ສະຫະພັນແມ່ຍິງຂົງເຂດວັດທະນະທໍາ-ສັງຄົມປາຖະກະຖາວັນແມ່ຍິງລາວ ຄົບຮອບ 67 ປີ

Jul 13, 2022 | ຂ່າວສານ

ພິທີປາຖະກະຖາຫວນຄືນປະຫວັດວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1955 – 20 ກໍລະກົດ 2022) ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2022 ນີ້ ຢູ່ທີ່ຫ້ອງປະຊຸມພະແນກ ສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ. ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ນາງ ບົວຈັນ ພັນທະວົງ ກໍາມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ມີປະທານສະຫະພັນແມ່ຍິງຮາກຖານ, ຫົວໜ້າໜ່ວຍ, ຄະນະຮາກຖານ, ຄະນະໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງໃນຂົງເຂດວັດທະນະທໍາ-ສັງຄົມເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ບົວຈັນ ພັນທະວົງ ກໍາມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ ໄດ້ໃຫ້ກຽດຂຶ້ນປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 1955, ເຊິ່ງໄດ້ຍົກໃຫ້ເຫັນການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ເວົ້າເຖິງການເຄື່ອນໄຫວທີ່ພົ້ນເດັ່ນ ຂອງສະຫະພັນແມ່ນຍິງລາວເຊັ່ນ: ການປະກອບສ່ວນຂອງແມ່ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໄລຍະປີ 1955-1975, ການປະກອບສ່ວນຂອງແມ່ຍິງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄລຍະ 1975-2021 ແລະ ສະຫະພັນແມ່ຍິງລາວໄດ້ຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ ພ້ອມທັງໄດ້ຮັບຟັງການຜ່ານຜົນງານທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງແຂວງ. ຈຸດປະສົງ ກໍ່ເພື່ອທົບທວນຫວນຄືນປະຫວັດມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວກໍ່ຄືແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືພາລະກິດພັດທະນາແມ່ຍິງຕະຫຼອດໄລຍະ 67 ປີ ທີ່ຜ່ານມາ.

………………..

ຂ່າວ: ມະໄລວັນ