ງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ຄັ້ງທີ 16 ໄດ້ຈັດພິທີເປີດຢ່າງເປັນທາງການ ໃນຕອນເຊົ້າວັນທີ 18 ກຸມພາ 2023 ນີ້ ທີ່ເດີ່ນສະໝາມຫຼວງຂອງແຂວງໄຊຍະບູລີ ເຊິ່ງມີຊ້າງເຂົ້າຮ່ວມ 75 ໂຕ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປະລິນຍາເອກ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມພັນລະຍາ, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເຈົ້າແຂວງໄຊຍະບູລີ ພ້ອມພັນລະຍາ, ມີການນໍາພັກ-ລັດ, ທັງສູນກາງ ແລະ ແຂວງ, ແຂກພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ ພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີເຂົ້າຮ່ວມຢ່າງຫຼວງຫຼາຍ.


ໃນພິທີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໄດ້ຂຶ້ນກ່າວລາຍງານການກະກຽມຄວາມພ້ອມໃນການຈັດງານມະຫະກໍາບຸນຊ້າງປະຈໍາປີ 2023 ໂດຍກ່າວວ່າ: ງານມະຫະກໍາບຸນຊ້າງໄຊຍະບູລີ ແມ່ນຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ ແຕ່ມາຮອດປີ 2020-2022 ໄດ້ຢຸດເຊົາ ຍ້ອນການລະບາດຂອງພະຍາດໂຄວິດ 19 ມາຮອດປີ 2023 ນີ້ ສະພາບການລະບາດຂອງພະຍາດໂຄວິດ 19 ໄດ້ຫຼຸດຜ່ອນລົງ ແລະ ພວກເຮົາກໍ່ໄດ້ມີການສັກວັກຊິນປ້ອງກັນຈຶ່ງໄດ້ຕົກລົງຈັດງານມະຫະກໍາບຸນຊ້າງປະຈໍາປີ 2023 ຂຶ້ນເປັນຄັ້ງທີ 16 ເຊິ່ງມີຊ້າງເຂົ້າຮ່ວມທັງໝົດ 75 ໂຕ ເພື່ອເປັນການອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ. ພ້ອມນີ້ ກໍ່ເພື່ອເປັນການສຶບຕໍ່ຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການໃຫ້ຢືນຍົງຄົງຕົວຄຽງຄູ່ກັບປະຊາຊົນເຮົາຕະຫຼອດໄປ. ນອກນີ້ ທັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ; ໃຫ້ຊ້າງຈໍານວນ 75 ໂຕ ທີ່ມາຈາກທົ່ວແຂວງໄດ້ພົບກັນປະສົມພັນກັນ ແລະ ກໍ່ໃຫ້ເກີດການສຶບພັນໃນອະນາຄົດ, ເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸ້ມຊ້າງຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວນຊ້າງເພື່ອສຶບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ຄູ່ກັບປວງຊົນລາວກໍ່ຄືຊາວແຂວງໄຊຍະບູລີ ຕະຫຼອດໄປ


ພ້ອມທັງໃຫ້ປະຊາຊົນ, ນັກທ່ອງທ່ຽວໄດ້ເຫັນການດໍາລົງຊີວິດຂອງຊ້າງ, ຮູ້ບຸນຄຸນ ແລະ ຖືຄວາມສໍາຄັນຂອງຊ້າງທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປະຈູບັນ. ສໍາລັບກິດຈະກໍາຫຼັກຂອງການຈັດງານໃນປີນີ້ ແມ່ນຈະເນັ້ນໜັກກິດຈະກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄໍາຮູ້ ພ້ອມກັນນີ້ ໃນແຕ່ລະວັນຂອງໄລຍະການຈັດງານແມ່ນຈະຈັດໃຫ້ມີກິດຈະກໍາຫຼາກຫຼາຍສີສັນເປັນຕົ້ນ: ການຈັດວາງສະແດງສິນຄ້າຕະຫຼາດນັດເລີ່ມແຕ່ວັນທີ 13 ກຸມພາ 2023 ເປັນຕົ້ນມາ ມີສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ສິນຄ້າຜົນຜະລິດທາງດ້ານກະສິກໍາ, ຫັດຖະກໍາ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ເມືອງ ພາຍໃນແຂວງໄຊຍະບູລີ , ມີສິນຄ້ານະວັດຕະກໍາທີ່ຕິດພັນທາງດ້ານວິຊາການຂອງບາງພະແນກການຂອງແຂວງໄຊຍະບູລີ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມຈໍານວນ 280 ກວ່າ ຮ້ານ, ເຊິ່ງມີມູນຄ່າສິນຄ້າປະມານ 8 ຕື້ກີບກວ່າ, ມີພິທີຕັກບາດຖວາຍສັງຄະທານຕາມຮີດຄອງປະເພນີໃນວັນທີ 17 ກຸມພາ 2023 ສໍາລັບມື້ເປີດງານເປັນທາງການມື້ນີ້ຈະມີກິດຈະກໍາຄື້: ຂະບວນແຫ່ຂອງຊ້າງ ຈໍານວນ 75 ໂຕ ປະສານສຽງເປົ່າສະໄນ, ຂະບວນແຫ່ກ້ອນກໍາລັງຂອງ 11 ເມືອງ ທີ່ມີເອກະລັກຂອງຊົນເຜົ່າ, ຂະບວນສະແດງຂອງ 8 ເຜົ່າ ທີ່ເປັນເອກະລັກຈໍານວນ 80 ຄົນ , ການສະແດງຂອງກ້ອນກໍາລັງນັກຮຽນ-ນັກສຶກສາ ຈໍານວນ 1400 ຄົນ , ຊົມການສະແດງກິດຈະກໍາຂອງຊ້າງຄໍາຮູ້ ຈໍານວນ 25 ໂຕ ລວມ 19 ລາຍການ, ຈັດພິທີບາສີສູ່ຂວັນຊ້າງ. ຫຼັງຈາກເປີດພິທີເປັນທາງການແລ້ວ ແຕ່ລະມື້ຈະມີການເປີດໃຫ້ແຂກໄດ້ມາຊົມການສະແດງຂອງຊ້າງຄໍາຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫຼາດນັດວາງສະແດງສິນຄ້າ ແລະ ຊົມການສະແດງສິລະປະວັນນະຄະດີຂອງອ້ອມຂ້າງແຂວງ ແລະ ເມືອງ ການທ່ອງທ່ຽວພາຍໃນເທດສະບານແຂວງຕາມສະຖານທີ່ທ່ອງທ່ຽວຕ່າງໆ. ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ກ່າວເປີດງານມະຫະກໍາບຸນຊ້າງປະຈໍາປີ 2023 ຢ່າງເປັນທາງການ ພ້ອມທັງເຊີນການນໍາຂັ້ນສູງ ແລະ ຄະນະຮ່ວມລັ່ນຄອງ 9 ບາດ ຕັດແຖບຜ້າເປີດງານມະຫະກໍາບຸນຊ້າງ ແລະ ຂະບວນກ້ອນກໍາລັງຕ່າງໆ ເຊັ່ນ: ຂະບວນປ້າຍໂລໂກບຸນຊ້າງ, ຂະບວນປ້າຍງານມະຫະກໍາບຸນຊ້າງປະຈໍາປີ 2023, ຂະບວນທຸງຊາດທຸງທິວ, ຂະບວນພາຂວັນຊ້າງ, ເຖົ້າແກ່ແນວໂຮມ ຈໍານວນ 50 ຄົນ, ຂະບວນຕາງໜ້າ 8 ເຜົ່າ ຈໍານວນ 80 ຄົນ , ຂະບວນແຫ່ຊ້າງ 75 ໂຕ ປະສານສຽງເປົ່າສະໄນ, ຊ້າງຈັບປ້າຍຄໍາຂວັນຍິນດີຕ້ອນຮັບສູ່ງານມະຫະກໍາບຸນຊ້າງປະຈໍາປີ 2023 , ຂະບວນຊ້າງເສິກ, ຂະບວນຊ້າງທ່ອງທ່ຽວ, ຂະບວນຊ້າງລໍາລຽງ, ຂະບວນລໍາລຽງອາຫານການກິນ, ຂະບວນແຫ່ຂອງ 11 ເມືອງ, ຊົມການສະແດງ ຂອງນັກສະແດງເປັນຮູບທຸງ, ຮູບຊ້າງ ແລະ ຟ້ອນບັດສະລ໋ອບ, ຊົມການສະແດງກິດຈະກໍາຊ້າງຄໍາຮູ້ມີ 19 ລາຍການ ບາສີສູ່ຂວັນຊ້າງ, ຊົມການສະແດງໂດດຈ້ອງ ແລະ ຈັດກິດຈະກໍາອານຸລັກແຂ່ງຂັນແຕ້ມຮູບ ແລະ ຕີກ໋ອບຢູ່ທີ່ສະໝາມກ໋ອບຊ້າງນ້ອຍຕື່ມອີກ