ທ່ານ ພົງສະຫວັນ ສິທະວົງ ພົບປະໂອ້ລົມນາຍ ແລະ ພົນທະຫານ ກອງພັນໃຫຍ່ 202

Jan 24, 2023 | ຂ່າວສານ

ເນື່ອງໃນໂອກາດຄົບຮອບ 74 ປີແຫ່ງການສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ, ໃນຕອນເຊົ້າຂອງວັນທີ 21 ມັງກອນ 2023 ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ທັງເປັນປະທານປ້ອງກັນຊາດ-ປ້ອງຄວາມສະຫງົບແຂວງ ໄຊຍະບູລີ ພ້ອມດ້ວຍການນໍາ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ໄດ້ຢ້ຽມຢາມ, ພົບປະ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ກອງພັນໃຫຍ່ 202 ທີ່ຂຶ້ນກັບກອງພົນທະຫານຮາບທີ 2, ໃຫ້ການຕ້ອນຮັບໂດຍ ພັນເອກ ຄໍາດີ ໄຊຍະວົງ ຫົວໜ້າການທະຫານ ກອງບັນຊາການ ທະຫານຮາບທີ2, ມີນາຍ ແລະ ພົນທະຫານ ແລະ ພະນັກງານນັກຮົບພາຍໃນກອງພັນໃຫຍ່ 202 ເຂົ້າຮ່ວມ.

ກ່ອນອື່ນ ພັນໂທ ສົມດີ ໄຊຍະລາດ ຫົວໜ້າການທະຫານ ກອງພັນໃຫຍ່ 202 ໄດ້ຂຶ້ນກ່າວຕ້ອນຮັບພ້ອມທັງລາຍງານສະພາບລວມໂດຍຫຍໍ້ຂອງກອງພັນ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະທີ່ພັກ-ລັດໄດ້ມອບໝາຍໃຫ້, ຄຽງຄູ່ກັນນີ້ຄະນະພັກຄະນະບັນຊາແຕ່ລະກົມກອງທີ່ຂຶ້ນກັບກອງພັນໃຫຍ່ກໍ່ໄດ້ມີການເຮັດພາລາທິການກັບທີ່ດ້ວຍການປູກ, ການລ້ຽງ ຮອດປະຈຸບັນທົ່ວກອງພັນແມ່ນສັດລ້ຽງປະເພດ ຄວາຍ 22 ໂຕ,  ງົວ 237 ໂຕ, ແບ້ 108 ໂຕ, ໜອງປາ 35 ໜອງ, ມີສວນຜັກເຮືອນຮົ່ມ 25 ຫຼັງ, ເຊິ່ງສາມາດສະໜອງສະບຽງອາຫານເປັນຊີ້ນ, ປາ ແລະ ພືດຜັກຕ່າງຕ່າງໆທີ່ຜະລິດເອງໃຫ້ບັນດາກົມກອງໄດ້ 100% ສ່ວນທີ່ເຫຼືອຍັງໄດ້ຂາຍໃຫ້ກັບແມ່ຄ້າທາງນອກເພື່ອສ້າງລາຍຮັບເຂົ້າກົມກອງຕື່ມອີກ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ກໍ່ໄດ້ໃຫ້ກຽດໂອ້ລົມ, ເຊິ່ງກ່ອນອື່ີນ ທ່ານໄດ້ຍົກໃຫ້ເຫັນມູນເຊື້ອຂອງກອງທັບປະຊາຊົນປະຕິວັດລາວ, ພ້ອມນີ້ກໍ່ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ກອງພັນໃຫຍ່ຍາດມາໄດ້, ທັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາກອງພັນໃຫຍ່ ແລະ ບັນດາກອງພັນນ້ອຍທີ່ຂຶ້ນກັບຈົ່ງເຊີດຊູສະຕິລະວັງຕົວ,ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາອະທິປະໄຕກໍ່ໍຄືລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ; ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ຍົກສູງສະຕິເປັນເຈົ້າໃນການປົກປັກຮັກສາທ້ອງຖິ່ນ, ຕ້ານທຸກການເຄື່ອນ ໄຫວມ້າງເພທໍາລາຍໃນຫຼາຍດ້ານ ຂອງບັນດາອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີຢ່າງທັນການ, ເພີ່ມທະວີການເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ; ຕ້ອງປັບປຸງແບບແຜນວິທີເຮັດວຽກໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດຕົວຈິງ ແລະ ໂປ່ງໃສ, ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕ້ອງຕັ້ງໜ້າປັບປຸງກໍາລັງໃນທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ, ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານ, ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ແລະ ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ  ຮ່ວມມືກັບປະເທດຕ່າງໆ, ໂອກາດທີ່ມາຢ້ຽມຢາມກໍ່ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ເຮືອນຄົວ ແລະ ອຸປະກອນກິລາ ໃຫ້ກອງພັນໃຫຍ່ຕື່ມອີກ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933