ວາງສິລະລືກ ໂຄງການກໍ່ສ້າງຊົນລະປະທານ ອ່າງເກັນບນໍ້າ-ນໍ້າຊາງ ເມືອງແກ່ນທ້າວ ແຂວງໄຊຍະບູລີ

Jul 13, 2022 | ຂ່າວສານ

ໂຄງການກໍ່ສ້າງຊົນລະປະທານ ອ່າງເກັບນໍ້າ-ນໍ້າຊາງ ບໍລິເວນບ້ານຫ້ວຍເລິກ ເມືອງແກ່ນທ້າວ ແຂວງໄຊຍະລີ ແມ່ນການຈັດຕັ້ງປະຕິບັດນະໂຍບາຍການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສາທາລະນະລັດອິນເດຍ. ເປັນໂຄງການໜຶ່ງທີ່ຈະປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດພັດທະນາກະສິກໍາ ຮອດ 2025 ແລະ ວິໄສທັດ ຮອດປີ 2030, ແມ່ນແຜນງານຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າກະສິກໍາ ຫັນເປັນທັນສະໄໝ ດ້ວຍລະບົບການຜະລິດແບບຕ່ອງໂສ້ ນັບແຕ່ການຈັດຕັ້ງກຸ່ມຜະລິດ ແລະ ບໍລິຫານຈັດການນໍ້າ ລວມທັງການສືບຕໍ່ຂະບວນການຮັກສາຄຸນະພາບຜົນຜະລິດ ຫຼັງການເກັບກ່ຽວ ກ້າວໄປເຖິງການສ້າງຜະລິດຕະພັນກະສິກໍາຮັບໃຊ້ສັງຄົມ. ເຊິ່ງໂຄງການດັ່ງກ່າວ, ໄດ້ທຶນກູ້ຢືມ ຈາກທະນາຄານຂາອອກ-ຂາເຂົ້າ ປະເທດອິນເດຍ ມູນຄ່າ 14,76 ລ້ານໂດລາສະຫະລັດ. ມອບໃຫ້ບໍລິສັດ ວິໄຈ ກຸມມານ ມີນຊ່າ ກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍຈະໄດ້ກໍ່ສ້າງເຂື່ອນດິນ ທີ່ມີຄວາມສູງ 30 ແມັດ, ມີຄວາມຍາວ 222 ແມັດ, ກໍ່ສ້າງຮ່ອງລະບາຍນໍ້າລົ້ນ, ລະບົບປະຕູນໍ້າ, ຄອງເໝືອງສົ່ງນໍ້າ ແລະ ອາຄານຕ່າງໆຕາມຄອງເໝືອງ ກໍານົດການກໍ່ສ້າງ 24 ເດືອນໃຫ້ສໍາເລັດ ແລະ ສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດລະດູຝົນ 1.020 ເຮັກຕາ, ລະດູແລ້ງ 850 ເຮັກຕາ ປະຊາຊົນ ຈໍານວນ 280 ຄອບຄົວ ຈາກ 6 ບ້ານ ໄດ້ຮັບຜົນປະໂຫຍດຈາກໂຄງການ.

ພິທີ ວາງສິລະລື ການກໍ່ສ້າງ ໂຄງການເຂື່ອນເກັບນໍ້າ-ນໍ້າຊາງ ແລະ ພັດທະນາລະບົບຊົນລະປະທານ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດຂຶ້ນໃນຮູບແບບທາງໄກ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບ້ານຫ້ວຍເລິກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໂດຍມີທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ປອ ຣາຊກູມ່າ ລານຈັນ ຊິງ (Dr. Rajkumar Ranjan Singh) ຮອງລັດຖະມົນຕີກະຊວງການຕ່າງປະເທດອິນເດຍ, ທ່ານ ດິນກ່າ ອາສທານ່າ ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ, ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ,ຮອງພະແນກຈາກສູນກາງ ແລະ ທ້ອງຖິ່ນ, ຜູ້ອໍານວຍການໃຫຍ່ ບໍລິສັດ ວິໄຈ ກຸມມານ ມີນຊ່າ ກໍ່ສ້າງ, ມີອົງການປົກຄອງບ້ານ ແລະ ປະຊາຊົນ ບໍລິເວນຫ້ວຍເລິກ-ວັງປາ ເຂົ້າຮ່ວມນໍາ.

…………………..

ຂ່າວ: ຫ້ອງການ ຖວທ ເມືອງແກ່ນທ້າວ