ເມືອງ ພຽງ ແຂວງ ໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ກາງສະໄໝ

Nov 30, 2022 | ຂ່າວສານ

ກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງ ພຽງ ແຂວງ ໄຊຍະບູລີ  ກາງສະໄໝ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ພະຈິກ 2022 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ເສີດ ແສງສຸລິນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ-ເມືອງ ພຽງ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ, ພ້ອມຄະນະຈັດຕັ້ງ-ກວດກາ 11 ເມືອງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສໍານັກງານອົງການ ແລະ ເລຂາພັກບ້ານ, ນາຍບ້ານທົ່ວເມືອງ ພຽງ ເຂົ້າຮ່ວມ.

ສະຫາຍ ເສີດ ແສງສຸລິນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນຕີລາຄາຄືນຜົນງານໃນແຕ່ລະດ້ານທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງ​ນຳ​ພາປະຕິບັດແນວທາງນະໂຍບາຍຂອງພັກ, ໂຄງການ​ດຳເນີນງານແຕ່ລະໄລຍະ ຂອງຄະນະບໍລິຫານງານພັກ​ເມືອງ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຕະຫຼອດໄລ​ຍະ 3 ປີ​ຜ່ານ​ມາ ​ແລະ ພ້ອມ​ກັນ​ວາງທິດທາງ​ແຜນ​ການ​ເພື່ອ​ປະ​ຕິ​ບັດ​ບັນ​ດາຄາດໝາຍຍຸດທະສາດ​ທີ່​ກຳ​ນົດ​ໃນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VIII ແຕ່ນີ້ຮອດປີ 2024, ໂດຍລວມແລ້ວເມືອງ ພຽງ ຍັງຮັກສາໄດ້ຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ, ບັນດາພື້ນຖານໂຄງລ່າງດ້ານເສດຖະກິດກໍ່ໄດ້ຮັບການປັບປຸງດີ​ຂື້ນ​ເປັນ​ກ້າວໆ, ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 6,7% ຕໍ່ປີ; ລວມຍອດລາຍຮັບພາຍໃນເມືອງທັງໝົດ 1.762,44 ຕື້ກີບ ສະເລ່ຍໃສ່ຫົວຄົນໜື່ງໄດ້ 26,73 ລ້ານກີບ ຫຼື ເທົ່າກັບ 3.108 ໂດລາຕໍ່ຄົນ​ຕໍ່ປີ ທຽບໃສ່ຄາດໝາຍປີ 5 ປີ ປະຕິບັດໄດ້ 95,87% ( ຄາດໝາຍແມ່ນ 8,3%), ລາຍຮັບດ້ານກະສິກໍາ-ປ່າໄມ້ເພີ່ມຂື້ນ 8% ເທົ່າກັບ 519,7 ຕື້ກີບ ກວມເອົາ 30%, ລາຍຮັບດ້ານອຸດສາຫະກໍາ-ຫັດຖະກຳ ເພີ່ມຂື້ນ 18% ເທົ່າກັບ 414,31 ຕື້ກີບ ກວມເອົາ 25%, ແລະ ລາຍຮັບດ້ານບໍລິການ-ການຄ້າ ເພີ່ມຂື້ນ 10% ເທົ່າກັບ 792,43 ຕື້ກີບ ກວມເອົາ 45% ຂອງລາຍຮັບທັງໝົດ, ສາ​ມາດ​​ຈັດ​ເກັບ​ລາຍ​ຮັບໄດ້​ທັງ​ໝົດ 9,91 ຕື້​ກີບ ໃນນີ້; ລາຍ​ຮັບ​ຈາກ​ສ່ວຍສາ​ອາ​ກອນ 9,1 ຕື້​ກີບ ແລະ ຮັບ​ຈາກ​ຊັບ​ສິນ 810,53 ລ້ານ​ກີບ, ປະ​ຕິ​ບັດລາຍ​ຈ່າຍທັງ​ໝົດ 8,44 ຕື້​ກີບ ທຽບໃສ່ຄາດໝາຍປະຕິບັດໄດ້ 8,8%, ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກບັນດາຫ້ອງການ, ກົມກອງ ແລະ ຄອບຄົວຕົວແບບ ດ້ານການປູກ-ການລ້ຽງຈໍານວນໜຶ່ງຕື່ມອີກ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933