ທ່ານເຈົ້າແຂວງ ໄຊຍະບູລີ ຢ້ຽມຢາມ ອ້າຍນ້ອງທະຫານຊາຍແດນ

Feb 8, 2023 | ຂ່າວສານ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 74 ປີ, ທ່ານ ພົງສະຫວັນ ສິດທະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງ ໄຊຍະບູລີ, ໄດ້ລົງຢ້ຽມຢາມພົບປະກັບອ້າຍນ້ອງທະຫານຊາຍແດນ ເຂດເມືອງ ບໍ່ແຕນ, ໃນວັນທີ 2 ກຸມພາ 2023 ນີ້, ໃຫ້ການຕ້ອນຮັບ ມີທ່ານ ສົມສະນຸກ ໄຊອຸດົມ ວ່າການເຈົ້າເມືອງ ບໍ່ແຕນ, ມີພັນຕີ ຫຸມແພງ ຈັນທະສອນ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 159 ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງ ແລະ ອ້າຍນ້ອງທະຫານທີ່ປະຈໍາຢູ່ຊາຍແດນ.

ກ່ອນອື່ນ ທ່ານ ເຈົ້າແຂວງ ແມ່ນໄດ້ຖາມຂ່າວຄາວ, ຄວາມສຸກ-ທຸກ ພ້ອມທັງໄດ້ໃຫ້ກໍາລັງໃຈ ກັບອ້າຍນ້ອງທະຫານຊາຍແດນແຕ່ລະຄົນທີ່ເຮັດໜ້າທີ່ປ້ອງກັນຊາຍແດນ, ພ້ອມທັງໄດ້ຮຽກຮ້ອງໃຫ້ອ້າຍນ້ອງທະຫານແຕ່ລະສະຫາຍຈົ່ງເຊີດຊູທຸກກໍາລັງແຮງເຂົ້າໃນການປະຕິບັດໜ້າທີ່, ທີ່ພັກ-ລັດໄດ້ມອບໝາຍໃຫ້, ກໍ່ຄືການຮັກສາຊາຍແດນ, ເຂດນໍ້າແດນດິນອັນຄົບຖ້ວນຂອງຊາດ, ເວົ້າລວມ, ເວົ້າສະເພາະແມ່ນເຂດນໍ້າແດນດິນຂອງແຂວງ ໄຊຍະບູລີ ກໍ່ຄືເຂດແດນຂອງເມືອງ ບໍ່ແຕນ ໄວ້ໃຫ້ໝັ້ນຄົງ, ມີສະຕິລະວັງຕົວທຸກເວລາ, ອອກລາດຕະເວນເຂດແດນທີ່ຮັບຜິດຊອບໃຫ້ເປັນປົກກະຕິ-ຕໍ່ເນື່ອງ ແລະ ພ້ອມກັນອົດທົນຜ່ານຜ່າອຸປະສັກນາໆປະການ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວິຊາສະເພາະໄດ້ຮັບຜົນສໍາເລັດ, ການຢ້ຽມຢາມຄັ້ງນີ້ ທ່ານ ພົງສະຫວັນ ສິດທະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ອ້າຍນ້ອງທະຫານທີ່ເຮັດໜ້າທີ່ຢູ່ແນວໜ້າ, ຈາກນັ້ນກໍ່ໄດ້ ລົງກວດກາເບິ່ງເສັ້ນທາງລະຫວ່າງເຂດບ້ານ ເຕົາເກືອ ຫາ ບ້ານ ເໝືອງແພ່, ລົງເບິ່ງອ່າງເກັບນໍ້າເຂດ ບ້ານ ບໍ່ສານ ເມືອງ ບໍ່ແຕນ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ, ນັກຂ່າວຫ້ອງວ່າການ

ແຂວງ ໄຊຍະບູລີ

ໂທ: 2212 6933