ເມືອງ ບໍ່ແຕນ ແຂວງ ໄຊຍະບູລີ ຈັດກອງປະຊຸມ ກາງສະໄໝ ຂອງອົງຄະນະພັກ

Dec 2, 2022 | ຂ່າວສານ

ໃນຕອນເຊົ້າຂອງວັນທີ 30 ພະຈິກ 2022, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ບໍ່ແຕນ ແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ກາງສະໄໝ ຂອງກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກເມືອງ, ໂດຍການເປັນປະທານຂອງ ສະຫາຍ ສົມສະໜຸກ ໄຊອຸດົມ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ ບໍ່ແຕນ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີທີມງານຂອງແຂວງ, ມີການນໍາຫຼັກແຫຼ່ງຂອງເມືອງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງເມືອງ, ມີເລຂາພັກບ້ານ, ນາຍບ້ານທົ່ວເມືອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສົມສະໜຸກ ໄຊອຸດົມ ໄດ້ກ່າວໃນໂອກາດໄຂກອງປະຊຸມວ່າ: ໜ້າທີ່ສຳຄັນຂອງກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນທົບທວນຕີລາຄາຄືນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VII ຜົນງານໃນແຕ່ລະດ້ານທີ່ຍາດມາໄດ້, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນ ໃນການຈັດຕັ້ງ​ນຳ​ພາປະຕິບັດແນວທາງນະໂຍບາຍຂອງພັກ, ພ້ອມນີ້ກອງປະຊຸມຍັງໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບຕີ​ລາ​ຄາ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​​ ຄັ້ງ​ທີ VII ຂອງ​ອົງ​ຄະ​ນະ​ພັກ​ເມືອງ​ບໍ່ແຕນ ກາງ​ສະ​ໄໝ, ບົດ​ສະຫຼຸບ​ຕີ​ລາ​ຄາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງບໍ່ແຕນ ສະ​ໄໝ​ທີ VII ກາງ​ສະ​ໄໝ, ຕະຫຼອດໄລ​ຍະ 3 ປີ​ຜ່ານ​ມາອົງຄະນະພັກເມືອງໄດ້ສຸມໃສ່ນໍາພາຂຸດຄົ້ນທ່າແຮງບົ່ມຊ້ອນເຂົ້າໃນການພັດທະນາເສດຖະກິດຢ່າງຕັ້ງໜ້າເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 3,3% ຕໍ່ປີ; ລວມຍອດລາຍຮັບພາຍໃນເມືອງທັງໝົດ 364,001 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 19,16 ລ້ານກີບ, ສາມາດຜະລິດເຂົ້າໄດ້ 13.128,61 ໂຕນ, ທຽບໃສ່ຄາດໝາຍ ປະຕິບັດໄດ້ 81,35%, ການປູກພືດອຸດສາຫະກຳ ໂດຍສະເພາະແມ່ນມັນຕົ້ນມີເນື້ອທີ່ 2.843,98 ເຮັກຕາ, ດ້ານອຸດສາຫະກຳ ແລະ ການຄ້າ ໄດ້ຂະຫຍາຍຕົວເພີ່ມຂຶ້ນ ພົ້ນເດັ່ນແມ່ນ ຜະລິດເຄື່ອງມືຮັບໃຊ້ການກະສິກໍາ ແລະ ການບໍລິການ, ພື້ນຖານໂຄງລ່າງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງເຊັ່ນ: ການສ້ອມແປງ ແລະ ກໍ່ສ້າງເສັ້ນທາງ ເຮັດໃຫ້ການຄົມມະນາຄົມຂົນສົ່ງ ສາມາດທຽວໄດ້ທັງສອງລະດູ, ສາມາດຈັດເກັບລາຍຮັບໄດ້ 6.333 ລ້ານກີບ, ເທົ່າກັບ 38,29%, ການແກ້​ໄຂ​ຄວາມ​ທຸກ​ຍາກ​ຕາມ 4 ເນື້ອ​ໃນ 4 ຄາດ​ໝາຍ ມີຄອບຄົວທີ່ບໍ່ບັນລຸມາດຖານພົ້ນທຸກ 32 ຄອບຄົວ, ເທົ່າກັບ 0,85% ຄອບຄົວພັດທະນາ 3.326 ຄອບຄົວ, ເທົ່າກັບ 89,28%, ບ້ານພັດທະນາ 11 ບ້ານ, ເທົ່າກັບ 42,30%, ບ້ານພົ້ນທຸກ 14 ບ້ານ,  ເທົ່າກັບ 53,84%, ບ້ານບໍ່ພົ້ນທຸກ 1 ບ້ານ ຄືບ້ານນໍ້າພຽງ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933