ບຸນຊ້າງແຂວງ ໄຊຍະບູລີ ຄັ້ງທີ 18 ຈະມີຊ້າງເຂົ້າຮ່ວມ 75 ໂຕ

Jan 4, 2023 | ຂ່າວສານ

ທ່ານ ເພັດ ພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ ປະທານຈັດງານ ມະຫາກໍາບຸນຊ້າງ ຄັ້ງທີ 18 ທີແຂວງ ໄຊຍະບູລີ, ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນບ່າຍຂອງວັນທີ 3 ມັງກອນ 2023, ກ່ຽວກັບການກຽມຄວາມພ້ອມໃນການຈັດງານມະຫາກໍາບຸນຊ້າງຄັ້ງທີ 18, ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-20 ມັງກອນ 2023 ນີ້, ເຊິ່ງຈະມີຊ້າງເຂົ້າຮ່ວມໃນງານ 75 ໂຕ, ໃນງານຈະມີຫຼາຍກິດຈະກໍາ ເປັນຕົ້ນແມ່ນ: ການສະແດງຂອງຊ້າງຄໍາຮູ້, ການວາງສະແດງສິນຄ້າໂອດອບຂອງບັນດາເມືອງໃນທົ່ວແຂວງ ແລະ ຕ່າງແຂວງ.

ຂ່າວ-ພາບ:ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ