ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານພົ້ນເດັ່ນຂອງອົງການປົກຄອງແຂວງ ໃນປີ 2022 ແລະ ທິດທາງແຜນວຽກຈຸດສຸມໃນ ປີ 2023 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນຕອນເຊົ້າຂອງວັນທີ 8 ກຸມພາ ປີນີ້, ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ,
ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດບັນດາຄາດໝາຍໃຫຍ່ທີ່ພົ້ນເດັ່ນຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບສອງວາລະແຫ່ງຊາດ ລວມທັງບັນດາຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ໃນໄລຍະ 1 ປີຜ່ານມາໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ດ້ວຍຈິດໃຈບຸກທະລຸ ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢູ່ໃນລະດັບ 4,9% ທຽບໃສ່ຄາດໝາຍວາງໄວ້ເພີ່ມຂຶ້ນ 0,1% ລວມຍອດຜະລິດຕະພັນພາຍໃນ 12,339 ຕື້ກີບ, ສະເລ່ຍໃສ່ຫົວຄົນໜື່ງ 29,47 ລ້ານກີບ ຫຼື ເທົ່າກັບ 1.734 ໂດລາສະຫະລັດ, ໄດ້ສຸມໃສ່ສໍາຫລວດຖານລາຍຮັບ, ຄຸ້ມຄອງຈັດເກັບລາຍຮັບ ໂດຍຕິດພັນກັບການຫັນໄປສູ່ລະບົບທັນສະໄໝ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດໃນປີນີ້ໄດ້ເກີນແຜນ ເຊິ່ງປະຕິບັດໄດ້ທັງໝົດ 1.197,84 ຕື້ກີບ, ປະຕິບັດລື່ນມະຕິສະພາ 6,4%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂື້ນ 14,4%, ໃນນີ້: ລາຍຮັບພູດສູນກາງ: ປະຕິບັດໄດ້ 920,34 ຕື້ກີບ, ລື່ນແຜນ 3,3%, ລາຍຮັບພູດທ້ອງຖິ່ນ: ປະຕິບັດໄດ້ 277,5 ຕື້ກີບ, ລື່ນແຜນການ 18,3%, ຄຸ້ມຄອງລາຍຈ່າຍທັງໜົດ 536,49 ຕື້ກີບ, ປະຕິບັດລື່ນແຜນການ 3,3%, ມູນຄ່າສິນຄ້າສົ່ງອອກບັນລຸ 113,09 ລ້ານໂດສະຫະລັດ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 54,62% (ສ່ວນໃຫຍ່ແມ່ນຜະລິດຕະພັນກະສິກໍາມູນຄ່າເຖິງ 111,5 ລ້ານໂດລາ); ມູນຄ່າສິນຄ້ານໍາເຂົ້າ 111,31 ລ້ານໂດລາ, ໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ດ້ວຍການຫັນໄປສູ່ເຕັກນິກໃໝ່ທັນສະໄໝເທື່ອລະກ້າວ ໃນນັ້ນໄດ້ສຸມໃສ່ຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານ ແລະ ພືດເປັນສິນຄ້າ, ອັດຕາການຂະຫຍາຍຕົວຂອງຝຸງສັດ ສະເລ່ຍ ເທົ່າກັບ 11%, ໂດຍໄດ້ສົ່ງເສີມເຕັກນິກການລ້ຽງສັດໃຫ່ຍ ຕິດພັນກັບການຫັນຈາກທົ່ງຫຍ້າທໍາມະຊາດມາເປັນການປູກຫຍ້າເປັນອາຫານສັດ, ສໍາລັບແຜນປີ 2023 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ກ່າວວ່າ: ອົງການປົກຄອງແຂວງພວກເຮົາຈະໄດ້ສຸມທຸກກຳລັງແຮງເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງກໍຄືບັນດາເປົ້າໝາຍຂອງສອງວາລະແຫ່ງຊາດຢ່າງຕັ້ງໜ້າ ແລະ ແຂງແຮງກວ່າຜ່ານມາ, ສືບຕໍ່ຍູ້ແຮງເສດຖະກິດຂອງແຂວງໃຫ້ຂະຫຍາຍຕົວຕໍ່ເນື່ອງບໍ່ລຸດ 5%, ລາຍຮັບສະເລ່ຍຫົວຄົນໜຶ່ງ 35,38 ລ້ານກີບຂຶ້ນໄປ, ເກັບລາຍຮັບທັງໝົດ 1.514,74 ຕື້ກີບ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມເສດຖະກິດ ຂະໜາດນ້ອຍ, ຂະໜາດກາງ ໃຫ້ແຂງແຮງກວ່າເກົ່າ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
ນັກຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ
ໂທ: 22126933