ແຂວງ ໄຊຍະບູລີ ເປີດງານຕະຫຼາດນັດວາງສະແດງຂາຍສິນຄ້າ ໃນງານມະຫະກໍາບຸນຊ້າງປີ 2023

Feb 15, 2023 | ຂ່າວສານ

ພິທີເປີດງານຕະຫຼາດນັດວາງສະແດງຂາຍສິນຄ້າ ໃນງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2023 ນີ້ຢູ່ທີ່ສະໜາມຫຼວງ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາທ່ານ ການນຳຂອງແຂວງ, ຂອງເມືອງ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງບ້ານ ພາຍໃນເທດສະບານເຂົ້າຮ່ວມ.
ໃນພິທີ ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ວ່າ: ການຈັດງານຕະຫຼາດນັດ ແລະ ວາງສະແດງສີນຄ້າໃນຄັ້ງນີ້ ເປັນການສ້າງຂະບວນການເພື່ອປະກອບສ່ວນໃນກິດຈະກຳໜຶ່ງຂອງງານມະຫະກຳບຸນຊ້າງທີ່ໄດ້ຈັດຂຶ້ນ, ເປັນການສ້າງເງື່ອນໄຂເອື້ອອຳນວຍ ແລະ ສົ່ງເສີມໃຫ້ຜູ້ປະກອບການທຸລະກິດ, ຜູ້ຜະລິດສິນຄ້າຢູ່ໃນແຕ່ລະທ້ອງຖີ່ນທັງພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດການພົບປະ ແລກປ່ຽນບົດຮຽນການຊື້-ຂາຍສີນຄ້າຂອງຕົນ ທີ່ຜະລີດອອກມາພ້ອມກັນນັ້ນກໍ່ເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນເຊີ່ງກັນ ແລະ ກັນ ໃນຂະບວນການຜະລີດສີນຄ້າຂອງຕົນເອງ ໃຫ້ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ. ເປັນການສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆ ໄດ້ໂຄສະນາ ແນະນຳສີນຄ້າທີ່ຕົນເອງໄດ້ຜະລິດຂຶ້ນມາໃຫ້ສັງຄົມ ກໍຄືຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນຂອງຕົນເອງຢ່າງກ້ວາງຂວາງການຈັດງານໃນຄັ້ງນີ້ ໄດ້ມີຮ້ານວາງສະແດງສີນຄ້າ ເຂົ້າຮ່ວມຈຳນວນທັງໝົດ 289 ຮ້ານ, ເຊີ່ງມີມູນຄ່າສີນຄ້າປະມານ 8 ກ່ວາຕື້ກີບ, ໃນນີ້ມາຈາກພາຍໃນຈໍານວນ 180 ຮ້ານ ແລະ ຕ່າງປະເທດ 89 ຮ້ານ, ພະແນກການຂອງແຂວງ 5 ຮ້ານ ແລະ ມາຈາກຕ່າງແຂວງ 4 ຮ້ານ. ຈາກນັ້ນ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ໄດ້ຮ່ວມກັນຕັດແຖບຜ້າ-ປ່ອຍປຸມເປົ້າ ເປີດງານຕະຫຼາດນັດຢ່າງເປັນທາງການ.