ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ຫົວໜ້າຕ້ານການສໍ້ລາດບັງຫຼວງແຫ່ງລັດ ຢ້ຽມຢາມແຂວງໄຊຍະບູລີ

Jul 28, 2022 | ຂ່າວສານ

ໃນໂອກາດ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ຫົວໜ້າຕ້ານການສໍ້ລາດບັງຫຼວງແຫ່ງລັດ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ພົບປະໂອ້ລົມການນໍາ ຂອງແຂວງໄຊຍະບູລີ ໃນວັນທີ 25 ກໍລະກົດ 2022 ນີ້ທີ່ຫ້ອງປະຊຸມຫ້ອງວ່າການແຂວງ. ເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ເຈົ້າເມືອງ 11 ເມືອງ ພ້ອມດ້ວຍພະນັກງານທີ່ເຮັດວຽກກວດກາພັກ-ກວດກາລັດເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊະບູລີ ໄດ້ລາຍງານສະພາບທີ່ພົ້ນເດັ່ນໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ 2022 ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ລັດຖະບານ, ຄະນະພັກ, ອົງການປົກຄອງຂັ້ນຕ່າງໆພາຍໃນແຂວງ ໄດ້ພ້ອມກັນສຸມໃສ່ນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ແຫ່ງຊາດ ຄັ້ງທີ IX ຕິດພັນກັບການຜັນຂະຫຍາຍ 2 ວາລະແຫ່ງຊາດ, ຍູ້ຂະບວນການດ້ານຕ່າງໆມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດໃນຫຼາຍດ້ານ. ອັນທີ່ເປັນພື້ນຖານສໍາຄັນ ແມ່ນພວກເຮົາຍັງສຶບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ໃນປີ 2022 ແຜນລາຍຮັບງົບປະມານ ທັງໝົດ 1.125,37 ຕື້ກີບ, ໃນໄລຍະ 6 ເດືອນຕົ້ນປີ ປະຕິບັດໄດ້ 584,29 ຕື້ກີບ, ເທົ່າກັບ 51,29% ຂອງແຜນການປີ; ແຜນລາຍຈ່າຍ 518,73 ຕື້ກີບ, ມາຮອດປະຈຸບັນປະຕິບັດໄດ້ 262,69 ຕື້ກີບ, ເທົ່າກັບ 50,64 % ຂອງແຜນການປີ; ໄດ້ຫັນມານໍາໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ດ້ວຍລະບົບ TaxRis ສໍາເລັດແລ້ວ 6 ເມືອງ, ຍັງອີກ 5 ເມືອງ ຄາດວ່າຈະສໍາເລັດໃນທ້າຍປີ 2022. ມູນຄ່າສິນຄ້າສົ່ງອອກ ປີ 2021 ບັນລຸ 73,14 ລ້ານໂດສະຫະລັດ, ທຽບໃສ່ປີຜ່ານມາເທົ່າກັບ 83,02% (ສ່ວນໃຫຍ່ແມ່ນຜະລິດຕະພັນກະສິກໍາ), ມູນຄ່າສິນຄ້ານໍາເຂົ້າ 55,09 ລ້ານໂດລາສະຫະລັດ (ໃນນີ້ຫຼາຍກວ່າໝູ່ແມ່ນ: ນໍ້າມັນເຊື້ອໄຟ, ວັດສະດຸກໍ່ສ້າງ, ເຄື່ອງໄຟຟ້າ, ພາຫະນະຮັບໃຊ້ການຜະລິດ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ສອຍປະຈໍາວັນ). ການຜະລິດ ພວກເຮົາໄດ້ສຸມໃສ່ຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານ ແລະ ພືດເປັນສິນຄ້າ ໃນນີ້ພວກເຮົາສາມາດຜະລິດເຂົ້ານາແຊງໄດ້ທັງໝົດ 9.000 ກວ່າໂຕນ, ໝາກໂມ 77.200 ກວ່າໂຕ່ນ, ຖົ່ວເຫຼືອງຝັກສົດ 4.231ໂຕ່ນ ແລະ ພືດອື່ນໆ; ສິ່ງທີ່ເປັນປັດໃຈໃໝ່ຄືຢູ່ກຸ່ມຊາວບ້ານນາໂສມ ເມືອງພຽງ ໄດ້ເຮັດທົດລອງປູກເຂົ້າ 3 ຮອບວຽນ ໃນເນື້ອທີ່ 30 ເຮັກຕາ, ການຜະລິດລະດູຝົນກໍເຫັນວ່າເປັນຂະບວນການດີ ມາຮອດປະຈຸບັນປັກດໍາເຂົ້ານາປີສຳເລັດແລ້ວ 33,131 ກວ່າເຮັກຕາ, ເທົ່າກັບ 97% ຂອງແຜນການ; ປູກພືດເປັນສິນຄ້າປະຕິບັດໄດ້ 106.940 ກວ່າເຮັກຕາ, ເທົ່າກັບ 96% ຂອງແຜນການ. ອັນພົ້ນເດັ່ນແມ່ນການປູກມັນຕົ້ນຂອງປະຊາຊົນ ເຊີ່ງມີເນື້ອທີ່ 55,300 ກວ່າເຮັກຕາ ເທົ່າກັບ 111% ຂອງແຜນການ. ໃນໄລຍະ 6 ເດືອນຜ່ານມາ ໄດ້ມີໄພພິບັດເກີດຂື້ນ 29 ຄັ້ງ ລວມມູນຄ່າເສຍຫາຍທັງ ໝົດ 13,683,527,629 ກີບ; ໃນໄລຍະວັນທີ 12 -22 ກໍລະກົດ ຜ່ານມານີ້ ໄດ້ເກີດມີຝົນຕົກແຮງຕິດຕໍ່ກັນຫຼາຍວັນ ຈື່ງເຮັດໃຫ້ນໍ້າຖ້ວມບ້ານເຮືອນ ແລະ ເນື້ອທີ່ທໍາການຜະລິດຂອງປະຊາຊົນ ຢູ່ 06 ເມືອງ (ເມືອງຊຽງຮ່ອນ, ເມືອງໄຊສະຖານ, ເມືອງພຽງ, ເມືອງປາກລາຍ, ເມືອງແກ່ນທ້າວ ແລະ ເມືອງບໍ່ແຕນ) ເຊິ່ງໄດ້ຮັບຜົນກະທົບ ຈໍານວນ 52 ບ້ານ, 2.360 ຄອບຄົວ, ການຜະລິດເສຍຫາຍ 746,62 ເຮັກຕາ ລວມມູນຄ່າເສຍຫາຍທັງໝົດ 4,342,050,600 ກີບ. ອັດຕາຄວາມທຸກຍາກ ປະເມີນຕາມດໍາລັດ 348/ລບ ຄອບຄົວທຸກຍາກຍັງເຫຼືອ 3,830 ຄອບ ຄົວ ກວມ 4,52% ຂອງຈໍານວນຄອບຄົວທັງໝົດ, ບ້ານທຸກຍາກ ຍັງ 48 ບ້ານ ກວມ 11,16%, ແລະ ເມືອງທຸກຍາກ 4 ເມືອງ (ເມືອງໄຊຍະບູລີ, ໄຊສະຖານ, ຊຽງຮ່ອນ ແລະ ເມືອງຄອບ). ແຕ່ໃນຕົວຈິງແລ້ວ ຄວາມທຸກຍາກຂອງປະຊາຊົນຢູ່ຊົນນະບົດ ໄດ້ຮັບການແກ້ໄຂຫຼຸດລົງເປັນກ້າວໆ. ວຽກງານກວດກາພັກ, ວຽກງານກວດກາລັດ ແລະ ສະກັດກັ້ນຕ້ານການສໍ້ລາດບັງຫຼວງ: ໄດ້ເພີ່ມທະວີການນຳພາ-ຊີ້ນຳ ແລະ ປັບປຸງວຽກງານກວດກາໃຫ້ມີປະສິດທິພາບ, ມີຄວາມສັກສິດ ໂດຍສະເພາະແມ່ນການປະຕິບັດລະບຽບພັກ, ກົດໝາຍ ແລະ ລະບຽບການຕ້ານການສໍ້ລາດບັງຫຼວງ, ເຊີ່ງໄລຍະຜ່ານມາໄດ້ກວດພົບສະມາຊິກພັກ-ພະນັກງານ ທີ່ເຮັດຜິດກົດລະບຽບພັກ, ກົດໝາຍຂອງລັດຈຳນວນໜຶ່ງ ພ້ອມທັງໄດ້ຮັບການແກ້ໄຂ ຜົນການກວດກາຢ່າງເໝາະສົມ ແລະ ຖືກຕ້ອງຕາມລະບຽບກົດໝາຍ; ປະຈຸບັນທົ່ວແຂວງມີ 1.407 ຮາກຖານພັກ ໃນນີ້: ມີ 88 ຄະນະພັກຮາກຖານ, ມີ 1.319 ໜ່ວຍພັກຮາກຖານ, ມີສະມາຊິກພັກທັງໝົດ 20.399 ສະຫາຍ, ຍິງ 5.871 ສະຫາຍ, ເຊີ່ງໄລຍະ 1 ປີຜ່ານມາໄດ້ຕິດຕາມ-ກວດກາປະເມີນຜົນໜ່ວຍພັກ ສຳເລັດ 88 ຄະນະພັກຮາກຖານ, ມີ 1.319 ໜ່ວຍພັກ ໄດ້ປະເພດແຂງ 1.095 ໜ່ວຍພັກ, ກາງ 216 ໜ່ວຍພັກ, ອ່ອນ 2 ໜ່ວຍພັກ; ບໍ່ແບ່ງ 6 ໜ່ວຍພັກ; ສະມາຊິກພັກໄດ້ປະເພດແຂງ 17.625 ສະຫາຍ, ຍິງ 5.250 ສະຫາຍ; ກາງ 1.514 ສະຫາຍ, ຍິງ 292 ສະຫາຍ; ອ່ອນ 60 ສະຫາຍ, ຍິງ 4 ສະຫາຍ; ບໍ່ແບ່ງ 1.189 ສະຫາຍ, ຍິງ 325 ສະຫາຍ ແລະ ເສຍທາດ 11ສະຫາຍ; ຜ່ານການກວດກາປະເມີນຜົນສະມາຊິກພັກ, ການຈັດຕັ້ງ ພົບເຫັນກໍລະນີ ໜ່ວຍພັກ, ສະມາຊິກພັກ ທົ່ວແຂວງມີ 30 ກໍລະນີ, ມີ 162 ສະຫາຍ, ຍິງ 25 ສະຫາຍ ໃນນີ້ບັນຫາທີ່ເກີດຂຶ້ນຫຼາຍກວ່າໝູ່ ແມ່ນປະລະໜ້າທີ່ ແລະ ພົວພັນຢາເສບຕິດ. ການແກ້ໄຂກໍລະນີຄະນະພັກ, ສະມາຊິກພັກແມ່ນໄດ້ສຶກສາອົບຮົມກ່າວເຕືອນ ແລະ ປະຕິບັດວິໄນຕາມຄວາມເໝາະສົມຄື: ເຮັດບົດບັນທືກ, ຂຽນໃບຫຼວດ ແລະ ສືກສາອົບຮົມກັບທີ່ 53 ສະຫາຍ, ເອົາອອກຈາກພັກ 50 ສະຫາຍ, ປົດຕໍາ ແໜ່ງພາຍໃນພັກ 5 ສະຫາຍ, ໂຈະຮ່ວມຊີວິດພັກ 9 ສະຫາຍ. ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ຫົວໜ້າຕ້ານການສໍ້ລາດບັງຫຼວງແຫ່ງລັດ ໄດ້ໃຫ້ກຽດໂອ້ລົມຄະນະນໍາຂອງແຂວງ, ສະມາຊິກສະພາປະຊາຊົນແຂວງ, ກໍາລັງປະກອບອາວຸດ, ພະນັກງານຫຼັກແຫຼ່ງ. ໃນຫຼາຍບັນຫາທີ່ມີຄວາມສໍາຄັນຍິ່ງ, ຊຶ່ງຄໍາເຫັນດັ່ງກ່າວ, ມັນໄດ້ກາຍເປັນເຂັມຊີ້ທິດເຍືອງທາງ, ເປັນຄະຕິເຕືອນໃຈ, ເປັນກໍາລັງແຮງ ແລະ ເປັນການປຸກລະດົມຈິດໃຈໃຫ້ ຄະນະພັກຂັ້ນຕ່າງໆ, ຕະຫຼອດເຖິງປະຊາ ຊົນບັນດາເຜົ່າໃນທົ່ວແຂວງ, ເພື່ອສືບຕໍ່ປົກປັກຮັກສາ ແລະ ພັດທະນາແຂວງໄຊຍະບູລີ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍສະເພາະເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານທະຫານ, ຕໍ່າຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ຮັບປະກັນໃຫ້ແຂວງໄຊຍະບູລີ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ຍູ້ແຮງອັດຕາການເຕີບໂຕດ້ານເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ. ໃນລະດັບ 4,8% ຂຶ້ນໄປ ແລະ ສ້າງມູນຄ່າເພີ່ມລາຄາພາຍໃນປີໃຫ້ໄດ້ປະມານ 11.593 ຕື້ກີບ ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.095 ໂດລາສະຫະລັດໃນປີ 2022, 4) ສູ້ຊົນເກັບລາຍຮັບເຂົ້າງົບປະມານ ໃຫ້ບັນລຸຄາດໝາຍຂອງແຜນການປີ ຫຼື ລື່ນແຜນ ສຸມໃສ່ຄຸ້ມຄອງຖານລາຍຮັບທີ່ມີຢູ່ແລ້ວ ເກັບໃຫ້ໝົດ ຕາມທ່າແຮງບົ່ມຊ້ອນ ພ້ອມກັນນີ້ກໍ່ເອົາໃຈໃສ່ໃນການຄຸ້ມຄອງລາຍຈ່າຍຢ່າງປະຢັດ ຮັບປະກັນບໍ່ໃຫ້ມີໜີ້ສິນໃໝ່ເພີ່ມຂື້ນ, ຫັນມານໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຢ່າງທົ່ວເຖິງ ແລະ ເປັນເອກະພາບ, ສືບຕໍ່ປະຕິບັດບັນດາຄາດໝາຍໝາຍສະຫັດສະຫວັດ ດ້ານການພັດທະນາຍືນຍົງ ທີ່ຍັງບໍ່ທັນບັນລຸ ໃຫ້ມີຜົນສໍາເລັດ, ສືບຕໍ່ເສີມຂະຫຍາຍ ແລະຍົກລະດັບວຽກງານລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍສຸມໃສ່ກະກຽມປະເມີນມາດຕະ ຖານພົ້ນທຸກ ແລະ ມາດຕະຖານການພັດທະນາຕາມຕາມດຳລັດ 348/ລບ; ຍົກລະດັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ມີ 4 ບໍ່, ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ສືບຕໍ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະ ຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ, ບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ນິຕິກໍາກ່ຽວກັບວຽກງານກວດກາພັກ, ກົດໝາຍວ່າດ້ວຍການກວດກາລັດ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ເພື່ອປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມຕໍ່ວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ຄໍາຮ້ອງ-ຄໍາສະເໜີ ຂອງພົນລະເມືອງຕໍ່ກັບການປະຕິບັດໜ້າທີ່ຂອງການຈັດຕັ້ງພັກ, ສະມາຊິກພັກ, ພະນັກງານ ແລະ ການຄົ້ນຄວ້າພິຈາລະນາແກ້ໄຂ ຮັບປະກັນຄວາມຖືກຕ້ອງ, ເປັນທຳ, ພາວະວິໄສ, ຖືກກັບຄວາມເປັນຈິງ, ຖືກກົດໝາຍ ແລະ ທ່ວງທັນກຳນົດເວລາ, ສືບຕໍ່ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວອົງຄະນະພັກ ກໍ່ຄືໃນທົ່ວສັງຄົມໃຫ້ມີຄວາມໜັກແໜ້ນ ເປັນກໍາລັງແຮງສັງລວມ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະພັດທະນາແຂວງໄຊຍະບູລີໃຫ້ມີຄວາມຮັ່ງມີ ແລະເຂັ້ມແຂງ.

……………….

ຂ່າວ: ບຸນທີ

#News.XBL