ອົງຄະນະພັກເມືອງ ປາກລາຍ ແຂວງ ໄຊຍະບູລີ ຈັດກອງປະຊຸມ ກາງສະໄໝ

Dec 13, 2022 | ຂ່າວສານ

ພາຍຫຼັງທີ່ໄດ້ດໍາເນີນຊີວິດການເມືອງ, ສໍາຫຼວດກວດກາ ແລະ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຂອງບັນດາສະຫາຍໃນຄະນະບໍລິຫານງານພັກມາເປັນເວລາ 4 ວັນ ຈຶ່ງໄດ້ຈັດກອງປະຊຸມ ກາງສະໄໝຂອງອົງຄະນະພັກເມືອງ ປາກລາຍ ແຂວງ ໄຊຍະບູລີ ສະໄໝ  VIII ຂຶ້ນ ໃນຕອນເຊົ້າຂອງວັນທີ 7 ທັນວາ 2022, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ກອງສີ ວົງສີ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ປາກລາຍ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີທີມງານຂອງແຂວງ, ມີການນໍາຫຼັກແຫຼ່ງຂອງເມືອງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງເມືອງ, ມີເລຂາພັກບ້ານ, ນາຍບ້ານທົ່ວເມືອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນທົບທວນຕີລາຄາຄືນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VIII ຜົນງານໃນແຕ່ລະດ້ານທີ່ຍາດມາໄດ້, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນ ໃນການຈັດຕັ້ງ​ນຳ​ພາປະຕິບັດແນວທາງນະໂຍບາຍຂອງພັກ, ພ້ອມນີ້ກອງປະຊຸມຍັງໄດ້ຮັບຟັງ ແລະ ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບຕີ​ລາ​ຄາ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​​ ຄັ້ງ​ທີ VIII ຂອງ​ອົງ​ຄະ​ນະ​ພັກ​ເມືອງ​ ກາງ​ສະ​ໄໝ, ບົດ​ສະຫຼຸບ​ຕີ​ລາ​ຄາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ, ການປະກອບຄໍາເຫັນຂອງບັນດາຕົວແບບຕ່າງໆເປັນຕົ້ນແມ່ນຕົວແບບດ້ານການປູກ, ການລ້ຽງ ແລະ ການບໍລິການອື່ນໆ, ໄລຍະຜ່ານມາເມືອງ ປາກລາຍພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກເມືອງແມ່ນມີຄວາມສະຫງົບປອດໄພຮອບດ້ານ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນລະດັບ 7,2 %, ທຽບໃສ່ຄາດໝາຍປະຕິບັດໄດ້ 90 %, ລວມຍອດລາຍຮັບພາຍໃນເມືອງໄດ້ທັງໝົດ 1.984 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໜື່ງໄດ້ 26 ລ້ານກວ່າກີບ ຫຼື ເທົ່າກັບ 1.966 ໂດລາ /ຄົນ/ປີ, ທຽບໃສ່ຄາດໝາຍປະຕິບັດໄດ້ 54,55%, ຈັດເກັບລາຍຮັບເຂົ້າງົບປະມານໄດ້ 20 ຕື້ກວ່າກີບ ທຽບໃສ່ຄາດໝາຍປະຕິບັດໄດ້ 52,31%, ຕອນທ້າຍຂອງກອງປະຊຸມແມ່ນໄດ້ຮັບຟັງການໂອ້ລົມຂອງສະຫາຍ ເລຂາພັກແຂວງ, ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ໄດ້ເໜັ້ກໜັກໃຫ້ຄະນະພັກເມືອງ ແລະ ການນໍາທຸກພາກສ່ວນຂອງເມືອງຈົ່ງສືບຕໍ່ສຶກສາອົບຮົມ ການເມືອງແນວຄິດ ໃຫ້ແກ່ຖັນແຖວພະນັກງານ, ສະມະຊິກພັກ, ປະຊາຊົນບັນດາເຜົ່າໃຫ້ເປັນພົນລະເມືອງດີ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຂອງບ້ານ, ເມືອງ ເຮັດໃຫ້ບັນຫາຫຍໍ້ທໍ້ທີ່ເກີດຂຶ້ນລຸດນ້ອຍຖອຍລົງ, ມີສະຕິຕໍ່ການປັ່ນປ່ວນມ້າງເພ ໂດຍການສວຍໃຊ້ບັນຫາຊົນເຜົ່າ, ບັນຫາສາສະໜາ, ຢາເສບຕິດ ແລະ ປະກົດການຫຍໍ້ທໍ້ອື່ນໆ, ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ແຜນ​ງົບ​ປະ​ມານ​ແຫ່ງ​ລັດ ຕິດ​ພັນ​ກັບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ ວາ​ລະ​ແຫ່ງ​ຊາດ​ວ່າ​ດ້ວຍການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ ດ້ານ​ເສດ​ຖະ​ກິດ-ການ​ເງິນ​ ແລະ ສຸມໃສ່ນໍາພາປະຊາຊົນ ຈັດຕັ້ງປະຕິບັດໂຄງການພັດທະນາຢູ່ບ້ານ, ການຂະຫຍາຍການຜະລິດເປັນສິນຄ້າ, ສ້າງລາຍໄດ້ເຂົ້າຄອບຄົວ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933