ພິທີປະກາດການຈັດຕັ້ງໂຍກຍ້າຍເລຂາພັກເມືອງ, ເຈົ້າເມືອງ, ຮອງເຈົ້າເມືອງເຈົ້າເມືອງຜູ້ເກົ່າ ແລະ ບົ່ງຕົວແຕ່ງຕັ້ງ ເລຂາພັກເມືອງ, ເຈົ້າເມືອງ, ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງຜູ້ໃໝ່ ເມືອງ ທົ່ງມີໄຊ ແຂວງ ໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ມີນາ ປີນີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ເຂົ້າຮ່ວມເປັນກຽດມີ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັດ, ເລຂາຄະແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີການນໍາ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານອາວຸໂສບໍານານທົ່ວເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ສໍາລານ ສຸວັນນະໂຊດ ກໍາມະການພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ໄຊຍະບູລີ ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ຄື: ຍົກຍ້າຍ ທ່ານ ສົມພອນ ໄຊດວງຕາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ທົ່ງມີໄຊ, ຍົກຍ້າຍ ທ່ານ ສີສະຫວັນ ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ, ຍົກຍ້າຍ ທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ, ຍົກຍ້າຍທ່ານ ສົມຫວັງ ສີສົມພອນ ກໍາມະການປະຈໍາພັກເມືອງ, ຫົວໜ້າຫ້ອງການ ແຜນການ ແລະ ການລົງທຶນເມືອງ ພຽງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການເມືອງ ທົ່ງມີໄຊ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເຈົ້າເມືອງ, ຮອງເຈົ້າເມືອງຄື: ແຕ່ງຕັ້ງ ທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ ເປັນເຈົ້າເມືອງ, ແຕ່ງຕັ້ງ ທ່ານ ສົມຫວັງ ສີສົມພອນ ກໍາມະການປະຈໍາພັກເມືອງ, ຫົວໜ້າຫ້ອງການ ແຜນການ ແລະ ການລົງທຶນເມືອງ ພຽງ ເປັນຮອງເຈົ້າເມືອງ ທົ່ງມີໄຊ, ຜ່ານມະຕິວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາພັກເມືອງ, ຄະນະປະຈໍາພັກເມືອງຄື ເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ກາວີ ເກດດົມລິ ກໍາມະການພັກແຂວ ເປັນເລຂາພັກເມືອງ, ສະຫາຍ ສົມຫວັງ ສີສົມພອນ ກໍາມະການປະຈໍາພັກເມືອງ ພຽງ ເປັນກໍາມະການປະຈໍາພັກເມືອງ ທົ່ງມີໄຊ, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍນາຍຕໍາຫຼວດຄື: ຍົກຍ້າຍ ສະຫາຍ ພັທ ທະວີລົມ ແສງພະຈັນ, ສະຫາຍ ພັຕ ບົວໄລ ທອງປະສິດ ກອງບັນຊາການ ປກສ ເມືອງ ໄປຮັບໜ້າທີ່ໃໝ່ຢູ່ ປກສ ແຂວງ, ຜ່ານຄໍາຊັ່ງຍົກຍ້າຍພະນັກງານຄື: ຍົກຍ້າຍສະຫາຍ ພັຕ ແສງ ອາລຸນ ແສງທະວີ ກອງຮ້ອຍທະຫານຊາຍແດນ 156 ໄປຮັບໜ້າທີ່ຢູ່ ກອງບັນຊາການທະຫານແຂວງ, ຍົກຍ້າຍ ພັຕ ບົວຮອງ ອິນທະວົງ, ຮທ ບຸນເຖົາ ແສງທະວີ ກອງຮ້ອຍຊາຍແດນ 156 ໄປຢູ່ຫ້ອງການເມືອງທະຫານແຂວງ, ພັຕ ໂພຈິດ ສິດທິສັກ, ສະຫາຍ ຮອ ພອນສະໄໝ ສຸນາເຄນ ກອງຮ້ອຍ 411 ໄປຢູ່ຫ້ອງການເມືອງທະຫານແຂວງ, ແຕ່ງຕັ້ງ ພັຕ ໂພຈິດ ສິດທິສັກ ເປັນຫົວໜ້າການເມືອງ, ຮທ ສຸລະໄຊ ພັນສີດາ ເປັນຫົວໜ້າການທະຫານ, ຮທ ສຸລິນ ບຸດບົວທອງ ເປັນຮອງການທະຫານ ກອງຮ້ອຍຊາຍແດນ 156, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ທີ່ຖືກຍົກຍ້າຍ, ແຕ່ງຕັ້ງໃໝ່ຈົ່ງສືບຕໍ່ ແລະ ບັນດາການນຳທຸກຂັ້ນຂອງເມືອງ ຕ້ອງເປັນເອກະພາບນຳການຈັດຕັ້ງຂັ້ນເທິງ, ຕໍ່ການສັບປ່ຽນເຈົ້າເມືອງ ແລະພະນັກງານການນຳຂັ້ນສູງຂອງເມືອງ ພ້ອມກັນນັ້ນໃຫ້ບັນດາສະຫາຍນຳພາແນວຄິດ ຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະຫ້ອງການ, ແຕ່ບ້ານ ແລະ ປະຊາຊົນບັນດາເຜົ່າ ທີ່ບໍ່ໄດ້ມາຮ່ວມພິທີໃນມື້ນີ້ ໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ, ຄະນະປະຈຳພັກເມືອງ ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ບັນດາສະຫາຍຄະນະພັກແຕ່ລະຂັ້ນ ແລະ ສະຫາຍທີ່ຖືກຍົກຍ້າຍ-ແຕ່ງຕັ້ງຄັ້ງນີ້ຕ້ອງຕັ້ງໜ້າ ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນ, ຕ້ອງເຊີດຊູ, ຍົກສູງຄວາມຮັບຜິດຊອບ ໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍໃຫ້ສູງຂຶ້ນກວ່າເກົ່າ, ເສີມຂະຫຍາຍ, ມີຫົວຄິດປະດິດສ້າງກ້າຄິດ, ກ້າເວົ້າ-ກ້າວ່າ, ກ້າເຮັດ, ກ້າຮັບຜິດຊອບຕໍ່ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງວຽກງານ, ເສີມກໍາລັງແຮງມະຫາຊົນ, ກໍາຈັດປັດເປົ່າພະຍາດຫ່າງເຫີນມະຫາຊົນ, ພະຍາດອາດຍາສິດ, ຕ້ອງເດັດຂາດຕ້ານ, ສະກັດກັ້ນການສໍ້ລາດບັງຫຼວງ ແລະ ທຸກການກະທໍາທີ່ຜິດຕໍ່ລະບຽບກົດໝາຍບ້ານ-ເມືອງ ແລະ ເອົາໃຈໃສ່ຜັນຂະຫຍາຍ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນສູງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ
ໂທ: 22126933