ອົງການໄອຍະການປະຊາຊົນແຂວງໄຊຍະບູລີຖອດຖອນບົດຮຽນການດໍາເນີນຄະດີຕາມຂະບວນຍຸຕິທໍາ

Jul 13, 2022 | ຂ່າວສານ

ກອງປະຊຸມວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາຂັ້ນແຂວງຄັ້ງທີ່ II ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2022 ນີ້ ທີ່ສະໂມສອນຫ້ອງວ່າການປົກຄອງແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງໄຊຍະບູລີ ມີກໍາມະການພັກແຂວງ, ຫົວໜ້າ ຮອງຫົວໜ້າພະແນກ, ອົງການ 4 ພາກສ່ວນເຂົ້າຮ່ວມ.

ທ່ານສົມເພັດ ຫຼຽນທອງ ຫົວໜ້າອົງການໄອຍະການປະຊາຊົນແຂວງໄຊຍະບູລີ ໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ຈາກນັ້ນ ທ່ານ ພຸດທະວົງ ພັນທະລາດ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງໄຊຍະບູລີ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການດໍາເນີນຄະດີຕາມຂະບວນຍຸຕິທໍາຂັ້ນແຂວງຄັ້ງທີ II ແລະ ທິດທາງແຜນການໃນຕໍ່ໜ້າເຊິ່ງມີບາງຕອນທ່ານກ່າວວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາເຖິ່ງວ່າການເຄື່ອນໄຫວວຽກງານຈະມີອຸປະສັກ ແລະ ສິ່ງທ້າທາຍຫຼາຍດ້ານກໍ່ຕາມແຕ່ຄະນະພັກ, ຄະນະນໍາຂອງບັນດາອົງການສຶບສວນ-ສອບສວນອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ພະແນກຍຸຕິທໍາແມ່ນມີຄວາມພະຍາຍາມບຸກບືນສູ້ຊົນຈັດຕັ້ງປະຕິບັດຕາມພາລະບົດບາດສິດ ແລະ ໜ້າທີ່ ຕາມທີ່ລັດຖະທໍາມະນູນ ແລະ ກົດໝາຍກໍານົດໄວ້, ອົງການສຶບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດຄະດີເກີດຂຶ້ນທັງໝົດ 737 ເລື່ອງ ແກ້ໄຂແລ້ວ 611 ເລື່ອງ ໃນນັ້ນສົ່ງອົງການໄອຍະການ 280 ເລື່ອງ ຊັດມ້ຽນຂັ້ນເຈົ້າໜ້າທີ່ 30 ເລື່ອງ ໂຈະການດໍາເນີນຄະດີ 1 ເລື່ອງ ພວມສຶບຕໍ່ດໍາເນີນທັງໝົດ 126 ເລື່ອງ ອົງການສຶບສວນ-ສອບສວນຂອງເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງໄລຍະປີ 2021 ມີ 1 ເລື່ອງ ມີ 14 ຄົນ, ຍິງ 10 ຄົນ, ອົງການສຶບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ໄດ້ດໍາເນີນຄະດີອາຍາທັງໝົດ 6 ເລື່ອງ, ມີ 6 ຄົນ, ອົງການສຶບສວນ-ສອບສວນຂອງເຈົ້າໜ້າທີ່ພາສີມີທັງໝົດ 4 ຄະດີ ແກ້ໄຂແລ້ວ 4 ຄະດີ, ອົງການໄອຍະການປະຊາຊົນໄດ້ອອກມາດຕະການທາງດ້ານກົດໝາຍມີທັງໝົດ1.393 ສະບັບຄື: ອອກຄໍາສັ່ງແນະນໍາ 30 ສະບັບ, ອອກຄໍາສັ່ງຈັບຕົວ 20 ສະບັບ, ອອກຄໍາສັ່ງກວດຄົນຕ່າງໆ 81 ສະບັບ, ອອກຄໍາສັ່ງຕໍ່ການສຶບສວນ-ສອບສວນ 221 ສະບັບ, ອອກຄໍາສັ່ງຊັດມ້ຽນຄະດີ 7 ສະບັບ, ອອກຄໍາສັ່ງເບີກການສຶບສວນ-ສອບສວນເພີ່ມຕື່ມ 8 ສະບັບ ອອກຄໍາສັ່ງປ່ວຍຕົວພາງ 15 ສະບັບ, ສໍານວນຄະດີອາຍາຂັ້ນອຸທອນມີ 4 ເລື່ອງ ແກ້ໄຂແລ້ວເທົ່າກັບ 100% ສໍານວນຄະດີແພ່ງຂັ້ນຕົ້ນຄ້າງມາທ້າຍປີ 2020 ຈໍານວນ 2 ເລື່ອງ, ເຂົ້າມາໃໝ່ 51 ເລື່ອງ ລວມທັງໝົດ 53 ເລື່ອງ, ສານປະຊາຊົນມີຄະດີເຂົ້າມາສານປະຊາຊົນແຂວງ ແລະ ສານປະຊາຊົນ 3 ເຂດ ຄື: ຄະດີຄ້າງ 48 ເລື່ອງ ໃນນີ້ຄະດີຂັ້ນຂຸທອນ 6 ເລື່ອງ, ເຂົ້າມາໃໝ່ 556 ເລື່ອງ ໃນນີ້ ຄະດີຂັ້ນຂຸທອນ 7 ເລື່ອງ ລວມທັງໝົດ 604 ເລື່ອງ ພະແນກຍຸຕິທໍາສໍານວນຕັດສິນຄະດີຄ້າງມາ 1.872 ເລື່ອງ ໃນນີ້ ຄໍາຕັດສິນຄະດີແພ່ງ 12 ເລື່ອງ ອາຍາ 287 ເລື່ອງ ລວມ 2.171 ເລື່ອງ. ພ້ອມນີ້ກອງປະຊຸມຍັງໄດເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 11ຂ/ກມສພວ່າດ້ວຍການພົກສູງຄຸນນະພາບຂອງການດໍາເນີນຄະດີຕາມຂະບວນຍຸຕິທໍາ, ຮັບຟັງການປະກອບຄໍາຄິດຄໍາເຫັນຂອງຕາງໜ້າຈາກ 4 ພາກສ່ວນຈຸດປະສົງກໍ່ເພື່ອແນ່ໃສ່ຊອກໃຫ້ເຫັນຜົນງານດ້ານດີທີ່ຄວນສົ່ງເສີມໂດຍສະເພາະການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ດ້ານອ່ອນ, ຂໍ້ຄົງຄ້າງສາເຫດທີ່ຈະພ້ອມກັນແກ້ໄຂໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີຂຶ້ນ.

………………………..

ຂ່າວ+ພາບ: ບຸນທີ