ທ່ານ ປອ ບຸນທອງ ຈິດມະນີ ພົບປະໂອ້ລົມ ການນໍາ ແລະ ພະນັກງານຫຼັກແຫຼ່ງ ເມືອງ ໄຊສະຖານ

ໃນຕອນບ່າຍຂອງວັນທີ 18 ມັງກອນ ປີນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງສປປລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງທົ່ວເມືອງ ໄຊສະຖານ ແຂວງ ໄຊຍະບູລີ, ນໍາພາລົງຢ້ຽມຢາມໂດຍ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບມີ ທ່ານ  ສີສະໝອນ ນາມວົງ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ ໄຊສະຖານ, ມີພະນັກງານຫຼັກແຫຼ່ງຂອງເມືອງ ແລະ ນາຍບ້ານໃນທົ່ວເມືອງ.

 

ທ່ານ ສີສະໝອນ ນາມວົງ ໄດ້ຂຶ້ນລາຍງານການພັດທະນາອັນພົ້ນເດັ່ນຂອງເມືອງ ເຊິ່ງທ່ານໄດ້ກ່າວວ່າ: ປະຈຸບັນທົ່ວເມືອງຍັງສຶບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປອດໄພໂດຍພື້ນຖານ, ບໍ່ມີເຫດການຮ້າຍແຮງໃດໆເກີດຂຶ້ນ, ສະພາບຢູ່ບໍລິເວນຊາຍແດນໂດຍລວມແລ້ວແມ່ນບໍ່ມີບັນຫາໃດ​ທີ່​ຮ້າຍ​ແຮງເກີດຂື້ນ, ດ້ານເສດຖະກິດ ເຖິງວ່າມີຄວາມຫຍຸ້ງຍາກກໍ່ຕາມ ຜ່ານການນໍາພາ-ຊີ້ນໍາຜັນຂະຫຍາຍມະຕິ II ຂອງເມືອງ, ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ທຽບໃສ່ຄາດໝາຍວາງໄວ້ ເຫັນວ່າເສດຖະກິດຂອງເມືອງ ຂະຫຍາຍຕົວ 6 % ຍັງບໍ່ສາມາດບັນລຸຄາດໝາຍ 1,2 % (ແຜນວາງໄວ້ 7,2 %), ລວມຍອດລາຍຮັບ 90,7 ຕື້ກີບ, ສະເລ່ຍໃສ່ຫົວຄົນໜື່ງໄດ້ 5,7 ລ້ານກີບ ຫຼື ເທົ່າກັບ 335 ໂດລາຕໍ່ຄົນຕໍ່ປີ, ສ່ວນວຽກງານອື່ນໆກໍ່ໄດ້ຮັບການພັດທະນາເປັນກ້າວໆ, ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ກໍ່ໄດ້ໂອ້ລົມ ເຊິ່ງທ່ານໄດ້ເໜັ້ນໜັກໃຫ້ການນໍາ, ພະນັນງານຫຼັກແຫຼ່ງ ແລະ ນາຍບ້ານທົ່ງເມືອງ ໄຊສະຖານ ຈົ່ງສືບຕໍ່ຮັກສາຄວາມສະຫງົບຮອບດ້ານ, ສືບຕໍ່ລົງຮາກຖານ ເຮັດໃຫ້ຮາກຖານບ້ານມີຄວາມເຂັ້ມແຂງ, ສືກສາອົບຮົມການເມືອງ-ແນວຄິດໃຫ້ ພະນັກງານ ແລະ ປະຊາຊົນ, ສືບຕໍ່ເຮັດວຽກງານເສດຖະກິດໃຫ້ບັນລຸຕາມແຜນການທີ່ວາງໄວ້, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ, ພັດທະນາຕົວເມືອງໃຫ້ມີຄວາມຮຸ່ງເຮືອງ, ສືບຕໍ່ຊຸກຍູ້ປະຊາຊົນທໍາການຜະລິດເປັນສິນຄ້າ ແລະ ສືບຕໍ່ຮັກສາຄວາມສາມັກຄີໃຫ້ແໜ້ນແຟ້ນ, ຈາກນັ້ນ ທ່ານ ບຸນທອງ ຈິດມະນີ ກໍ່ໄດ້ ເຂົ້າຢ້ຽມຢາມກອງບັນຊາການທະຫານເມືອງ, ຢ້ຽມຢາມການກ້າເບ້ຍ ໝາກກາເຟ ຂອງຜູ້ປະກອບການຈາກຕ່າງປະເທດ ແລະ ຍັງໄດ້ມອບເຂົ້າສານຈໍານວນ 2 ໂຕນ ແລະ ອຸປະກອນການຮຽນຈໍານວນໜຶ່ງໃຫ້ເມືອງ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933