ກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມສ້າງຕັ້ງກອງທຶນຮ່ວມໃຈເພື່ອຊ່ວຍເຫຼືອຄົນທຸກຍາກ ແຂວງໄຊຍະບູລີ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດ 2022 ນີ້ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ບຸນໄທ ສິດທະວົງ ພັນລະຍາຂອງທ່ານເຈົ້າແຂວງ, ມີບັນດາການນໍາເພດຍິງ, ອະດີດການນໍາເພດຍິງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານຮາກຖານ, ຫົວໜ້າໜ່ວຍແມ່ຍິງອ້ອມຂ້າງແຂວງ, ຄອບຄົວການນໍາ, ຄອບຄົວນັກທຸລະກິດ, ນັກທຸລະກິດ-ຜູ້ປະກອບການເພດຍິງອ້ອມຂ້າງແຂວງ, ເມືອງເຂົ້າຮ່ວມ.
ໂດຍປະຕິບັດຕາມແຜນພັດທະນາແມ່ຍິງແຂວງໄຊຍະບູລີ 5 ປີ ຄັ້ງທີ VII (2021-2025), 10 ແຜນງານ 58 ໂຄງການ ແລະ ແຈ້ງການຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 334/ສສຍລ, ລົງວັນທີ 28 ມິຖຸນາ 2022 ກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1995-20 ກໍລະກົດ 2022), ປະຕິບັດຕາມທິດຊີ້ນໍາຂອງຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ ຄັ້ງວັນທີ 6 ເມສາ 2022 ໃນການຈັດຕັ້ງກອງປະຊຸມຄົ້ນຄວ້າປຶກສາຫາລືຄວາມເປັນໄປໄດ້ໃນການສ້າງຕັ້ງກອງທຶນຮ່ວມໃຈເພື່ອຊ່ວຍເຫຼືອຄົນທຸກຍາກແຂວງໄຊຍະບູລີ. ຊຶ່ງກອງທຶນຮ່ວມໃຈເພື່ອຊ່ວຍເຫຼືອຄົນທຸກຍາກແມ່ນການຈັດຕັ້ງສັງຄົມ ໂດຍບໍ່ຫວັງຜົນກໍາໄລ ສ້າງຕັ້ງຂຶ້ນເພື່ອສະສົມທຶນຈາກບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທາງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເພື່ອນໍາໃຊ້ເຂົ້າໃນການຊ່ວຍເຫຼືອຜູ້ທຸກຍາກ, ດ້ອຍໂອກາດ, ຖືກອຸທົກກະໄພ ລວມທັງຊ່ວຍເຫຼືອໃນຂະແໜງການສຶກສາ, ສາທາລະນະສຸກ ແລະ ຂະແໜງການອື່ນໆຕາມຄວາມສາມາດຕົວຈິງ ພ້ອມກັນນີ້ ກໍ່ເປັນການສຶກສາອົບຮົມການເມືອງ-ແນວຄິດ ເຕົ້າໂຮມຄວາມສາມັກຄີໃນທົ່ວສັງຄົມ ໃຫ້ເປັນປຶກແຜ່ນແໜ້ນໜາ, ປຸກຈິດສໍານຶກໃຫ້ທຸກຄົນໃນສັງຄົມມີມະນຸດສະທໍາ, ມີຈິດໃຈໂອບເອື້ອອາລີຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ກອງທຶນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ຈະເປັນການສືບຕໍ່ຂະຫຍາຍທ່າແຮງ ຂອງຄອບຄົວການນໍາໃນການປຸກລະດົມທຶນຮອນ ຈາກພາກສ່ວນຕ່າງໆ ເພື່ອຊ່ວຍເຫຼືອຜູ້ທຸກຍາກ ທີ່ເຄີຍປະຕິບັດໃນໄລຍະຜ່ານມາໃຫ້ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື່ອຍໆ ເປັນການປະກອບສ່ວນທີ່ສໍາຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຊ່ວຍແບ່ງເບົາພາລະຂອງພັກ-ລັດ ໃນການສ້າງສາພັດທະນາແຂວງໄຊຍະບູລີ ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ. ຈຸດປະສົງ ກໍ່ແມ່ນການເຕົ້າໂຮມບັນດາຄອບຄົວຂອງການນໍາພາຍໃນແຂວງ, ພະນັກງານ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນຜູ້ທີ່ມີຈິດໃຈຊ່ວຍເຫຼືອສັງຄົມເຂົ້າເປັນສະມາຊິກຢູ່ໃນການຈັດຕັ້ງຂອງກອງທຶນ ດ້ວຍຄວາມສະໝັກໃຈເປັນອັນໜຶ່ງອັນດຽວ ດ້ວຍຮູບແບບການຊອກຫາແຫຼ່ງທຶນເປັນບັນຫາຕົ້ນຕໍ ການລະດົມທຶນຈາກສັງຄົມ, ນັກທຸລະກິດ ເປັນສໍາຮອງ ເພື່ອຊ່ວຍເຫຼືອຜູ້ທຸກຍາກ, ດ້ອຍໂອກາດ ແລະ ຜູ້ຖືກອຸທົກກະໄພພາຍໃນແຂວງໄຊຍະບູລີ. ໃນໂອກາດນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອກະກຽມເງື່ອນໄຂ, ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການສ້າງຕັ້ງກອງທຶນຮ່ວມໃຈເພື່ອຊ່ວຍເຫຼືອຄົນທຸກຍາກ ແລະ ກະກຽມຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ທີ່ຈະມາເຖິງໃນມໍ່ໆນີ້.
…………………..
ຂ່າວ: ມະໄລວັນ