ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 8 ແລະ ອັດລົງໃນຕອນບ່າຍຂອງວັນທີ 10 ກຸມພາປີ 2023 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດ, ອາດີດການນໍາຂອງແຂວງ, ສະມາຊິກສະພາປະຊາຊົນແຂວງ, ນັກປະຕິວັດອາວຸໂສບໍານານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.