ໃນວັນທີ 29 ມິຖຸນາ 2022 ນີ້ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄດ້ຈັດກອງປະຊຸມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ແຕ່ປີ 2014-2022 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸດສະກອນ ອິນທະລັງສີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ມີຄະນະຊີ້ນໍາໂຄງການຂັ້ນແຂວງ, ຂັ້ນເມືອງ, ຄະນະຮັບຜິດຊອບໂຄງການຂັ້ນສູນກາງ, ຊ່ຽວຊານໂຄງການ, ຄະນະຮັບຜິດຊອບໂຄງການຂັ້ນແຂວງ, ຂັ້ນເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ພານຫຼັງ ທ່ານ ບຸດສະກອນ ອິນທະລັງສີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ທ່ານ ສົມປອງ ຈິດຕະວົງ ຫົວໜ້າຂະແໜງປ່າໄມ້ ຜູ້ຮັບຜິດຊອບໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ແບບຍືນນານແຕ່ປີ 2014-2018 ແລະ ໄລຍະເພີ່ມງົບປະມານ 2020-2022 ເຊິ່ງໄດ້ກ່າວວ່າ:ໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ແມ່ນໂຄງການໜຶ່ງທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ສປປ ລາວ, ທະນາຄານໂລກ ແລະ ລັດຖະບານແຟງລັງ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດໃນໄລຍະທີ 1 ແຕ່ປີ 2004-2008 ມີ 4 ແຂວງຄື: ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງຈໍາປາສັກ, ມີ 8 ເຂດປ່າຜະລິດ ເຊິ່ງເອີ້ນຊື່ໂຄງການວ່າ: ໂຄງການຈັດສັນປ່າຜະລິດ ແລະ ພັດທະນາຊົນນະບົດ, ໄລຍະທີ 2 ແຕ່ປີ 2009-2012 ເພີ່ມອີກ 5 ແຂວງຄື: ແຂວງອັດຕະປື, ແຂວງເຊກອງ, ແຂວງບໍລິຄໍາໄຊ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ, ມີ 8 ເຂດປ່າຜະລິດ. ໄລຍະທີ 3 ແຕ່ປີ 2013-2018 ເພີ່ມອີກ 4 ແຂວງຄື: ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ ແລະ ແຂວງໄຊສົມບູນ, ມີ 35 ເຂດປ່າຜະລິດ ແລະ ໄດ້ປ່ຽນຊື່ໂຄງການມາເປັນ ໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ລວມມີທັງໝົດ 13 ແຂວງ, ມີ 59 ເມືອງ, ມີ 1.090 ບ້ານ ແລະ ມີ 51 ເຂດປ່າຜະລິດ. ສະເພາະແຂວງໄຊຍະບູລີ ມີປ່າຜະລິດແຫ່ງຊາດ ທີ່ໄດ້ຮັບການຮັບຮອງຈາກລັດຖະບານແລ້ວຈໍານວນ 6 ເຂດ, ມີເນື້ອທີ່ທັງໝົດ 340.595 ເຮັກຕາ ເທົ່າກັບ 20,78% ຂອງເນື້ອທີ່ທົ່ວແຂວງ ກວມເອົາ 7 ເມືອງ, ມີ 30 ກຸ່ມບ້ານ, ມີ 163 ບ້ານເປົ້າໝາຍ ຫຼື ເທົ່າກັບ 37,90% ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ ເຊິ່ງໄລຍະທີ 2 ຊື່ໂຄງການຈັດສັນປ່າຜະລິດ ແລະ ພັດທະນາຊົນນະບົດ (SUFORD-AF) ມີ 1 ເຂດປ່າຜະລິດຄື: ປ່າຜະລິດພູຜາດໍາ ມີເນື້ອທີ່ 95.224 ເຮັກຕາ ກວມເອົາ 3 ເມືອງ, ມີ 74 ບ້ານ, ມີ 10 ກຸ່ມບ້ານ, ໄລຍະທີ 3 ຊື່ໂຄງການຄຸ້ມຄອງປ່າໄມ້ແບບຍືນນານ (SUFORD-SU) ມີ 5 ເຂດປ່າຜະລິດ, ມີເນື້ອທີ່ 245.371 ເຮັກຕາ. ສັງລວມແລ້ວ ການຈັດຕັ້ງປະຕິບັດໂຄງການ ໄລຍະ SUFORD-AF ມີ 74 ບ້ານ ແລະ ໄລຍະ SUFORD-SU ມີ 89 ບ້ານ ລວມທັງໝົດມີ 163 ບ້ານເປົ້າໝາຍຂອງໂຄງການ ແລະ ກວມເອົາ 7 ເມືອງຄື: ເມືອງຄອບ 19 ບ້ານ, ເມືອງຊຽງຮ່ອນ 27 ບ້ານ, ເມືອງຫົງສາ 9 ບ້ານ, ເມືອງໄຊຍະບູລີ 33 ບ້ານ, ເມືອງພຽງ 49 ບ້ານ, ເມືອງປາກລາຍ 15 ບ້ານ ແລະ ເມືອງບໍ່ແຕນ 11 ບ້ານ. ພ້ອມນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດສະຫຼຸບ ເພື່ອພ້ອມກັນເພີ່ມຄວາມຮັບຜິດຊອບ ແລະ ມີຄໍາເຫັນຕໍ່ກັບການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ຂ່າວ: ມະໄລວັນ