ອົງການປົກຄອງແຂວງໄຊຍະບູລີສະຫຼຸບວຽກງານ 6 ເດືອນຕົ້ນປີ 2022

Jul 13, 2022 | ຂ່າວສານ

ກອງປະຊຸມອົງການປົກຄອງແຂວງໄຊຍະບູລີ ປະຈໍາ 6 ເດືອນຕົ້ນປີ 2022 ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ບັນດາຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ ພ້ອມດ້ວຍເຈົ້າເມືອງ, ຮອງເຈົ້າເມືອງ 11 ເມືອງທົ່ວແຂວງເຂົ້າຮ່ວມ.

ໃນວາລະດໍາເນີນກອງປະຊຸມ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມອົງການປົກຄອງແຂວງ ປະຈໍາ 6 ເດືອນຕົ້ນປີ 2022 ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ຕະຫຼອດໄລຍະ 6 ເດືອນຕົ້ນປີຜ່ານມາ ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສະຫຼັບສັບຊ້ອນ, ເວົ້າລວມ, ເວົ້າສະເພາະແຂວງໄຊຍະບູລີພວກເຮົາ ພົບກັບຄວາມຫຍຸ້ງຍາກຫຼາຍປະການ ເປັນຕົ້ນແມ່ນ ຄວາມຫຍຸ້ງຍາກດ້ານການເງິນ-ງົບປະມານ, ການຜັນຜວນຂອງຕາເງິນຕ່າງປະເທດ, ອັດຕາແລກປ່ຽນເງິນຕາ, ເງິນກີບອ່ອນຄ່າ (ເງິນເຟີ້), ລາຄານໍ້າມັນບໍ່ພຽງແຕ່ລາຄາສູງຂື້ນເທົ່ານັ້ນ ຍັງເກີດສະພາບການຂາດແຄນນໍ້າມັນເຊື້ອໄຟ ເຊິ່ງບໍ່ເຄີຍມີມາກ່ອນ, ໄພທໍາມະຊາດ, ພະຍາດໂຄວິດ-19 ແລະ ການລະບາດຂອງພະຍາດໄຂ້ຍຸງລາຍ ທີ່ພວມລະບາດຢູ່ໃນປະຈຸບັນ. ແຕ່ເຖິງຢ່າງໃດກໍ່ຕາມ ດ້ວຍຄວາມເປັນເຈົ້າການຂອງອົງການປົກຄອງ ແລະ ຂະແໜງການຂັ້ນຕ່າງໆ ໄດ້ມີຄວາມພະຍາມຍາມຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆ 6 ເດືອນຕົ້ນປີ ຕິດພັນກັບການຜັນຂະຫຍາຍ 2 ວາລະແຫ່ງຊາດ ໄດ້ມີຜົນສໍາເລັດຫຼາຍດ້ານ ຕາມສະພາບເງື່ອນໄຂ, ໃນນັ້ນ ສິ່ງສໍາຄັນແມ່ນແຂວງເຮົາ ຍັງຮັບປະກັນ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຮັກສາໄດ້ບັນຍາກາດດີຢູ່ບໍລິເວນຊາຍແດນ, ບໍ່ມີເຫດການຮ້າຍແຮງໃດໆເກີດຂຶ້ນ, ການຜະລິດສະບຽງອາຫານ, ຜະລິດສິນຄ້າ ຂອງປະຊາຊົນຍັງສືບຕໍ່ເປັນຂະບວນການດີ. ແຕ່ເຖິງວ່າອົງການປົກຄອງແຂວງພວກເຮົາ ໄດ້ມີຄວາມພະຍາຍາມ ເອົາໃຈໃສ່ນໍາພາຍູ້ຂະບວນການດ້ານຕ່າງໆ ມີຜົນສໍາເລັດໃນຫຼາຍດ້ານກໍ່ຕາມ ອີງໃສ່ທ່າແຮງບົ່ມຊ້ອນຢູ່ພາຍໃນ ແລະ ທຽບໃສ່ຄາດໝາຍແຜນການວາງໄວ້ ໃນປີ 2022 ແລ້ວ ເຫັນວ່າ ຍັງມີບາງດ້ານທີ່ພວກເຮົາປະຕິບັດບໍ່ທັນໄດ້ດີ. ເປັນຈຸດອ່ອນຄົງຄ້າງ, ເຊິ່ງກອງປະຊຸມພວກເຮົາຄັ້ງນີ້ ຈະໄດ້ນໍາມາຄົ້ນຄວ້າຊອກຫາສາເຫດ ແລະ ວິທີການແກ້ໄຂໃນຕໍ່ໜ້າ, ປັບປຸງເຮັດໃຫ້ມັນມີຜົນໄດ້ຮັບດີຂຶ້ນກວ່າເກົ່າ ເປັນຕົ້ນ ສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຍັງບໍ່ທັນໄດ້ຮັບການແກ້ໄຂ ໃຫ້ມີຄວາມສະຫງົບໄດ້ ເຊັ່ນ: ບັນຫາການຄ້າ-ຂາຍ ແລະ ເສບສີ່ງເສບຕິດ, ຂີ້ລັກ-ງັດແງະ, ລັກຊັບພົນລະເມືອງ, ອຸບັດຕິເຫດຕາມທ້ອງຖະໜົນ ແລະອາດສະຍາກໍາ ອື່ນໆ ທີ່ພວມເກີດຂຶ້ນແຜ່ຫຼາຍໃນສັງຄົມ ກາຍເປັນສິ່ງທ້າທາຍ ແລະ ເປັນໄພຂົ່ມຂູ່ ຕໍ່ການນໍາພາຂອງອົງການປົກຄອງແຂວງພວກເຮົາ, ຄວາມຫຍຸ້ງຍາກໃນສະພາບການປະຈຸບັນ ເຮັດໃຫ້ບັນດາຄາດໝາຍສູ້ຊົນລະອຽດ ຂອງຂະແໜງການ ຈໍານວນໜຶ່ງພວກເຮົາບໍ່ທັນສາມາດປະຕິບັດບັນລຸຕາມແຜນວາງໄວ້ ແລະ ຄາດໝາຍອື່ນໆ ອີກຈໍານວນໜຶ່ງ. ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ບໍ່ພຽງແຕ່ເປັນການສະຫຼຸບຕີລາຄາ ໃຫ້ເຫັນດ້ານດີ, ດ້ານອ່ອນ ໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີຜ່ານມາເທົ່ານັ້ນ. ສໍາຄັນແມ່ນເປັນການຕີລາຄາ ຄວາມຮັບຜິດຊອບການເມືອງ ຂອງຄະນະພັກ, ອົງການປົກຄອງຂັ້ນຕ່າງໆ ໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ລະບຽບກົດໝາຍຂັ້ນເທິງວາງ ອອກມີຜົນສໍາເລັດຄືແນວໃດ ພ້ອມນີ້ຜູ້ແທນກອງປະຊຸມພວກເຮົາ ຈະເອກະພາບກັນກໍານົດທິດທາງ, ຈຸດໝາຍສູ້ຊົນແຕ່ລະດ້ານ ສໍາຫຼັບ 6 ເດືອນທ້າຍປີ 2022 ອີກດ້ວຍ, ເນື້ອໃນຕົ້ນຕໍ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ບັນດາວຽກງານທີ່ສຳຄັນຂອງແຂວງ ເຊັ່ນ: ຮັບຟັງການຜ່ານບົດສະຫຼຸບ ກ່ຽວກັບການຕີລາຄາ ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງໄຊຍະບູລີ ປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022, ຮັບຟັງບົດລາຍງານ ກ່ຽວກັບການຕີລາຄາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຮັບຟັງບົດລາຍງານ ກ່ຽວກັບການຕີລາຄາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຮັບຟັງການລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022, ຮັບຟັງບົດລາຍງານ ກ່ຽວກັບ ການຊຸກຍູ້ຕິດຕາມການເກັບກູ້ພືດລະດູແລ້ງ ແລະ ແຜນການກະກຽມປູກພືດລະດູຝົນ, ຕິດພັນກັບການເຝົ້າລະວັງການລະບາດຂອງພະຍາດພືດ-ສັດ, ຮັບຟັງບົດລາຍງານ ກ່ຽວກັບ ການຕິດຕາມກວດກາການນໍາເຂົ້າ-ສົ່ງອອກສິນຄ້າ, ການຄຸ້ມຄອງລາຄາສິນຄ້າ ແລະ ການຈຳໜ່າຍນ້ຳມັນເຊື້ອໄຟຢູ່ພາຍໃນແຂວງ, ລາຍງານກ່ຽວກັນປ້ອງກັນພະຍາດທີ່ມັກເກີດຕາມລະດູການ ຕິດພັນກັບການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ. ຈາກນັ້ນບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ມີເນື້ອໃນເລິກເຊິ່ງ, ສັງລວມໄດ້ບັນຫາພົ້ນເດັ່ນ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອພ້ອມກັນສຶບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີກວ່າເກົ່າ.

……………..

ຂ່າວ: ບຸນທີ