ທ່ານເຈົ້າແຂວງ ໄຊຍະບູລີ ເຂົ້າຮ່ວມພິທີປ່ອຍປາທີ່ແມ່ນໍ້າຮຸ່ງເມືອງ ໄຊຍະບູລີ

Jul 14, 2022 | ຂ່າວສານ

ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2022 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ເຂົ້າຮ່ວມພິທີປ່ອຍປາ ທີ່ທ່າຜາມໄຊ ບ້ານ ປົ່ງ ເມືອງ ໄຊຍະບູລີ ເນື່ອງໃນໂອກາດວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດ, ໃນພິທີມີ ທ່ານ ເພັງນິລັນ ຄໍາພັນເພັງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ປະທານສະພາປະຊາຊົນແຂວງ ໄຊຍະບູລີ, ມີ ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງ ໄຊຍະບູລີ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ບັນດາຫ້ອງການອ້ອມຂ້າງເມືອງ, ມີນັກຮຽນ, ນັກສືກສາ ແລະ ຄະນະບ້ານ 24 ບ້ານເທດສະບານເມືອງ ໄຊຍະບູລີເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງ ໄຊຍະບູລີ ໄດ້ກ່າວວ່າ: ເພື່ອເປັນການປົກ​ປັກຮັກສາ, ການ​ອະນຸລັກ​ປ່າ​ໄມ້​, ສັດນ້ຳ ແລະ ສັດປ່າ ແນໃສ່ເຮັດໃຫ້ຊັບພະຍາກອນປ່າໄມ້, ສັດນ້ຳ ແລະ ສັດປ່າ ໄດ້ຮັບການຄຸ້ມຄອງ ແລະ ເພີ່ມຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ, ມີການຄຸ້ມຄອງນຳໃຊ້ແບບຍືນຍົງຕາມ​ນະ​ໂຍບາຍ​ວາງ​ອອກ ​ໂດຍ​ບໍ່​ມີ​ວັນ​ບົກ​ແຫ້ງ, ສະເພາະເມືອງໄຊຍະບູລີ ຂອງພວກເຮົາ ແມ່ນມີ​ແຜນຈະປ່ອຍປາທັງໝົດ ຈຳນວນ 8.500.000ໂຕ, ໃນນີ້​ໄດ້​ປ່ອຍ​ປາ​ກ່ອນ​ວັນ​ທີ 13 ກໍລະກົດ 2022 ແລ້ວ​​ຈຳນວນ 5.250.000ໂຕ, ​ໃນ​ນັ້ນ​ໄດ້​ຈັດ​ພິທີ​ປ່ອຍ​ລົງ​ສູ່​ອ່າງ​ນ້ຳຂອງ​ບ້ານ​ທ່າ​ເດື່ອ​ຄັ້ງ​ວັນ​ທີ 01 ມິຖຸນາ 2022 ມີ​ປາ​ປ່ອຍ​ທັງ​ໝົດ 36.000 ​ໂຕ ແລະ ຈະປ່ອຍ​ໃນ​ມື້​ນີ້​ວັນທີ 13 ກໍລະກົດ ຈຳ​ນວນ 250​.000 ​ໂຕ, ໃນນີ້ໄດ້ແບ່ງອອກເປັນ 6 ຈຸດຄື: ຈຸດທ່າຜາມໄຊ ບ້ານປົ່ງ ຈໍານວນ 1 ແສນໂຕ, ຈຸດວັງບວດບ້ານ ວັງຊອຍ ຈໍານວນ 16,500 ໂຕ, ຈຸດວັງບວດບ້ານ ສີເມືອງ ກ້ອງຂົວຂ້າມແມ່ນໍ້າຮຸ່ງ ຈໍານວນ 16,500 ໂຕ, ຈຸດວັງບວດ ບ້ານ ໃຫຍ່ ຈໍານວນ 16,500 ໂຕ, ຈຸດວັງບວດ ບ້ານ ນາຕໍນ້ອຍ ຈໍານວນ 16,500 ໂຕ ແລະ ຈຸດອ່າງຕໍ້າຕຽນ ຈໍານວນ 70,000 ໂຕ, ສະເພາະຊະນິດປາທີ່ປ່ອຍໃນປີນີ້ ແມ່ນປະກອບມີ 04 ຊະນິດປາຄື: ປານິນ, ປາໄນ, ປາປາກ ແລະ ປາອິນເດຍ, ໃນພິທີແມ່ນໄດ້ມີການຖ່າຍຮູບຮ່ວມກັບການນໍາຂອງແຂວງ ແລະ ເມືອງ ພ້ອມທັງໄດ້ປ່ອຍປາລົງສູ່ແມ່ນໍ້າຢ່າງເປັນທາງການ, ຈາກນັ້ນຄະນະຮັບຜິດຊອບປ່ອຍປາກໍ່ໄດ້ສືບຕໍ່ປ່ອຍປາລົງສູ່ແມ່ນໍ້າຕາມແຕ່ລະຈຸດທີ່ໄດ້ກໍານົດໄວ້.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933