ຫົວໜ້າຄະນະຈັດຕັ້ງ ສູນກາງພັກ ໂອ້ລົມການນໍາຫຼັກແຫຼ່ງຂອງແຂວງ ໄຊຍະບູລີ

ເນື່ອງໃນໂອກາດທີ່ ທ່ານ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ ໃນລະຫວ່າງວັນທີ 12-13 ມັງກອນ ປີນີ້, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງແຂວງ, ໂອກາດດັ່ງກ່າວ ທ່ານ ນາງ ສີໃສ ລືເດດມູນສອນ ແມ່ນໄດ້ໂອ້ລົມຕໍ່ການນໍາຂອງແຂວງ, ເຊິ່ງທ່ານໄດ້ເນັ້ນໜັກໃຫ້ການນໍາທຸກພາກສ່ວນຂອງແຂວງຕ້ອງເພີ່ມທະວີການນໍາພາການເມືອງ-ແນວຄິດໃຫ້ຫຼາຍຂຶ້ນກວ່າເກົ່າ, ສ້າງຖັນແຖວໃຫ້ພະນັກງານນໍາພາ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນໄດ້ຮັບການປະກອບຄວາມຮູ້ລັດທິມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ຄະນະພັກແຕ່ລະຂັ້ນຕ້ອງຍົກສູງຄວາມຮັບຜິດຊອບຕໍ່ການເຄື່ອນໄຫວຂອງຕົນໄປຕາມສິດ ແລະ ໜ້າທີ່ ເຊິ່ງໄດ້ກໍານົດໃນກົດລະບຽບຂອງພັກ, ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ໂດຍຖືເອົາການຕໍານິຕິຊົມເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງຄະນະພັກທຸກຂັ້ນ, ເພີ່ມທະວີຄວາມຮັບຜິດຊອບໃນການກໍ່ສ້າງໜ່ວຍພັກ, ສະມາຊິກພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເດັດດ່ຽວແກ້ໄຂສະມາຊິກພັກທີ່ເສຍທາດຂາດຄຸນ ດ້ວຍວິທີການ ແລະ ມາດຕະການຕົວຈິງຢ່າງເດັດຂາດ ແລະ ທັນການ, ເພີ່ມທະວີການຕິດຕາມກວດກາ ແລະ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນພັກ, ເພີ່ມຄວາມສໍາຄັນວຽກງານປ້ອງກັນພັກໂດຍເລີ່ມແຕ່ການປ້ອງກັນແນວທາງນະໂຍບາຍຂອງພັກ ແລະ ການຈັດຕັ້ງຂອງພັກ, ຕ້ອງປັບປຸງ ແລະ ເພີ່ມທະວີແບບແຜນນໍາພາທີ່ມີການແບ່ງງານ, ການມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງຂາດຕົວ, ສືບຕໍ່ນໍາພາອົງການຈັດຕັ້ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນພາຍໃນແຂວງໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ຕ້ອງຍົກສູງຄວາມຮັບຜິດຊອບໃນການສ້າງສະມາຊິກພັກໃຫ້ມີຄຸນມາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົ່ງຮັກພັກດີ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີນໍາໃຈເສຍສະຫຼະເພື່ອຊາດ ແລະ ປະຊາຊົນຢ່າງແທ້ຈິງ, ສືບຕໍ່ດໍາເນີນການການປະເມີນຜົນສະມາຊິກພັກ, ພະນັກງານ-ລັດຖະກອນປະຈໍາແຕ່ລະປີ ເພື່ອຊອກໃຫ້ເຫັນພະນັກງານຜູ້ດີເດັ່ນ, ຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ເກັ່ງ ເພື່ອເປັນບ່ອນອິງໃນການຊັບຊ້ອນຈັດວາງເຂົ້າໃນແຕ່ລະຕໍາແໜ່ງງານ, ການໂອ້ລົມມີຂຶ້ນໃນຕອນເຊົ້າຂອງວັນທີ 13 ມັງກອນ ປີນີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ, ໂດຍມີການນໍາຫຼັກແຫຼ່ງຂອງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ ພ້ອມຫົວໜ້າຄະນະຈັດຕັ້ງ 11 ເມືອງທົ່ວແຂວງເຂົ້າຮ່ວມຮັບຟັງ, ຈາກນັ້ນການນໍາຂອງແຂວງກໍ່ໄດ້ນໍາພາທີມງານຂອງຄະນະຈັດຕັ້ງສູນກາງພັກຢ້ຽມຊົມສິນຄ້າໂອດ໊ອບ, ໜ່ວຍພັກ ບ້ານ ດອນໃໝ່ ແລະ ການຜະລິດລະດູແລ້ງເຂດທົ່ງນາໄໝ ເມືອງ ໄຊຍະບູລີ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933