ພູມສັນຖານ

ພູມສັນຖານຂອງ ແຂວງ ໄຊຍະບູລີ

ແຂວງ ໄຊຍະບູລີຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງປະເທດລາວ, ເປັນແຂວງເກົ່າແກ່ດົນນານພໍສົມຄວນ, ຜ່ານການຄົ້ນຄວ້າວິໄຈດິນຈີ່ສິມວັດສີບຸນເຮືອງທີ່ເມືອງໄຊຍະບູລີ ເຫັນວ່າຮ່ອງ ຮອຍປະຫວັດສາດສິມດັ່ງກ່າວໄດ້ຮັບການສ້າງຕັ້ງປີ ຄສ 1450. ເປັນແຂວງຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງນອນຢູ່ເສັ້ນຂະໜານ 17° ຫາ 19°,9′ ແລະ ເສັ້ນແວງ 101°, 44′ ຕາເວັນອອກ ສະເລ່ຍຄວາມສູງຈາກລະດັບໜ້ານໍ້າທະເລ 323 ແມັດ, ທິດເໜືອຕິດກັບແຂວງ ບໍ່ແກ້ວ, ທິດຕາ ເວັນອອກຕິດກັບແຂວງ ອຸດົມໄຊ, ແຂວງ ຫຼວງພະບາງ ແລະ ແຂວງ ວຽງຈັນ. ຊາຍແດນທິດຕາ ເວັນຕົກຕິດກັບ 6 ແຂວງຂອງລາຊະອານາຈັກໄທ ( ແຂວງ ຊຽງລາຍ, ພະເຍົາ, ນ່ານ, ອຸດຕຣາດິດ, ພິດສະນຸໂລກ ແລະ ແຂວງ ເລີຍ, ມີຄວາມຍາວ 647 ກິໂລ ແມັດ ) ທົ່ວແຂວງມີເນື້ອທີ່ທັງໝົດ 16.389 ຕາຕະລາງແມັດ, ເນື້ອທີ່ສ່ວນໃຫຍ່ແມ່ນເປັນພູດອຍ, ເນື້ອທີ່ກະສິກໍາທີ່ບຸກເບີກແລ້ວມີ 49. 437 ເຮັກຕາ, ເນື້ອທີ່ສາມາດບຸນເບີກໄດ້ຕື່ມມີ 20.500 ເຮັກຕາ, ສ່ວນຫຼາຍແມ່ນນອນຢູ່ໃນ 3 ທົ່ງພຽງໃຫຍ່ຄື: ທົ່ງພຽງເມືອງ ໄຊຍະບູລີ 10. 519 ເຮັກຕາ, ທົ່ງພຽງເມືອງ ພຽງ 23.452 ເຮັກຕາ ແລະ ທົ່ງພຽງເມືອງ ຊຽງຮ່ອນ 14.190 ເຮັກຕາ. ພູມອາກາດມີ 2 ພາກທີ່ແຕກຕ່າງກັນຄື: ອາກາດພາກເໜືອແມ່ນກວມເອົາແຕ່ເຂດບ້ານ ນາຄະຍາງ ເມືອງປາກລາຍ ຂື້ນໄປຮອດເຂດເມືອງຄອບ, ຍິ່ງຂື້ນໄປເໜືອເທົ່າໃດອາກາດຍິ່ງເຢັນເທົ່ານັ້ນ, 4 ເມືອງໃຕ້ຂອງແຂວງອາກາດມີລັກ ສະນະຮ້ອນຄືກັບພາກກາງຂອງລາວ.

ຈຸດພິເສດຂອງແຂວງ

ແຂວງ ໄຊຍະບູລີມີພູມສັນຖານທີ່ສະຫຼັບຊັບຊ້ອນ, ອຸດົມສົມບູນໄປດ້ວຍຊັບພະຍາກອນ ທໍາມະຊາດນາໆຊະນິດ ເປັນແຂວງດິນດໍານໍ້າຊຸ່ມ, ມີເນື້ອທີ່ດິນກວ້າງຂວາງ ແລະ ຍາວຢຽດເໝາະສົມແກ່ການປູກຝັງ – ລ້ຽງສັດ ແລະ ປູກພືດອຸດສາຫະກໍາເຊັ່ນ: ຝ້າຍ, ສາລີ, ໝາກເດືອຍ, ມັນຕົ້ນ, ຖົ່ວຕ່າງໆ, ໝາກງາ, ໝາກຂາມຫວານ, ໝາກກ້ຽງ, ມີຫຼາຍບໍລິເວນເນື້ອທີ່ເປົ່າຫວ່າງ ແລະ ມີຫຍ້ານາໆຊະນິດ, ມີເງື່ອນໄຂເອື້ອອໍານວຍໃຫ້ແກ່ການລ້ຽງສັດໃຫຍ່ເຊັ່ນ: ເຂດພູໝ້ຽງ, ພູຕຸ່ຍ, ພູສໍາພັນ, ພູລ້ານ, ສາມັກຄີໄຊ, ນໍ້າແປ, ສະເຫຼີມໄຊ, ສະແມດ, ໄຊຊະນະ, ພູຟ້າ, ເຂດເມືອງປານາຈັນ ແລະ ບ່ອນອື່ນໆອີກ.

ແຂວງ ໄຊຍະບູລີ ມີດ່ານສາກົນ 3 ແຫ່ງຄື: ດ່ານນໍ້າເຫືອງ ເມືອງແກ່ນທ້າວ, ດ່ານພູດູ່ ເມືອງ ປາກລາຍ, ດ່ານນໍ້າເງີນ ເມືອງເງີນ, ກຽມຂະຫຍາຍດ່ານປາງມອນ, ເມືອງຄອບ ອີກຕື່ມ 1 ແຫ່ງ, ພ້ອມນັ້ນ ມີຂົວຂ້າມແມ່ນໍ້າຂອງ 3 ແຫ່ງ, ຊື່ງເປັນທ່າແຮງທີ່ໄດ້ປຽບໃນການພົວພັນການຄ້າ, ການລົງທຶນ, ການບໍລິການ ແລະ ການທ່ອງທ່ຽວ. ມີແມ່ນໍ້າຫຼາຍສາຍທີ່ເອື້ອອໍານວຍໃຫ້ແກ່ການຄົມມະນາຄົມຂົນສົ່ງ, ຕິດຕໍ່ພົວພັນກັນລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ; ພ້ອມດຽວກັນນີ້ກໍ່ໄດ້ເປັນທ່າແຮງບົ່ມຊ້ອນທີ່ໄດ້ປຽບ ໃນການສ້າງເປັນໂຮງງານໄຟຟ້ານໍ້າຕົກຂະ ໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫ່ຍຢູ່ຫຼາຍແຫ່ງເຊັ່ນ: ແກ້ງໂຈກນໍ້າຮຸ່ງ, ນໍ້າຕຽນເມືອງ ໄຊຍະບູລີ, ນໍ້າປຸຍເມືອງ ພຽງ, ນໍ້າພູນ ເມືອງ ປາກລາຍ, ນໍ້າຮໍາເມືອງ ບໍ່ແຕນ, ນໍ້າແກ່ນເມືອງ ຫົງສາ, ນໍ້າຍາງເມືອງ ເງິນ, ນໍ້າງຶ່ມເມືອງ ຊຽງຮ່ອນ, ນໍ້າຄອບເມືອງ ຄອບ, ນໍ້າຂອງ ແລະ ອື່ນໆ.
ຍ້ອນຈຸດພິເສດເງື່ອນໄຂທໍາມະຊາດຫຼາກຫຼາຍອຸດົມສົມບູນ ມີນໍ້າຕົກຕາດທີ່ສວຍສົດງົດງາມຫຼາຍແຫ່ງ, ມີປ່າໄມ້ຂຽວງາມປົກຄຸມຫຼາຍກວ່າ 50% ຂອງເນື້ອທີ່ທັງໝົດ ແລະ ມີທິວທັດທໍາມະຊາດຫຼາຍແຫ່ງທີ່ໜ້າຈັບໃຈ; ແຂວງໄຊຍະບູລີຈຶ່ງເປັນແຂວງທີ່ໜ້າດຶງດູດການທ່ອງທ່ຽວທໍາມະຊາດ ແລະທ່ອງທ່ຽວດ້ານວັດທະນະທໍາອີກດ້ວຍ.