ຫ້ອງວ່າການແຂວງ ໄຊຍະບູລີ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2022

Mar 20, 2023 | ຂ່າວສານ

ໃນຕອນບ່າຍຂອງວັນທີ 16 ມີນາ ປີນີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ, ໂດຍການເປັນປະທານຂອງທ່ານ ພອນສະຫວັນ ໄຊສົມພັນ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດວງຕາ ໄຊວຸດ, ຮອງເລຂາພັກ ແຂວງ ໄຊຍະບູລີ, ຜູ້ຊີ້ນໍາພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ທ່ານ ສີລິ ວັດທະນາ ກໍາມະການພັກແຂວງ, ຫົວໜ້າພະແນກ ພາຍໃນແຂວງ, ມີຄະນະຫ້ອງວ່າການ, ຫົວໜ້າ, ຮອງຫົວໜ້າຂະແໜງ, ມີພະນັກງານອາວຸໂສບໍານານ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ພອນສະຫວັນ ໄຊສົມພັນ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນຂອງຫ້ອງວ່າການ, ເຊິ່ງທ່ານໄດ້ກ່າວວ່າ: ຫ້ອງວ່າການແຂວງມີພະນັກງານ-ລັດຖະກອນທັງໝົດ 74 ທ່ານ, ຍິງ 32 ທ່ານ, ມີ 4 ຂະແໜງ, ການຈັດຕັ້ງປະຕິບັດວຽກງານປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນຫ້ອງວ່າການແຂວງ ປະຈໍາປີ 2022 ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດບົນພື້ນຖານການຈັດຕັ້ງປະຕິບັດຕາມບາດກ້າວ ແລະ ຂັ້ນຕອນຂອງການປະເມີນຢ່າງຄົບຖ້ວນ, ປີຜ່ານມາ​ຫ້ອງວ່າການແຂວງມີພະນັກງານ-ລັດຖະກອນເຂົ້າຮ່ວມປະເມີນທັງໝົດມີ 64 ທ່ານ, ຍິງ 28 ທ່ານ, ສາ​ມາດ​ເລືອກ​ເຟັ້ນ ແລະ ຈັດ​ແບ່ງ​ປະ​ເພດ​ພະ​ນັກ​ງານລັດຖະກອນ ຢູ່ໃນລະດັບດີຫຼາຍ 51 ທ່ານ, ຍິງ 21 ທ່ານ, ທ່ານ ເທົ່າກັບ 79 %, ລະດັບດີ 13 ທ່ານ, ຍິງ  7 ທ່ານ ເທົ່າກັບ 21 %, ໃນນີ້ບໍ່ໄດ້ຈັດເຂົ້າຮ່ວມການປະເມີນມີເຫດຜົນຈໍານວນ 10 ທ່ານ, ຍິງ 4 ທ່ານ, (ການນໍາຂັ້ນສູງ 4 ທ່ານ) ໄປຍົກລະດັບວິຊາສະເພາະຢູ່ ສປຈີນ 2 ທ່ານ, ຍິງ 2 ທ່ານ, ໄປຍົກລະດັບທິດສະດີການເມືອງ ແລະ ການປົກຄອງພາຍໃນແຂວງ 1 ທ່ານ, ຍິງ 1 ທ່ານ, ໄປຝຶກອົບຮົມພາສາຈີນ 1 ທ່ານ, ຍິງ 1 ທ່ານ, ພະນັກງານໃໝ່ ຈໍານວນ 2 ທ່ານ, ໃນກອງປະຊຸມຍັງໄດ້ມີການປະດັບຫຼຽນໄຊແຮງງານຊັ້ນ III, ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ ໃຫ້ບຸກຄົນ ແລະ ກົມກອງດີເດັ່ນ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງໃນໄລຍະ 5 ປີຜ່ານມາຄື: ປະດັບຫຼຽນໄຊແຮງງານຊັ້ນ III ມີ 23 ທ່ານ, ຫຼຽນກາແຮງມີ 36 ທ່ານ ແລະ ໃບຍ້ອງຍໍລັດຖະບານມີ 28 ທ່ານ, ໃຫ້ກຽດປະດັບຫຼຽນ ແລະ ມອຍໃບຍ້ອງຍໍ ໂດຍ ທ່ານ ດວງຕາ ໄຊວຸດ, ໂອກາດດຽວກັນທ່ານຍັງໄດ້ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງພາຍໃນຫ້ອງວ່າການ ເຊິ່ງທ່ານໄດ້ເໜັ້ນໜັກໃຫ້ເພີ່ມທະວີ ສຶກສາອົບບຮົມວຽກງານການເມືອງ-ແນວຄິດ, ຄົ້ນຄວ້າຮ່ຳຮຽນ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນໍາພາຂອງຄະນະຫ້ອງວ່າການໃນການນຳພາ-ຊີ້ນໍາທຸກຂະແໜງການ, ການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະ ຕ້ອງມີການສະຫຼຸບຖອດຖອນລົດຮຽນ ດ້ານດີ, ດ້ານອອ່ນ-ຂໍ້ຄົງຄ້າງ ພ້ອມທັງຂໍຄຳເຫັນຈາກຂັ້ນເທີງສາຍຕັ້ງ ແລະ ສາຍຂວາງ ໃຫ້ເປັນປົກກະຕິ, ເອົາໃຈໃສ່ເຮັດໜ້າທີ່ເປັນເສນາທິການ, ເປັນຜູ້ບໍລິຫານ ແລະ ເປັັນຜູ້ບໍລິການຮັບໃຊ້ທີ່ດີໃຫ້ແກ່ການນໍາ, ສືບຕໍ່ປັບປຸງກົງຈັກ ການຈັດຕັ້ງໃຫ້ມີຄວາມເໝາະສົມ ໂດຍການຊັບຊ້ອນ, ຈັດວາງພະນັກງານໃຫ້ຖືກກັບຄວາມຮູ້ຄວາມສາມາດ ແລະ ໜ້າທີ່ວິຊາສະເພາະ, ຕ້ອງເພີ່ມທະວີການນໍາພາ ອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933