ໃນຕອນເຊົ້າຂອງວັນທີ 13 ທັນວາ 2022 ຫ້ອງວ່າການແຂວງ ໄຊຍະບູລີ ໄດ້ມອບເງິນສົດ ຈໍານວນ 5,000,000 ກີບ ໃຫ້ໂຮງຮຽນ ມສ ນາຫຼາ, ມອບໂດຍ ທ່ານ ພອນສະຫວັນ ໄຊສົມພັນ ພ້ອມຄະນະ ແລະ ຮັບໂດຍ ທ່ານ ບຸນລັດ ອິນທະປັນຍາ ອໍານວຍການ ໂຮງຮຽນ ມສ ນາຫຼາ ພ້ອມຄະນະ, ເພື່ອເປັນການປະກອບສ່ວນທຶນຮອນເຂົ້າໃນການພັດທະນາວຽກງານການສືກສາ, ເວົ້າລວມ, ເວົ້າສະເພາະແມ່ນປະກອບສ່ວຍຊ່ວຍກໍ່ສ້າງ ແລະ ສ້ອມແປງ ໂຮງຮຽນ ມສ ນາຫຼາ ເມືອງ ໄຊຍະບູລີ, ແຂວງ ໄຊຍະບູລີ.
ໂດຍ: ອຸ່ນເຮືອນ ໂພທິລັກ
ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ