ພິທີເຝິກອົບຮົບ ວຽກງານຄົ້ນຄວ້າສັງລວມ ຕິດຕາມເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຊຸດທີ II ໃຫ້ພະນັກງານຫຼັກແຫຼ່ງທົ່ວແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ທ່ານ ອາເມ ຊົງເຍ້ຽເລັ່ງ ຄະນະປະຈໍາພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງໄຊຍະບູລີ, ທ່ານ ນາງ ແສງຕານ ແກ້ວອິນດາປິງ ຫົວໜ້າກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ, ມີພະນັກງານຫຼັກແຫຼ່ງຂອງແຂວງ, ຂອງເມືອງ, ຜູ້ຊີ້ນຳການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ບັນດາພະແນກການ; ກົມກອງ; ອົງການ; ລັດວິສາຫະກິດຕ່າງໆອ້ອມຂ້າງແຂວງ ແລະ 11 ເມືອງທົ່ວແຂວງເຂົ້າຮ່ວມ.
ໃນພິທີທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄດ້ຂຶ້ນກ່າວເປີດຊຸດເຝິກອົບຮົມວຽກງານຄົ້ນຄວ້າສັງລວມຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຊຸດທີ II ໃຫ້ພະນັກງານຫຼັກແຫຼ່ງທົ່ວແຂວງໄຊຍະບູລີ ຢ່າງເປັນທາງການເຊິ່ງທ່ານໄດ້ໄດ້ກ່າວບາງຕອນວ່າ ເພື່ອເຮັດໃຫ້ບັນດາສະຫາຍໄດ້ຄົ້ນຄວ້າເຊື່ອມຊືມຊຸດອົບຮົມຄັ້ງນີ້ຈະໄດ້ຄົ້ນຄວ້າ, ເຊື່ອມຊືມບາງບັນຫາຄື: ຈະໄດ້ພ້ອມກັນຄົ້ນຄວ້າເຊື່ອມຊືມຢ່າງເປັນເອກະພາບບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມເພື່ອກໍາແໜ້ນຫຼັກການ ແລະ ທິດນໍາໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຈະໄດ້ກໍາແໜ້ນ, ວິທີເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ຈະໄດ້ພ້ອມກັນຄົ້ນຄວ້າເຊື່ອມຊືມກ່ຽວກັບແບບແຜນວິທີເຮັດວຽກກົນໄກລະບຽບຂອງຕາໜ່າງເພື່ອນຮ່ວມງານວຽກງານຫາງສຽງສັງຄົມຢູ່ບັນດາພະແນກຕ່າງໆອ້ອມຂ້າງແຂວງ ແລະ ບັນດາເມືອງ, ຄົ້ນຄວ້າເຊື່ອມຊືມກ່ຽວກັບຄວາມໝາຍ, ຄວາມສໍາຄັນພາລະບົດບາດ ແລະ ໜ້າທີ່ຂອງວຽກງານຄົ້ນຄວ້າສັງລວມ. ທ່ານ ອາເມ ຊົງເຍ້ຽເລັ່ງ ໄດ້ຂຶ້ນຜ່ານຄໍາສັ່ງ ເລກທີ 04/ຄລສພ; ວ່າດ້ວຍການເພີ່ມທະວີວຽກງານຕິດຕາມເກັບກໍາສະພາບແນວຄິດຫາງສຽງສັງຄົມໃນໄລຍະໃໝ່, ຄຳແນະນຳເລກທີ 133/ຄອສພ ແລະ ຂໍ້ກຳນົດການຈັດຕັ້ງເຄື່ອນໄຫວຂອງເພື່ອນຮ່ວມງານ. ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ,ວິທິເກັບກຳແລະການນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງແນວຄິດ :ຈຸດປະສົງແມ່ນເພື່ອເຮັດໃຫ້ຄະນະຮັບຜິດຊອບເວົ້າລວມ,ເວົ້າສະເພາະຜູ້ເຮັດວຽກການເມືອງ ແນວຄິດຢູ່ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ເມືອງ ( ເພື່ອນຮ່ວມງານເກັບກຳຫາງສຽງສັງຄົມ) ໄດ້ເຊື່ອມຊືມກຳແໜ້ນບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ, ຮັບຮູ້ເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າ-ສັງລວມຊຶ່ງແມ່ນຫຼັກການ ແລະ ທິດນຳໃນການເຮັດວຽກງານຫາງສຽງສັງຄົມ, ບົນພື້ນຖານນັ້ນກໍ່ນຳໄປໝູນໃຊ້ເຂົ້າໃນການເກັບກຳສະພາບແນວຄິດ, ຫາງສຽງສັງຄົມດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ເຫດການພົ້ນເດັ່ນທີ່ເກີດຂຶ້ນຢູ່ກົມກອງ, ທ້ອງຖິ່ນຕົນເປັນຕົ້ນ. ຂໍ້ສະເໜີຂອງປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນຕໍ່ພັກ-ຕໍ່ລັດເຮົາ, ການໂຄສະນາປ່າວຂ່າວ, ປັ່ນປ່ວນແນວຄິດຂອງກຸ່ມຄົນບໍ່ດີເພື່ອແບ່ງແຍກຄວາມສາມັກຄີພາຍໃນ ແລະ ບັນຫາອື່ນໆ ລາຍງານຂັ້ນເທິງ ຫຼື ຄະນະໂຄສະນາອົບຮົມແຂວງຊາບເພື່ອຊອກຫາວິທີການແກ້ໄຂໃຫ້ທັນການ.
…………………………
ຂ່າວ+ພາບ: ຄໍາໝັ້ນ ລິນທະວົງ