ອົງຄະນະພັກເມືອງ ໄຊສະຖານ ດໍາເນີນກອງປະຊຸມກາງສະໄໝ ທີ II

Jan 4, 2023 | ຂ່າວສານ

ກອງປະຊຸມ ກາງສະໄໝ ທີ II ຂອງອົງຄະນະພັກເມືອງ ໄຊສະຖານ ແຂວງ ໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ສີສະໝອນ ນາມວົງ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ ໄຊສະຖານ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ໜ່ວຍປະຕິບັດງານຂອງແຂວງ, ມີບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງເມືອງ, ມີເລຂາພັກບ້ານ, ນາຍບ້ານ ແລະ ນັກທຸລະກິດຜູ້ປະກອບການເຂົ້າຮ່ວມ.

ສະຫາຍ ສີສະໝອນ ນາມວົງ ວ່າການເລຂາພັກເມືອງໄດ້ກ່າວໄຂກອງປະຊຸມເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນຕີລາຄາຄືນຜົນງານ ໃນແຕ່ລະດ້ານທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງ​ນຳ​ພາປະຕິບັດແນວທາງນະໂຍບາຍຂອງພັກ, ໂຄງການ​ດຳເນີນງານແຕ່ລະໄລຍະ ຂອງຄະນະບໍລິຫານງານພັກ​ເມືອງ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ແລະ ພ້ອມ​ກັນ​ວາງທິດທາງ​ແຜນ​ການ​ເພື່ອ​ປະ​ຕິ​ບັດ​ບັນ​ດາຄາດໝາຍຍຸດທະສາດ​ທີ່​ກຳ​ນົດ​ໃນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ II ແຕ່ນີ້ຮອດປີ 2024, ​ຕະຫຼອກ​ໄລ​ຍະ 3 ປີ​ຜ່ານ​ມາ ອົງຄະນະພັກເມືອງແມ່ນໄດ້ສຸມໃສ່ພັດທະນາ​ເສດຖະກິດໂດຍສຸມໃສ່ນຳພາ-ຊີ້ນຳ ຂຸດຄົ້ນທ່າແຮງ​ບົ່ມຊ້ອນເຂົ້າໃນການພັດທະນາເສດຖະກິດຢ່າງຕັ້ງໜ້າ​​ ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 6% ຕໍ່ປີ; ລວມຍອດລາຍຮັບພາຍໃນເມືອງທັງໝົດ 90,7 ຕື້ກີບ, ສະເລ່ຍໃສ່ຫົວຄົນໜື່ງໄດ້ 5,7 ລ້ານກີບ ຫຼື ເທົ່າກັບ 516 ໂດລາ ຕໍ່ຄົນຕໍ່ປີ, ໂຄງ​ປະກອບ​ເສດຖະກິດ​ໄດ້​ມີການຫັນປ່ຽນ​​​ຕາມທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳຂະໜາດນ້ອຍ ແລະ ທັນ​ສະ​ໄໝເທື່ອລະກ້າວ, ການພັດທະນາວັດທະນະທຳ-ສັງຄົມ ແມ່ນໄດ້ຍົກລະດັບຄຸນນະພາບການສຶກສາ, ຈັດຕັ້ງການຮຽນ-ການສອນຕາມ 3 ລັກສະນະ ແລະ 5 ຫຼັກມູນ ຕິດພັນກັບການຈັດຕັ້ງປະຕິບັດ 15 ຄາດໝາຍ ແລະ 19 ຕົວຊີ້ວັດດ້ານການສຶກສາ, ໄດ້ປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງທາງດ້ານພື້ນຖານໂຄງລ່າງ ແລະ ຄຸນນະພາບການປິ່ນປົວ, ນຳພາສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 36 ໜ່ວຍ,ປະຕິບັດໄດ້ 73,46%, ສ້າງສະມາຊິກພັກແຂງ ໄດ້ 505 ສະຫາຍ, ຍິງ 129 ເທົ່າກັບ 69,08 %, ໜ່ວຍ​ພັກ​ເພີ້​ມຂຶ້ນ 2 ໜ່ວຍ ແລະ ຂະຫຍາຍສະມາຊິກພັກໄດ້ 102 ສະຫາຍ, ຍິງ 31 ສະຫາຍ, ເທົ່າກັບ 41,46 % ຂອງມະຕິ II, ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາຫ້ອງການ, ຄອບຄົວຕົວແບບ, ຮັບຟັງການໂອ້ລົມຂອງສະຫາຍເລຂາພັກແຂວງ ແລະ ຈະໄດ້ດໍາເນີນ 1 ວັນຈຶ່ງສໍາເລັດ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933