມ ບາງປະເດັນທີ່ຕ້ອງການປັບປຸງ ເປັນຕົ້ນ: ມາດຕະຖານ ແລະ ເງື່ອນໄຂຂອງການເປັນທະນາຍຄວາມ ທີ່ກໍານົດໄວ້ ໃນ ມາດຕາ 9; ການປ້ອງກັນທະນາຍຄວາມ ມາດຕາ 6; ຄ່າໃຊ້ຈ່າຍທະນາຍຄວາມທີ່ໄດ້ຮັບການແຕ່ງຕັ້ງ ມາດຕາ 28; ເງື່ອນໄຂການສ້າງຕັ້ງວິສາຫະກິດກົດໝາຍ ມາດຕາ 31 ແລະ ມາດຕາ ອື່ນອິກ, ຈາກນັ້ນ ຜູ້ເຂົ້າຮ່ວມຈໍານວນຫຼາຍກໍ່ໄດ້ ປະກອບຄໍາເຫັນ, ສະເໜີ, ຍົກບັນຫາ ປະເດັນທີ່ໄດ້ເຈາະຈີ້ມ ແລະ ບັນຫາອື່ນຂຶ້ນມາ ເພື່ອມາສົນທະນາແລກປ່ຽນ ຢ່າງກົງໄປ ກົງມາ , ສາງສັນ ມີເຫດມີຜົນ ແລະ ມີບັນຍາກາດຟົດຟື້ນ, ຈາກນັ້ນ ຄະນະຮັບຜິດຈັດກອງປະຊຸມ ກໍໄດ້ບັນທຶກສັງລວມ ບັນດາຄໍາຄິດເຫັນ ເພື່ອຈະສົ່ງຕໍ່ໃຫ້ ກະຊວງຍຸຕິທໍາ.
ບົດຂ່າວ ແລະ ພາບ: ໂດຍ ທ. ຄໍເຕີ້ ພວງຂຸນທອງ