ຫຼາຍພາກສ່ວນມອບເງິນອຸປະຖໍາງານມະຫາກໍາບຸນຊ້າງ ປະຈໍາປີ 2023

Feb 15, 2023 | ຂ່າວສານ

 

ເພື່ອເປັນການປະກອບສ່ວນເງິນ ແລະ ວັດຖຸຈິດໃຈເຂົ້າໃນງານມະຫາກໍາບຸນຊ້າງ ປະຈໍາປີ 2023 ຫຼາຍພາກສ່ວນແມ່ນໄດ້ມອບເງິນສົດ ແລະ ອຸປະກອນຕ່າງໆອຸປະຖໍາໃນງານບຸນດັ່ງກ່າວ, ໃນນັ້ນມີ: ບໍລິສັດ ພັນທະມິດ ກໍ່ສ້າງຂົວທາງ ຈໍາກັດ ມອບເງິນສົດຈໍານວນ 20,000,000 ກີບ, ທະນາຄານ ການຄ້າຕ່າງປະເທດລາວ ມອບເງິນສົດ 30,000,000 ກີບ ແລະ ທະນາຄານ ພົງສະຫວັນ ມອບຜ້າຄຸມຊ້າງ ແລະ ຄັນຮົ່ມ ມູນຄ່າທັງໝົດ 30,000,000 ກີບ, ໃຫ້ກຽດຮັບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ປະທານຈັດງານ ມະຫາກໍາບຸນຊ້າງ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ