ກອງປະຊຸມກວດສອບເອກະລາດທາງດ້ານສັງຄົມສໍາລັບ ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໂຄງການໄຟຟ້າພະລັງງານຄວາມຮ້ອນເມືອງຫົງສາ.

Nov 17, 2022 | ຂ່າວສານ

 

  

         

ກອງປະຊຸມກວດສອບເອກະລາດທາງດ້ານສັງຄົມສໍາລັບການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ຖືກຜົນກະທົບຈາກໂຄງການໄຟຟ້າພະລັງງານຄວາມຮ້ອນປາກບໍ່ແຮ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 15 ພະຈິກ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານ ຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ມີຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່ ກົມທຸລະກິດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍວິຊາການເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການທົບທວນນິຕິກໍາທີ່ກ່ຽວຂ້ອງ ວິທີການດໍາເນີນການກວດສອບຜົນການກວດສອບ ແລະ ສະຫຼຸບຜົນການກວດສອບພ້ອມດ້ວຍຂໍ້ສະເໜີໂດຍລວມໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາເປັນບໍລິສັດຮ່ວມລົງທຶນຮ່ວມລາວ-ໄທ (Hongsa Power Company Limited HpC ) ເປັນສັນຍາລັກແຫ່ງມິດຕະພາບລະຫວ່າງສອງປະເທດ, HPC ຕັ້ງຢູ່ເມືອງຫົງສາ ແລະ ເມືອງເງິນ ແຂວງໄຊຍະບູລີ ສປປ ລາວ ບໍລິສັດໄດ້ຮັບອານຸມັດສັນຍາສໍາປະທານຈາກລັດຖະບານໃນວັນທີ 30 ພະຈິກ 2009 ເຊິ່ງມີເນື້ອທີ່ທັງໝົດ 76.24 ກິໂລຕາແມັດ. ບໍລິສັດໄດ້ໃຊ້ຖ່ານຫີນລິກໄນເປັນເຊື້ອເພີງໃນການຜະລິດກະແສໄຟຟ້າເພື່ອຂາຍໃຫ້ EGAT ແລະ EDL ບໍລິສັດເປັນສ່ວນໜຶ່ງໃນການສ້າງຄວາມໝັ້ນຄົງດ້ານພະລັງງານໄຟຟ້າໃຫ້ກັບທັງສອງປະເທດລາວ ແລະ ໄທ. ແນວໃດກໍ່ຕາມ ການກໍ່ສ້າງ ແລະ ດໍາເນີນການຂອງບໍລິສັດສົ່ງຜົນກະທົບຕໍ່ບຸກຄົນ 4 ກຸ່ມຄື: ກຸ່ມທີ່ສູນເສຍທີ່ພັກອາໄສ, ດິນປູກສ້າງ ແລະ ດິນທໍາການຜະລິດ, ກຸ່ມທີ່ສູນເສຍທີ່ພັກອາໄສ, ດິນປູກສ້າງ ແລະ ດິນທໍາການຜະລິດບາງສ່ວນ ( ບໍ່ຍົກຍ້າຍ ), ກຸ່ມບ້ານເຈົ້າພາບທີ່ໄດ້ຮັບຜົນກະທົບຈາກການຈັດສັນຍົກຍ້າຍກຸ່ມທີ 1 ຂອງໂຄງການ ແລະ ບຸກຄົນທີ່ໄດ້ຮັບຜົນກະທົບທາງອ້ອມຈາກໂຄງການ ( ສຽງ, ຝຸ່ນລະອອງ ແລະ ອື່ນໆ ), ການຈັດສັນ ແລະ ຍົກຍ້າຍກຸ່ມທີ່ໜຶ່ງໄດ້ຮັບການຟື້ນຟູຊີວິດການເປັນຢູ່ຈາກໂຄງການຕາມສັນຍາສໍາປະທານ (CA) ແລະ ຂໍ້ກໍານົດເລກທີ 180/ຈຂ.ຊຍ ລົງວັດທີ 10 ກຸມພາ 2010 ການຟື້ນຟູດັ່ງກ່າວປະກອບມີ ການເວນຄືນທີ່ດິນ, ການຊົດເຊີຍເປັນເງິນສົດ, ທີ່ດິນໃໝ່, ເຮືອນຫຼັງໃໝ່ ແລະ ລະບົບໂຄງລ່າງພື້ນຖານ ລວມເຖິງລາຍໄດ້ຕາມເປົ້າໝາຍທີ່ບູລະນະໄວ້ໃນສັນຍາສໍາປະທານ(CA) ແລະ ແຜນປະຕິບັດການຈັດສັນຍົກຍ້າຍ(RAP), ການຟື້ນຟູປະກອບມີ ຈັດສັນພື້ນທີ່ທໍາການຜະລິດໃໝ່, ພັດທະນາພື້ນທີ່ປູກຫຍ້າສໍາລັບລ້ຽງສັດໃຫຍ່, ສົ່ງເສີມກິດຈະກໍາທາງເສດຖະກິດ ແລະ ທັກສະການປະກອບການຜ່ານການຝຶກອົບຮົມ ແລະ ສ້າງວຽກເຮັດງານທໍາຢ່າງໜ້ອຍ 1 ຄົນ ຂອງຄອບຄົວທີ່ຖືກຈັດຍົກຍ້າຍໃຫ້ໄດ້ເຮັດວຽກຢູ່ບໍລິສັດຕະຫຼອດໄລຍະສໍາປະທານ. ລາຍຮັບຂອງຄອບຄົວທີ່ຖືກຈັດຍົກຍ້າຍຕ້ອງເພິ່ມຂຶ້ນ 150 ສ່ວນຮ້ອຍ (3 ເທົ່າຕົວ) ພາຍໃນກໍານົດ 10 ປີ ຫຼັງການຍົກຍ້າຍ (2022) ນອກຈາກນີ້ ບໍລິສັດຍັງໄດ້ສົ່ງເສີມອາຊີບທາງເລືອກສົ່ງເສີມແມ່ຍິງຂັບລົດບັນທຸກ, ປູກພືດເສດຖະກິດໃໝ່ ແລະ ອື່ນໆ. ແຕ່ກ່ອນຈະສິ້ນສຸດການປະຕິບັດພັນທະສັນຍາທີ່ມີໄວ້ກັບລັດຖະບານລາວ ບໍລິສັດຈິ່ງມອບໃຫ້ທິມງານກວດສອບເອກະລາດປະເມີນສະພາບຕົວຈິ່ງເພື່ອຢັ້ງຢືນມາດຖານການດໍາລົງຊີວິດ(Standard of living) ຂອງຊຸມຊົນເຫຼົ່ນັ້ນວ່າບັນລຸຕາມ CA ຫຼື ບໍ ການກວດສອບໃຊ້ທັງວິທີວິທະຍາການປະເມີນແບບປະລິມານ ແລະ ຄຸນນະພາບ, ປະຊາກອນທີ່ໃຊ້ແມ່ນຄອບຄົວທີ່ຖືກຈັດສັນຍົກຍ້າຍທັງໝົດຢູ່ໃນບ້ານນາແກ່ນຄໍາ ເມືອງຫົງສາ ແຂວງໄຊຍະບູລີ ກຸ່ມຕົວຢ່າງທັງປະລິມານກໍານົດເອົາຄອບຄົວທີ່ຖືກຈັດສັນຍົກຍ້າຍທັງໝົດ 450 ຄົວເຮືອນ (100%) ແຕ່ຜ່ານການເກັບກໍາຂໍ້ມູນຕົວຈິງແມ່ນໄດ້ພຽງແຕ່ 429 ຄອບຄົວ ເທົ່າກັບ 95% ຂອງຄົວເຮືອນທີ່ຖືກຈັດສັນຍົກຍ້າຍທັງໝົດ. ກຸ່ມຕົວຢ່າງທາງດ້ານຄຸນນະພາບຜູ້ພັດທະນາໂຄງການ, ບໍລິສຸດຮັບເໝົາຍ່ອຍ, ໜ່ວຍງານຄຸ້ມຄອງການຈັດສັນຍົກຍ້າຍ ແລະ ຊີວິດການເປັນຢູ່, ອໍານາດການປົກຄອງບ້ານ ແລະ ຂະແໜງການກ່ຽວຂ້ອງຂອງເມືອງຫົງສາ, ເຄື່ອງມືກວດສອບ ແບບສອບຖາມ, ແບບສໍາພາດ ແລະ ຄໍາຖາມສົນທະນາກຸ່ມ. ວິທີເກັບກໍາຂໍ້ມູນປະຖົມມະພູມແມ່ນໄດ້ລົງສອບຖາມຄອບຄົວຜູ້ຖືກຍົກຍ້າຍ ແລະ ສໍາພາດພາກສ່ວນທີ່ກ່ຽວຂ້ອງຈໍານວນ 2 ຄັ້ງຄື: ຄັ້ງທີ 1 ແມ່ນການຜ່ານເຄື່ອງມືໃນລະຫວ່າງວັນທີ 27-30 ກໍລະກົດ 2022 ແລະ ຄັ້ງທີ 2 ແມ່ນລົງສອບຖາມສໍາພາດຕົວຈິງໃນລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 3 ກັນຍາ 2022 ແມ່ນໄດ້ທົບທວນບັນດານິຕິກໍາ, ບົດກວດສອບ, ແຜນການຈັດສັນຍົກຍ້າຍ, ສັນຍາສໍາປະທານ, ຂໍ້ຕົກລົງ ແລະ ບົດລາຍງານຕ່າງໆ ໂດຍໄດ້ເລືອກເອົາເນື້ອໃນທີ່ສໍາຄັນແນວຄິດ, ທິດສະດີ, ນະໂຍບາຍ ແລະ ບົດສະຫຼຸບຕ່າງໆ ຂອງບ້ານແລ້ວຮວບຮວມໄວ້ເພື່ອກຽມແຍກຂໍ້ມູນທີ່ຕ້ອງການ. ບ້ານນາແກ່ນຄໍາມີເນື້ອທີ່ທັງໝົດ 1,140 ເຮັກຕາ, ມີ 48 ໜ່ວຍ, ມີຄອບຄົວທັງໝົດ 583 ຄອບຄົວ, ຫຼັງຄາເຮືອນມີ 615 ຫຼັງຄາເຮືອນ, ມີຊົນເຜົ່າ 4 ເຜົ່າ (ເຜົ່າລາວ, ເຜົ່າກຶມມຸ, ເຜົ່າລື, ເຜົ່າມົ້ງ) ພົນລະເມືອງທັງໝົດມີ 2,813 ຄົນ, ຍິງ 1,395 ຄົນ. ຈຸດປະສົງເພື່ອກວດສອບການເຂົ້າເຖິງປັດໃຈການຜະລິດ ແລະ ສະພາບຊີວິດການເປັນຢູ່ໃນປັດຈຸບັນຂອງຄອບຄົວທີ່ຖືກຈັດສັນຍົກຍ້າຍ, ເພື່ອກວດສອບລາຍຮັບຂອງຄອບຄົວທີ່ຖືກຈັດສັນຍົກຍ້າຍຕາມເປົ້າໝາຍລາຍຮັບທີ່ກໍານົດໄວ້ໃນສັນຍາສໍາປະທານ, ເພື່ອຕິດຕາມການຈັດຈ້າງແຮງງານທີ່ເຮັດວຽກຕິດພັນກັບໂຄງການໄຟຟ້າຫົງສາໃຫ້ແກ່ຄອບຄົວທີ່ຖືກຈັດສັນຍົກຍ້າຍ, ເພື່ອກວດສອບມາດຖານການດໍາລົງຊີວິດຂອງຄອບຄົວທີ່ຖືກຈັດສັນຍົກຍ້າຍຕາມທີ່ໄດ້ລະບຸໄວ້ສັນຍາສໍາປະທານ.

ຂ່າວ+ພາບ: ບຸນທີ

#News.XBL