ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ເຂົ້າຮ່ວມ ບຸນຜີໂຂນ ເມືອງ ປາກລາຍ ປະຈໍາປີ 2023

Mar 9, 2023 | ຂ່າວສານ

ບຸນຜີໂຂນ ເມືອງ ປາກລາຍ ແຂວງ ໄຊຍະບູລີ ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 5 ມີນາ 2023 ທີ່ເດິ່ນກິລາຂອງເມືອງ, ເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີທ່ານ ກອງສີ ວົງສີ ເຈົ້າເມືອງ ປາກລາຍ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງ, ແຂກພາຍໃນແຂວງ, ຕ່າງແຂວງ, ຕ່າງປະເທດ ແລະ ປະຊາຊົນຊາວເມືອງ ປາກລາຍເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.

ໃນພິທີ ທ່ານ ກອງສີ ວົງສີ ເຈົ້າເມືອງ ປາກລາຍ ໄດ້ກ່າວເປີດງານຢ່າງເປັນທາງການ ເຊິ່ງທ່ານໄດ້ກ່າວວ່າ: ການ​ຈັດ​ງານເທດສະການ​ບຸນ​ຜີໂຂນ ຂອງ​ເມືອງ ປາກ​ລາຍ ​ແມ່ນ​ເປັນ​ການ​ສືບ​ຕໍ່​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງານ​ຂອງ​ຊາດ, ຂອງ​ທ້ອງ​ຖິ່ນ ກໍ່​ຄືຮີດ 12 ຄອງ 14 ປະ​ເພ​ນີ​ລາວໃຫ້​ຍືນ​ຍົງ​ໄປ​ຊົ່ວ​ລູກ ຊົ່ວ​ຫລານ, ອີກ​ດ້ານ​ໜຶ່ງກໍ່​ເພື່ອ​ເປັນ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ທຳ​ມະ​ຊາດ, ​ປະ​ຫວັດ​ສາດຂອງ​ເມືອງ ​ຕາມ​ຄຳ​ຂວັນ ງາມເດ ! ເມືອງປາກລາຍ ງາມຫລາຍເຖື່ອນຖໍ້າ;ງາມນໍ້າປຸ້ນ ທີ່ເມືອງປາ; ບຸນອອກພັນສາ ມີແຂ່ງເຮືອຍາວສອງເພດ; ບຸນພະເຫວດ ມີແຫ່ຜີໂຂນ; ເດືອນຫົກເພັງ ຈູດບັ້ງໄຟໃຫຍ່; ໄປທາງນໍ້າ ທ່ອງທ່ຽວດອນຮອນ; ຢ້ອນຄືນມາ ທ່ຽວຊົມວັງຜາລຽບ ເດີນສົມທຽບປະຫວັດສາດ ເຮືອນເກົ່າບູຮານ”.ໃຫ້​ໄດ້​ຮັບ​ການ​ຍົກ​ລະ​ດັບ ​ແລະ ​ພັດ​ທະ​ນາໃນຕໍ່ໜ້າ​ຂື້ນ​ເລື້ອຍໆ, ສໍາລັບບຸນຜີໂຂນປະຈໍາປີ 2023 ນີ້ແມ່ນກໍານົດຈັດຂື້ນ​ໃນລະຫວ່າງ ວັນທີ 2-6 ມີນາ 2023, ໃນງານມີບັນດາກິດຈະກໍາເຊັ່ນ: ຕະຫຼາດນັດ ແລະ ທ່ຽວຊົມສິນຄ້າຜະລິດຕະພັນຂອງປະຊາຊົນຢູ່ແຕ່ລະເຂດບ້ານພັດທະນາ, ມີການແຂ່ງຂັນຊ່ວງເຮືອເພດຊາຍ 20 ສີພາຍ, ຕອນ​ຄໍ່າວັນ​ທີ 3 ແລະ ​ວັນ​ທີ  5 ມີການປະກວດນາງທິດາພຣະເຫວດສັນດອນ, ເດີນແບບເດັກສະຫຼາດ ຄໍາຮູ້, ປະກວດສິລະປະວັນນະຄະດີ, ປະກວດນັກຮ້ອງສຽງດີ, ປະກວດບັ້ງໄຟດອກ ແລະ ຊົມການສະແດງ, ຮ້ອງເພັງນັກຮ້ອງຈາກສູນກາງ, ພິທີແຫ່ພຣະອຸປະຄຸດ ​ແລະ ປ່ອຍຜີໂຂນ, ສໍາ​ລັບ​ພິ​ທີ​ທີ່​ເປີດ​ງານເທດ​ສະ​ການ​ງານ​ບຸນ​​ຢ່າງ​ເປັນ​ທາງ​ການແມ່ນ​ມີ​ການ​ແຮ່​ຂະ​ບວນ​ແຕ່​ລະ​ກ້ອນ​ກໍາ​ລັງ​ທີ່​ສະ​ແດງ​ໃຫ້​ເຫັນ​ຮີດ​ຄອງ​ປະ​ເພ​ນີບຸນ​ຕ່າງ​ໆ ວິ​ຖີການ​ດໍາ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຊາວ​ເມືອງ​ປາກ​ລາຍ, ຂະ​ບວນ​ນັກ​ຮຽນ​, ນັກ​ສຶກ​ສາ, ເຍົາ​ວະ​ຊົນ,​ພະ​ນັກ​ງານ, ​ທະ​ຫານ, ​ຕໍາ​ຫລ​ວດ ທັງ​ໝົດ 10 ກ້ອນ​ກໍາ​ລັງ, ມີການປະກວດອາຫານພື້ນບ້ານຕິດ​ພັນ​ກັບ​ບໍ​ລິ​ການ​ໃຫ້​ແຂກ​ຊີມ​ອາ​ຫານ​ແຕ່​ລະ​ຊະ​ນິດ​ຈາກ​ແຕ່​ລະ​ບ້ານ, ຕອນ​ບ່າຍຈະ​ມີພິທີແຫ່ພຣະເຫວດສັນດອນເຂົ້າເມືອງ ແລະ ຂະບວນຂອງຜີໂຂນເຊິ່ງ​ເປັນ​ເອ​ກະ​ລັກ​ໃນ​ເທດ​ສະ​ການ​ບຸນໃນ​ຄັ້ງ​ນີ້, ຈາກນັ້ນຄະນະປະທານກໍ່ໄດ້ລັ່ນຄ້ອງ 9 ບາດ, ຕັດແຖບຜ້າ, ຖ່າຍຮູບພາບຮ່ວມເປັນທີ່ລະນຶກ, ທ່ຽວຊົມຮ້ານວາງສະແດງສິນຄ້າ ແລະ ຊິມອາຫານພື້ນບ້ານ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933