ກ່າວຮັບຕ້ອນໂດຍເຈົ້າ​ແຂວງ​

ທ່ານ ພົງສະຫວັນ ສິດທະວົງ

ເຈົ້າແຂວງ ແຂວງໄຊຍະບູລີ

ສະບາຍດີທ່ານຜູ້ອ່ານ ທີ່ນັບຖື ແລະ ຮັກແພງ.

ແຂວງໄຊຍະບູລີ ມີຄວາມປິຕິຍິນດີເປັນຢ່າງຍິ່່ງ ແລະ ຂໍສົ່ງຂ່າວມາຍັງ ບັນດາທ່ານນັກອ່ານ, ນັກຮຽນຮູ້, ລວມເຖິງຜູ້ສະແຫວງຫາຂໍ້ມູນທາງເວັບໄຊ ຊາບວ່າ: ແຂວງໄຊຍະບູລີ ໄດ້ເປີດນໍາໃຊູ້ເວັບໄຊຂອງແຂວງ ຢ່າງເປັນທາງການ.

ໃນໂອກາດອັນສະຫງ່າລາສີນີີ້ ຂ້າພະເຈົ້າຕາງໜ້າອົງການປົກຄອງແຂວງຂໍຖືເປັນກຽດ ແຈູ້ງຂ່າວມາຍັງບັນດາທ່ານ ຜູ້ທີ່ຊົມໃຊູ້ບໍລິການຂໍ້ມູນ-ຂ່າວສານ ທາງອິນເຕີເນັດ ເພື່ອຊາບເນື້ອໃນຈິດໃຈ ຄວາມສໍາຄັນຂອງເວັບໄຊແຂວງໄຊຍະບູລີ, ທັງນີ້ ກໍໍ່ເພື່ອແນໃສ່ໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ຕະຫຼອດຮອດປະຊາຊົນ, ພໍໍ່ຄ້າ-ຊາວຄ້າຂາຍ ນັກຮຽນຮູ້, ປັນຍາຊົນ ແລະ ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີຄວາມສົນໃຈ ສຶກສາຂໍ້ມູນກ່ຽວກັບແຂວງໄຊຍະບູລີ ໄດ້ຮັບຮູ້ ແລະ ເຂົ້າເຖິງແຫຼ່ງຂໍ້ມູນ, ອີກດ້ານໜຶ່ງ ກໍ່ເພື່ອເປັນການໂຄສະນາດຶງດູດ ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ນັບມື້ໃຫ້ມີທ່າຂະຫຍາຍຕົວຫຼາຍຂື້ນ, ດ້ວຍເຫດຜົນດັ່ງກ່າວມາຂ້າງເທີງນັ້ນ ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ມາຍັງທຸກພາກສ່ວນ ທີ່ໃຫ້ການຊ່ວຍເຫຼືອອຸູ້ມຊູ ແຂວງໄຊຍະບູລີ ໂດຍດີຕະຫຼອດມາ.

ທ້າຍນີ້ ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າບັນດາທ່ານຜູ້ອ່ານ ຈະນໍາໃຊ້ຂໍ້ມູນຈາກເວັບໄຊນີ້ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ໃຫ້ມີປະສິດທິຜົນ ແລະ ມີສ່ວນຮ່ວມໃນການພັດທະນາເວັບໄຊ ທາງການນີ້ໃຫ້ກ້າວໜ້າ ຢ່າງບໍ່ຢຸດຢັ້ງ.