ທ່ານ ຄໍາພັນ ພົມມະທັດ ຢ້ຽມຢາມ 4 ເມືອງເໜືອ ຂອງແຂວງ ໄຊຍະບູລີ.

Jul 28, 2022 | ຂ່າວສານ

ໃນລະຫວ່າງວັນທີ 26-27 ກໍລະກົດ ປີນີ້, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ 4 ເໜືອຂອງແຂວງ ໄຊຍະບູລີ, ນໍາພາເຄື່ອນໄຫວໂດຍ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບມີບັນດາເຈົ້າເມືອງແຕ່ລະເມືອງພ້ອມດ້ວຍການນໍາຂອງເມືອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ກ່ອນອື່ນແມ່ນໄດ້ເຂົ້າຢ້ຽມຢາມປະຊາຊົນບ້ານ ກີ່ວງີ້ວ, ໄດ້ຮັບຟັງການລາຍງານສະພາບການກໍ່ສ້າງ ແລະ ຍົກຍ້າຍ ບ້ານ ດັ່ງກ່າວຈາກທ່ານ ສີທະນົນໄຊ ທອງເທພາ ຮອງເລຂາພັກເມືອງ-ເມືອງ ເງິນ, ບ້ານ ກິ່ວງີ້ວເປັນບ້ານທີ່ຖືກຜົນກະທົບຈາກໂຮງໄຟຟ້າຫົງສາ ເຊິ່ງໄດ້ຍົກຍ້າຍບ້ານໄປຢູ່ສະຖານທີ່, ຮອດປະຈຸບັນການກໍ່ສ້າງແມ່ນສໍາເລັດ 100% ແລະ ຍົກຍ້າຍປະຊາຊົນເຂົ້າມາຢູ່ເປັນທີ່ຮຽບຮ້ອຍແລ້ວ, ບ້ານດັ່ງມີ10 ໜ່ວຍຄຸ້ມຄອງ, ມີ 108 ຄອບຄົວ, ມີພົນລະເມືອງ 625 ຄົນ, ຍິງ 297 ຄົນປະກອບມີ 2 ເຜົ່າຄືເ ເຜົ່າມົ້ງ ແລະ ເຜົ່າ ກື່ມມຸ, ໂດຍໄດ້ສ້າງເຮືອນຢູ່ ຈໍານວນ 136 ຫຼັງ, ກໍ່ສ້າງ ໂຮງຮຽນ ອານຸບານ 1 ຫຼັງ, ປະຖົມ 1 ຫຼັງ, ຫໍພັກຄູ 2 ຫຼັງ, ກໍ່ສ້າງ ລະບົບນໍ້າສະອາດ, ກໍ່ສ້າງລະບົບໄຟຟ້າ, ກໍ່ສ້າງ ເສັ້ນທາງພາຍໃນບ້ານ ມີຄວາມຍາວ 2,8 ກິໂລແມັດ, ກໍ່ສ້າງຕະຫຼາດ 1 ແຫ່ງ, ຫ້ອງປະຊຸມບ້ານ 1 ຫຼັງ ແລະ ສາລາສັງເວດ 1 ຫຼັງ, ຈາກນັ້ນກໍ່ໄດ້ຢ້ຽມຢາມດ່ານສາກົນ ນໍ້າເງິນ ເມືອງ ເງິນ, ດ່ານສາກົນ ປາງມອນ ເມືອງຄອບ ພ້ອມທັງໄດ້ຮັບຟັງການລາຍງານການຈັດເກັບລາຍຮັບຂອງດ່ານພາສີ ຈາກທ່ານ ຕຸ້ຍ ຄໍາວັນດີ ຫົວໜ້າດ່ານສາກົນພາສີ ປາງມອນ, ທ່ານໄດ້ໃຫ້ຮູ້ວ່າ ການຈັດເກັບລາຍຮັບໃນ 6 ເດືອນຕົ້ນປີ 2022 ແມ່ນສາມາດເກັບໄດ້ 25,45 ຕື້ກວ່າກີບ, ສົມທຽບໃສ່ປີຜ່ານມາເພີ່ມຂຶ້ນ 38,34%, ລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກການນໍາເຂົ້ານໍ້າມັນເຊື້ອໄຟກວມເອົາ 89,53%, ພ້ອມດຽວກັນກໍ່ໄດ້ເຂົ້າຢ້ຽມຢາມໂຮງງານໂມ້ຫີນຂອງບໍລິສັດ ເກດມະນີ ເຊິ່ງໂຮງງານດັ່ງກ່າວຕັ້ງຢູ່ບ້ານ ຖໍ້າ ເມືອງຄອບ, ຢ້ຽມຢາມຄອບຄົວຕົວແບບ ຜະລິດຕະພັນແຜ່ນແພຂອງເຜົ່າລື້, ຢ້ຽມຢາມໂຮງງານຢາງພະລາຂອງບໍລິສັດ ຈິນຖົງ ເມືອງ ຊຽງຮ່ອນ, ໄດ້ເຂົ້າຢ້ຽມຢາມ ໂຮງງານພະລັງງານໄຟຟ້າຄວາມຮ້ອນຫົງສາເລັກໄນ ແລະ ຢ້ຽມຢາມ ໂຮງງານ ຜະລິດຍີບຊໍາ ເມືອງ ຫົງສາ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

………………………………..

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

#News.XBL