ເຈົ້າແຂວງ ໄຊຍະບູລີ ຕ້ອນຮັບ ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ

Jan 13, 2023 | ຂ່າວສານ

 

ໃນຕອນເຊົ້າຂອງວັນທີ 13 ມັງກອນ 2023, ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ທ່ານ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ.

ກ່ອນອື່ນ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ໄດ້ລາຍງານສະພາບການພັດທະນາຂອງແຂວງໃນໄລຍະຜ່ານມາ, ໂດຍລວມແລ້ວແຂວງ ໄຊຍະບູລີ ແມ່ນມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນລະດັບ 4,9% ລວມຍອດຜະລິດຕະພັນພາຍໃນ 12,339 ຕື້ກີບ, ສະເລ່ຍໃສ່ຫົວຄົນໜື່ງ 29,47 ລ້ານກີບ ຫຼື ເທົ່າກັບ 1.734 ໂດລາສະຫະລັດ, ປີ 2022 ທົ່ວແຂວງມີສະມາຊິກພັກທັງໝົດ 20.399 ສະຫາຍ, ຍິງ 5.871 ສະຫາຍ ທຽບໃສ່ໄລຍະກອງປະຊຸມໃຫຍ່ ເພີ້ມຂື້ນ 831 ສະຫາຍ, ມີຮາກຖານພັກທັງໝົດ 1.407 ຮາກຖານ ໃນນີ້ມີຄະນະພັກຮາກຖານ 88 ຄະນະພັກ, ໜ່ວຍພັກຮາກຖານ 1.319 ໜ່ວຍ, ຜ່ານການກວດກາແບ່ງປະເພດ ປີ 2021 ມີສະມາຊິກພັກ ໄດ້ປະເພດແຂງ 17.625 ສະຫາຍ ກວມເອົາ 86,4%, ໜ່ວຍພັກໄດ້ຢັ້ງຢືນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ຈໍານວນ 1.095 ໜ່ວຍ ເທົ່າກັບ 83% ຂອງໜ່ວຍພັກທັງໝົດ; ຈາກນັ້ນ ທ່ານ ນາງ ສີໃສ ລືເດດມູນສອນ ກໍ່ໄດ້ຫາລືກ່ຽວກັບວຽກງານພັກ, ພະນັກງານ ເປັນຕົ້ນແມ່ນໃຫ້ສືບຕໍ່ກໍ່ສ້າງພັກ-ພະນັກງານໃຫ້ໄດ້ຄຸນນະພາບ, ໂດຍເລັ່ງໃສ່ພະນັກງານໜຸ່ມນ້ອຍ, ເພດ ແລະ ເຜົ່າ, ພ້ອມທັງສົ່ງເສີມພະນັກງານຫຼັກແຫຼ່ງໃຫ້ຍົກລະດັບຄວາມຮູ້ດ້ານພາສາຕ່າງປະເທດໃຫ້ຫຼາຍ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933