ທ່ານເຈົ້າແຂວງຕ້ອນຮັບບັນດາທ່ານທູດ ແລະ ລັດຖະມົນຕີກະຊວງຕ່າງໆ

Feb 20, 2023 | ຂ່າວສານ

ໃນລະຫວ່າງວັນທີ 17-20 ກຸມພາ 2023 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ຕ້ອນຮັບບັນດາທ່ານທູດ ແລະ ລັດຖະມົນຕີ ກະຊວງຕ່າງໆ ໂອກາດທີ່ໄດ້ມາຮ່ວມງານ ມະຫາກໍາບຸນຊ້າງ ປະຈໍາປີ 2023 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-20 ກຸມພາ 2023 ໃນນັ້ນມີ: ເອກອັກຄະຣາຊະທູດແຫ່ງ ຣາສະອານາຈັກໄທ ປະຈໍາ ສປປລາວ, ທູດຫົງກາລີ ປະຈໍາລາວ, ຫົວໜ້າຫ້ອງການ ອົງການໄຈກາ ປະເທດຍີ່ປຸ່ນ ແລະ ຫົວໜ້າກະຊວງປກສ ສສຫວຽດນາມ ປະຈໍາ ສປປລາວ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ