
ເປົ້າໝາຍ 1: ເສດຖະກິດເຕີບໂຕຢ່າງມີຄຸນນະພາບ, ສົມດູນ ແລະຍືນຍົງ
ສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ ມີຄວາມເຂັ້ມແຂງ ໝັ້ນທ່ຽງ; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃນການສ້າງ ແລະ ດຳເນີນທຸລະກິດ; ພັດທະນາຈຸນລະວິສາຫະກິດ, ຂະຫນາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່; ປັບປຸງໂຄງສ້າງເສດຖະກິດ ໄປຕາມການຫັນເປັນອຸດສາຫະກຳ
ຂະແຫນງການກ່ຽວຂ້ອງ
- ກະສິກຳ
- ອຸດສາຫະກຳ
- ພະລັງງານ ບໍ່ແຮ່
- ໂທລະຄົມມະນາຄົມ
- ຍທຂ

ເປົ້າໝາຍ 2: ຊັບພະຍາກອນມະນຸດມີຄຸນນະພາບດີ
ສຸມໃສ່ຈັດຕັ້ງປະຕິບັດ ດັດຊະນີ ຊັບສິນມະນຸດ HAI; ປັບປຸງການສຶກສາໃຫ້ມີຄຸນນະພາບສູງ; ສ້າງ ແລະ ຍົກລະດັບສີມືແຮງງານໃນຫລາຍສາຂາ; ສ້າງ ແລະ ປັບປຸງໂຮງຮຽນວິຊາຊີບ, ແລະ ສູນພັດທະນາ ສີມືແຮງງານ; ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ພັດທະນາ ນະວັດຕະກຳໃໝ່
ຂະແຫນງການກ່ຽວຂ້ອງ
- ສາທາ: ແມ່ ແລະ ເດັກ, ຮສຂ
- ສຶກສາ
- ພັດທະນາສີມືແຮງງານ
- ຄົ້ນຄວ້າວິທະຍາສາດ

ເປົ້າໝາຍ 3: ຊີວິດການເປັນຢູ່ ໄດ້ຮັບການຍົກລະດັບ ໃຫ້ດີຂຶ້ນ
ປັບປຸງ ແລະ ສະຫນອງການບໍລິການ ດ້ານສາທາລະນຸປະໂພກ ໃຫ້ທົ່ວເຖິງ; ພັດທະນາຕົວເມືອງ ໃຫ້ມີຄວາມປອດໄພ ແລະ ໜ້າຢູ່; ພັດທະນາຊົນນະບົດໄປສູ່ທັນສະໄຫມ, smart farming; ສົ່ງເສີມສິດສະເຫມີພາບ ຍິງ-ຊາຍ, ຊາວຫນຸ່ມ ແລະຜູ້ອາວຸໂສ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ
ຂະແຫນງການກ່ຽວຂ້ອງ
- ອຸປະກອນ ດ້ານສາທາລະນຸປະໂພກ
- ພັດທະນາ ແລະ ບໍລິຫານຕົວເມືອງ
- ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ
- ສະຫວັດດີການສັງຄົມ

ເປົ້າໝາຍ 4: ການພັດທະນາ ໄປຕາມທິດສີຂຽວ ແລະ ເປັນມິດ ຕໍ່ສິ່ງແວດລ້ອມ
ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນ ທຳມະຊາດ ໃຫ້ມີຄວາມຍືນຍົງ; ຈັດສັນ ແລະ ຂຶ້ນທະບຽນທີ່ດິນ ໃນຂອບເຂດທົ່ວປະເທດ; ສ້າງຄວາມສອດຄ່ອງກົມກຽວ ບັນດາຂະແຫນງການຈຸດສຸມບຸລິມະສິດ; ສ້າງຄວາມພ້ອມ ໃນການຮັບມື ແລະ ປ້ອງກັນໄພພິບັດ, ປັບປຸງນິຕິກຳ ແລະ ກົນໄກຮັບມື
ຂະແຫນງການກ່ຽວຂ້ອງ
- NRM
- APF
- ຈັດສັນ ແລະ ຂຶ້ນທະບຽນທີ່ດິນ
- ອ່າງໂຕ່ງ
- ແຜນໂຕ້ຕອບ ແລະ ປ້ອງກັນໄພພິບັດ

ເປົ້າໝາຍ 5: ການຮ່ວມມື, ເຊື່ອມໂຍງ, ເຊື່ອມຈອດພາຍໃນ ກັບພາກພື້ນ ແລະ ສາກົນ
ຊຸກຍູ້ການພົວພັນຮ່ວມມື, ຂົນຂວາຍ ແລະ ຍາດແຍ່ງການຊ່ວຍເຫລືອ ຈາກເພື່ອນທິດ ແລະ ອົງການຈັດຕັ້ງສາກົນ ເພື່ອປະກອບສ່ວນພັດທະນາ; ເປັນເຈົ້າການເຂົ້າຮ່ວມ ໃນຂະບວນກາຮເຊື່ອມໂຍງພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ; ສືບຕໍ່ແຜນການຮ່ວມມ ຂົງເຂດບຸລິມະສິດ ຂອງແຜນແມ່ບົດ “ນຶ່ງແລວ ນຶ່ງເສັ້ນທາງ”
ຂະແຫນງການກ່ຽວຂ້ອງ
- ຂົນສົ່ງໂດຍສານ ມວນຊົນທີ່ທັນສະໄຫມ
- ພື້ນຖານໂຄງລ່າງ
- ຂົນສົ່ງແລວທາງເສດຖະກິດ

ເປົ້າໝາຍ 6: ການຄຸ້ມຄອງບໍລິຫານລັດ ມີປະສິດທິພາບ
ປັບປຸງກົນໄກການປະສານງານລະຫວ່າງຂະແຫນງ ການດ້ວຍກັນ ໃຫ້ມີຄວາມເປັນເອກະພາບ ແລະ ວ່ອງໄວຂຶ້ນ; ສ້າງ ແລະ ປັບປຸງລະບຽບການຕ່າງໆ ໃຫ້ສອດຄ່ອງ ແລະ ຮັດກຸມ; ສືບຕໍ່ ຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ໃຫ້ມີປະສິດທິຜົນ; ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ…
ຂະແຫນງການກ່ຽວຂ້ອງ
- ປະສານງານຂອງຂະແຫນງການ
- ປັບປຸງກົງຈັກລັດ
- ປັບປຸງລະບຽບການ
- ໂຄສະນາເຜີຍແຜ່ກົດຫມາຍ
- ການບັງຄັບໃຊ້ກົດຫມາຍ
- ການເຊື່ອມສານການພັດທະນາສີຂຽວ