ເຈົ້າແຂວງ ໄຊຍະບູລີ ຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 160

Nov 30, 2022 | ຂ່າວສານ

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງນັ້ນ, ໃນຕອນບ່າຍຂອງວັນທີ 29 ພະຈິກ ປີນີ້, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄຊຍະບູລີ ໄດ້ຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 160 ທີ່ຂຶ້ນກັບກອງບັນຊາການທະຫານແຂວງ ໄຊຍະບູລີ, ກ່ອນອື່ນ ທ່ານ ພັຕ ຄໍາພວງ ສໍສາຍນໍ້າສານ ຫົວໜ້າການທະຫານກອງຮ້ອຍຊາຍແດນ 160 ໄດ້ລາຍງານສະພາບການປະຕິບັດໜ້າທີ່ຂອງກົມກອງໂດຍສັງເຂບ, ທ່ານໄດ້ກ່າວວ່າ: ກອງຮ້ອຍຊາຍແດນ 160 ເປັນກອງຮ້ອຍທີ່ສ້າງຕັ້ງຂຶ້ນໃໝ່ໃນວັນທ 1 ສິງຫາ 2022 ນີ້, ກອງຮ້ອຍດັ່ງກ່າວຕັ້ງຢູ່ເມືອງ ບໍ່ແຕນ, ເຮັດໜ້າທີ່ໃນການປ້ອງກັນຊາຍແດນ, ຮັບຜິດຊອບ 2 ເມືອງຄືເມືອງ ແກ່ນທ້າວ ແລະ ເມືອງ ບໍ່ແຕນ, ລວມມີ 9 ບ້ານ, ພາຍຫຼັງທີ່ສ້າງຕັ້ງກອງຮ້ອຍນີ້ຂຶ້ນກໍ່ໄດ້ເຮັດໜ້າທີ່ໃນການປ້ອງກັນແນວຊາຍແດນໃນຂອບເຂດທີ່ຮັບຜິດຊອບ, ນອກນີ້ຍັງໄດ້ຮ່ວມກັບກໍາລັງປກສເມືອງໃນການປະຕິບັດວາລະແຫ່ງຊາດວ່າດ້ວຍຢາເສບຕິດ,

ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ຄະນະບັນຊາ ກອງຮ້ອຍ ທີ່ມີຄວາມຕັດສິນໃຈສູງໃນການເຮັດໜ້າທີ່ວຽກງານວິຊາສະເພາະທີ່ຂັ້ນເທິງໄດ້ມອຍໝາຍໃຫ້ດ້ວຍຄວາມຮັບສູງ ແລະ ມີຜົນສໍາເລັດ, ພ້ອມທັງໄດ້ເໜັ້ນໜັກໃຫ້ເອົາໃຈໃສ່ເພີ່ມເຕີມໃນການລາດຕະເວນຕາມແນວຊາຍແດນເປັນປະຈໍາ ຮັບປະກັນຂອບເຂດທີ່ຮັບຜິດຊອບນັ້ນໃຫ້ມີຄວາມສະຫງົບຮອບດ້ານ, ເອົາໃຈໃສ່ໃນການຊ່ອງແສງລາຍງາຍສະພາບການໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ສືບຕໍ່ກໍ່ສ້າງເຮືອນນອນຂອງອ້າຍນ້ອງ, ຫ້ອງການ ແລະ ສະໂມສອນໃຫ້ສໍາເລັດ, ນອກນີ້ກໍ່ຕ້ອງເອົາໃຈໃສ່ໃນການສ້າງພາລາທິການກັບທີ່ດ້ວຍການປູກ, ການລ້ຽງ ຕາມທ່າແຮງ ແລະ ຈຸດພິເສດຂອງທ້ອງຖິ່ນ, ເພື່ອເຮັດໃຫ້ກົມກອງເປັນກົມກອງຕົວແບບ, ໂອກາດດັ່ງກ່າວທ່ານເຈົາແຂວງກໍ່ໄດ້ມອບເງິນສົດເພື່ອຊ່ວຍໃນການກໍ່ສ້າງອາຄານຕ່າງໆຂອງກົມກອງຈໍານວນ 36 ລ້ານກີບ, ມອບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອຸປະໂພ-ບໍລິໂພກ, ຕິດຕາມເຂົ້າຢ້ຽມຢາມຄັ້ງນີ້ຍັງມີ ທ່ານ ພົຈວ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ໄຊຍະບູລີ, ມີທ່ານ ສົມສະໜຸກ ໄຊອຸດົມ ວ່າການເຈົ້າເມືອງ ບໍ່ແຕນ ແລະ ການນໍາຂອງເມືອງຈໍານວນໜຶ່ງ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933