ພິທີປະກາດເມືອງ ແກ່ນທ້າວ ແຂວງ ໄຊຍະບູລີ ເປັນເມືອງ ສາມັກຄີປອງດອງ

Jul 13, 2022 | ຂ່າວສານ

ພິທີປະກາດເມືອງ ແກ່ນທ້າວ ແຂວງ ໄຊຍະບູລີ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2022 ນີ້, ທີ່ເດິ່ນກິລາຂອງເມືອງດັ່ງກ່າວ, ເປັນກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ບົວເງິນ ຊາພູວົງ ຫົວໜ້າຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ສູນກາງແນວລາວສ້າງຊາດ, ທ່ານ ຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງ, ມີພະນັກງານຫຼັກແຫຼ່ງຂອງເມືອງ, ພະນັກງານບໍານານ-ອາວຸໂສ, ປະທານແນວແຕ່ລະບ້ານ ແລະ ແຂກຮັບເຊິນຈາກສູນກາງ ແລະ ແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງ ແກ່ນທ້າວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ເຊິ່ງທ່ານໄດ້ກ່າວວ່າ: ການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງແມ່ນການປຸກລະດົມກໍາລັງແຮງທົ່ວປວງຊົນໃຫ້ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດໃຫ້ເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ, ມີຄວາມສາມັກຄີຢ່າງໜັກແໜ້ນ, ມີຄວາມເປັນເອກະພາບຂອງປະຊົນຊົນບັນດາເຜົ່າ, ຊັ້ນຄົນ, ສາດສະໜາ, ເພດ-ໄວ ໂດຍເລີ່ມຈາກຄອບຄົວ ແລະ ຮາກຖານບ້ານເຊິ່ງເປັນພື້ນຖານໃຫ້ແກ່ການສ້າງບ້ານພັດທະນາ, ອັນໄດ້ເຮັດໃຫ້ເມືອງ ແກ່ນທ້າວ ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ທົ່ວເມືອງມີເງິນກອງທຶນ 4 ກອງທຶນ, ມີສະມາຊິກ 745 ຄົນ, ມີທຶນ 2 ຕື້ກວ່າກີບ, ມີຄອບຄົວພັດທະນາ 8.257 ຄອບຄົວ, ເປັນບ້ານພັດທະນາແລ້ວ 34 ບ້ານ, ສໍາລັບຜົນການກວດກາປະເມີນການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ມີ 14 ບ້ານທີ່ຈັດຕັ້ງປະຕິບັດ ແລະ ໄດ້ປະກາດເປັນບ້ານສາມັກຄີປອງດອງແລ້ວ 100%, ຈໍານວນຄອບຄົວທີ່ໄດ້ກວດກາທັງໝົດ 8.107 ຄອບຄົວ ເທົ່າກັບ 93,47%, ໂດຍປະຕິບັດຕາມ 4 ມາດຖານຂອງຄອບຄົວສາມັກຄີປອງດອງຄື: ມາດຖານທີ1 ປະຕິບັດໄດ້ 95,27%, ມາດຖານ2 ປະຕິບັດໄດ້ 93,76%, ມາດຖານ3 ປະຕິບັດໄດ້ 94,31% ແລະ ມາດຖານ4 ປະຕິບັດໄດ້ 94,73% ແລະ 5 ມາດຖານຂອງບ້ານ: ມາດຖານທີ1 ປະຕິບັດໄດ້ 90,75%, ມາດຖານ2 ປະຕິບັດໄດ້ 90,15%, ມາດຖານ3 ປະຕິບັດໄດ້ 92,85%, ມາດຖານ4 ປະຕິບັດໄດ້ 93,15% ແລະ ມາດຖານ5 ປະຕິບັດໄດ້ 93,20%, ໃນພິທີໄດ້ມີການມອບໃບຢັ້ງຢືນເມືອງສາມັກຄີປອງດອງ, ໂດຍແມ່ນ ທ່ານພົງສະຫວັນ ສິດທະວົງ ເປັນຜູ້ມອບ ແລະ ຮັບໂດຍ ທ່ານອໍາຄາ ລັດສະໝີ ເຈົ້າເມືອງ ແກ່ນທ້າວ, ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ຮ່ວມລັ່ນຄ້ອງ 9 ບາດ, ຕັດແຖບຜ້າ, ເປີດປ້າຍນາມມະຍົດເມືອງສາມັກຄີປອງດອງ ແລະ ໄດ້ຮ່ວມກັນປ່ອຍປາລົງຝາຍນໍ້າຕໍາ.

…………………………..

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ