ການນໍາແຂວງ ໄຊຍະບູລີ ວາງກະຕ່າດອກໄມ້ ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ, ຂອງກອງທັບ ແລະ ຂອງປະຊາຊົນລາວບັນດາເຜົ່າຄື: ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນລະນຶກ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ໃນຕອນເຊົ້າຂອງວັນທີ 2 ທັນວາ 2022 ການນໍາແຂວງ ໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມການນໍາຫຼັກແຫຼ່ງຂອງແຂວງ ໄດ້ເຂົ້າວາງກະຕ່າດອກໄມ້ໜ້າຮູບປັ້ນຂອງ ປະທານໄກສອນພົມວິຫານ.

ໃນພິທີ ທ່ານ ອາເມ ສົງເຢຍເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນກ່າວບົດສະດຸດດີ, ທ່ານໄດ້ກ່າວວ່າ: ທ່ານປະທານໄກສອນ ພົມວິຫານ ເປັນຜູ້ລິເລີ່ມພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການ ແລະ ໄດ້ຮັບຜົນສຳເລັດຢ່າງໜ້າພາກພູມໃຈ, ນັບແຕ່ມື້ໄດ້ເຄື່ຶອນໄຫວປະຕິວັດຈົນຮອດມື້ສຸດທ້າຍຂອງຊີວິດ, ເພີ່ນໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃນຂະບວນການຕໍ່ສູ້ກູ້ຊາດ ແລະ ການສ້າງສາພັດທະນາປະເທດຊາດ ກວ່າເຄິ່ງສະຕະວັດ ລ້ວນແຕ່ໄດ້ຮັບຄວາມເຄົາລົບຮັກຈາກທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໃນສະໄໝຕໍ່ສູ້ກູ້ຊາດ ໄດ້ຮ່ວມທຸກ, ຮ່ວມສຸກ, ຮ່ວມເປັນ, ຮ່ວມຕາຍກັບພະນັກງານ, ນັກຮົບ ແລະ ປະຊາຊົນຊັ້ນຄົນຕ່າງໆ, ໄດ້ເຄື່ອນໄຫວຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ດ້ວຍນ້ຳໃຈເສຍສະຫຼະອັນສູງສົ່ງ ເພື່ອໄຊຊະນະຂອງພາລະກິດປະຕິວັດ, ມາໃນໄລຍະປົກປັກຮັກສາ ແລະ ສ້າງ​ສາພັດທະນາປະເທດຊາດ, ເພີ່ນກໍໄດ້ສືບຕໍ່ອຸທິດຕົນສຸມກຳລັງ, ເຫື່ອແຮງ, ສະຕິປັນຍາເຂົ້າໃນການກໍ່ສ້າງບູລະນະລະບອບໃໝ່ ເຮັດໃຫ້ການປະຕິບັດ 2 ໜ້າທີ່ຍຸດທະສາດ ດໍາເນີນໄປຢ່າງໜັກແໜ້ນ ປະເທດຊາດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ສະເພາະແຂວງໄຊຍະບູລີຂອງພວກເຮົາ ຊຶ່ງເປັນແຂວງທີ່ຕັ້ງຢູ່ຝັ່ງຂວາຂອງແມ່ນ້ຳຂອງ ມີຊາຍແດນຕໍ່ແຜ່ນກັບປະເທດທີ່ມີລະບອບການເມືອງແຕກຕ່າງກັນ, ນັບແຕ່ມື້ປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາ ພວກອິດທິກຳລັງປໍລະປັກ ແລະ ພວກກຸ່ມຄົນບໍ່ຫວັງດີໄດ້ສຸມໃສ່ມ້າງເພທຳລາຍພວກເຮົາດ້ວຍຫຼາຍຮູບແບບ, ຍ້ອນຄວາມເປັນຫ່ວງເປັນໄຍ ປະທານ ໄກສອນ ພົມວິຫານ ໄດ້ລົງຊີ້ນຳຂະບວນການກໍ່ສ້າງຮາກຖານການເມືອງ ຢູ່ແຂວງໄຊຍະບູລີ ເພື່ອແກ້ໄຂ 2 ຂອດອ່ອນຄື: ຂະບວນການອ່ອນ ແລະ ພະນັກງານອ່ອນ, ນັບແຕ່ມີຂະບວນການຫັນລົງກໍ່ສ້າງຮາກຖານຈຶ່ງເຮັດໃຫ້ແຂວງໄຊຍະບູລີຂອງພວກເຮົາ ໄດ້ຮັບການພັດທະນາຮອບດ້ານຢ່າງເຂັ້ມແຂງ ແລະ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ໃນວັນດຽວກັນການນໍາຂອງແຂວງກໍ່ໄດ້ເຂົ້າວາງພວງມະລາທີ່ອານຸສາວະລີ ນັກຮົບນິລະນາມຕື່ມອີກ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933