ການຫາລືກັນລະຫວ່າງສອງປະເທດລາວ-ໄທເວົ້າລວມເວົ້າສະເພາະແຂວງໄຊຍະບູລີ ສປປ ລາວ ກັບຈັງຫວັດເລີຍ ລາຊາອານາຈັກໄທ ທີ່ບໍ່ເປັນທາງການໄດ້ຈັດໃນວັນທີ 24 ມິຖຸນາ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງໄຊຍະບູລີ ຝ່າຍແຂວງໄຊຍະບູລີນໍາພາໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີພ້ອມດ້ວຍຄະນະ ຝ່າຍຈັງຫວັດເລີຍນໍາພາໂດຍທ່ານ ໄຊທະວັດ ນຽມສີຣິ ຜູ້ວ່າຣາສະການຈັງຫວັດເລີຍພ້ອມຄະນະ.
ໃນໂອກາດນີ້ທ່ານເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີໄດ້ລາຍງານໂດຍສັງເຂບກ່ຽວກັບແຂວງໄຊຍະບູລີຕໍ່ບັນດາຄະນະນໍາຈັງຫວັດເລີຍເຊິ່ງບາງຕອນກ່າວວ່າ: ແຂວງໄຊຍະບູລີ ມີເນື້ອທີ່ທັງໝົດ 16.389 ກິໂລຕາແມັດ, ມີຊາຍແດນທິດໃຕ້ ແລະ ທິດຕາເວັນຕົກຕິດກັບ 6 ແຂວງ ຂອງຣາຊະອານາຈັກໄທ, ມີຄວາມຍາວເຖິງ 647 ກິໂລແມັດ ນັບແຕ່ຈັງຫວັດຊຽງລາຍ, ຈັງຫວັດພະເຍົາ, ຈັງຫວັດນ່ານ, ຈັງຫວັດອຸດຕະລະດິດ, ຈັ່ງຫວັດພິຊະນຸໂລກ ມາຮອດຈັງຫວັດເລີຍ ແລະ ທາງດ້ານທິດເໜືອ ແລະ ທິດຕາເວັນອອກ ຕິດກັບແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ແຂວງວຽງຈັນ; ແຂວງໄຊຍະບູລີປະກອບມີ 11 ເມືອງ ແລະ 430 ບ້ານ, ມີພົນລະເມືອງທັງໝົດ 407.000 ກວ່າຄົນ, ມີດ່ານສາກົນ ຮ່ວມກັບຣາຊະອານາຈັກໄທ 4 ແຫ່ງ (ຄື: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ລາວ-ໄທ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຕັ້ງຢູ່ເຊິ່ງໜ້າກັບດ່ານຖາວອນຂົວມິດຕະພາບນໍ້າເຫືອງໄທ-ລາວ ອໍາເພີທ່າລີ ຈັງຫວັດເລີຍ; ດ່ານສາກົນພູດູ່ ເມືອງປາກລາຍ ຕັ້ງຢູ່ເຊິ່ງໜ້າກັບ ດ່ານຖາວອນພູດູ່ ອໍາເພີບ້ານໂຄກ ຈັງຫວັດອຸດຕຣະດິດ; ດ່ານສາກົນນໍ້າເງິນ ເມືອງເງິນ ຕັ້ງຢູ່ເຊິ່ງໜ້າກັບດ່ານຖາວອນຫ້ວຍໂກນ ອໍາເພີສະເຫຼີມພະກຽດ ຈັງຫວັດນ່ານ ແລະ ດ່ານສາກົນປາງມອນ ເມືອງຄອບ ຕັ້ງຢູ່ເຊິ່ງໜ້າກັບດ່ານຖາວອນບ້ານຮວກ ອໍາເພີພູຊາງ ຈັງຫວັດພະເຍົາ), ສະເພາະດ່ານຮ່ວມກັບຈັງຫວັດເລີຍ ມີ 7 ດ່ານ ຄື ດ່ານສາກົນ 1 ແຫ່ງ (ດ່ານສາກົນຂົວມິດຕະພາບນໍ້າເຫືອງ) ແລະ ດ່ານປະເພນີ 6 ດ່ານ (ດ່ານສີພູມ, ດ່ານເມືອງໝໍ, ດ່ານນາແກ້ງມ້າ, ດ່ານເວິນຄໍາ, ດ່ານນາຂ່າ ແລະ ດ່ານເໝືອງແພ່). ໃນໄລຍະໃນປີ 2021 ຜ່ານມາ ມີການເຂົ້າ-ອອກດ່ານ 71.300 ຄົນ ໃນນັ້ນ, ໃຊ້ພາດສະປອດ 22.837 ຄົນ, ໃຊ້ໃບຜ່ານແດນ ແລະ ປື້ມຜ່ານແດນ 48.463 ສະເພາະດ່ານສາກົນຂົວມິດຕະພາບນໍ້າເຫືອງ ຄົນເຂົ້າເມືອງ 20.112 ຄົນ (ຍິງ 1.894), ເດັກ 14 ຄົນ, ຄົນອອກເມືອງ 18.911 ຄົນ, (ຍິງ 1.270), ເດັກ 4 ຄົນ, ພາຫະນະເຂົ້າ 19.073 ຄັນ ພາຫະນະອອກ 18.875 ຄັນ. ແຂວງໄຊຍະບູລີມີຂົວຂ້າມແມ່ນໍ້າຂອງ 3 ແຫ່ງ (ເມືອງປາກລາຍ-ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ, ເມືອງໄຊຍະບູລີ-ເມືອງນານ ແຂວງຫຼວງພະບາງ, ເມືອງເງິນ-ເມືອງປາກແບງ ແຂວງອຸດົມໄຊ) ເຊື່ອມກັບບັນດາແຂວງພາກເໜືອຂອງລາວ ອອກສູ່ ສປ ຈີນ, ສສ ຫວຽດນາມ, ເຊື່ອມຕໍ່ກັບ ເມືອງມໍລະດົກໂລກ ຫຼວງພະບາງ, ມີໂຮງງານໄຟຟ້າພະລັງຄວາມຮ້ອນຫົງສາລິກໄນ ທີ່ມີກໍາລັງຕິດຕັ້ງ 1,878 ເມກາວັດ, ໄດ້ເປີດນໍາໃຊ້ແລ້ວແຕ່ທ້າຍປີ 2015 ເປັນຕົ້ນມາ ແລະ ໂຮງງານໄຟຟ້ານໍ້າຂອງ ທີ່ມີກໍາລັງຕິດຕັ້ງ 1,285 ເມກາວັດ ເປີດນໍາໃຊ້ປີ 2019 ເກືອບ 100% ແມ່ນສົ່ງຂາຍໃຫ້ຣາຊະອານາຈັກໄທ. ທ່ານຍັງກ້າວຕື່ມວ່າການຫາລືໃນຄັ້ງນີ້ເຖິງວ່າຈະບໍ່ເປັນທາງການແຕ່ມີຄວາມໝາຍຄວາມສໍາຄັນເພາະເປັນການກາລືແລກປ່ຽນຄໍາຄິດ-ຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອເປັນການກຽມຄວາມພ້ອມສໍາລັບວຽກງານທ່ອງທ່ຽວໃຫ້ມີຄຸນນະພາບ ແລະ ຍົກລະດັບດີຂຶ້ນກວ່າເກົ່າທັງເປັນການມິດໝາຍອັນດີ ແລະ ເປັນບາດກ້າວອັນໃໝ່ໃນການສຶບຕໍ່ພົວພັນຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ. ສົ່ງເສີມການຄ້າ, ການລົງທຶນການທ່ອງທ່ຽວ ແລະ ແລກປ່ຽນທາງດ້ານວັດທະນະທໍາຂອງສອງຝັ່ງແຂວງໄຊຍະບູລີ-ຈັງຫວັດເລີຍໄດ້ມີການສຶບຕໍ່ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນຈາກນັ້ນຄະນະນໍາທັງສອງຝ່າຍໄດ້ມີການຫາລືປະກອບຄໍາຄິດຄໍາເຫັນເພື່ອຈະໄດ້ພ້ອມກັນເສີມສ້າງການຮ່ວມມືໂດຍສະເພາະທາງດ້ານການຄ້າ. ການລົງທຶນ, ການທ່ອງທ່ຽວການສຶກສາ ກິລາວັດທະນະທໍາເພື່ອສ້າງເງື່ອນໄຂໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນມີຫານພົບປະແລກປ່ຽນດ້ານການຄ້າຊາຍແດນຕາມຂອບການຮ່ວມມືທີ່ສອງລັດຖະບານໄດ້ລົງນາມຮ່ວມກັນເຮັດໃຫ້ແຂວງໄຊຍະບູລີກັບຈັງຫວັດເລີຍໄດ້ມີການຮ່ວມມືກັນດີຂຶ້ນເລື້ອຍໆ.
……………………….
ຂ່າວ+ພາບ: ບຸນທີ