ເມືອງ ຫົງສາ ສໍາເລັດກອງປະຊຸມ ກາງສະໄໝທີ VIII ຂອງອົງຄະນະພັກ

Jan 4, 2023 | ຂ່າວສານ

 

ກອງປະຊຸມ ກາງສະໄໝທີ VIII ຂອງອົງຄະນະພັກ ເມືອງ ຫົງສາ ແຂວງ ໄຊຍະບູລີ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 28 ທັນວາ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ນາງ ດາວວິນ ລາດສະກິດ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົງສາ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ໜ່ວຍປະຕິບັດງານຂັ້ນແຂວງ, ມີບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ລັດວິສາຫະກິດ, ມີພະນັກງານອາວຸໂສບໍານານ ແລະ ເລຂາພັກບ້ານ, ນາຍບ້ານທົ່ວເມືອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວແມ່ນໄດ້ພ້ອມກັນທົບທວນຕີລາຄາຄືນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VIII ຜົນງານໃນແຕ່ລະດ້ານທີ່ຍາດມາໄດ້, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນ ໃນການຈັດຕັ້ງ​ນຳ​ພາປະຕິບັດແນວທາງນະໂຍບາຍຂອງພັກ, ພ້ອມນີ້ກອງປະຊຸມຍັງໄດ້ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຂອງບັນດາຫ້ອງການ, ກົມກອງ, ລັດວິສາຫະກິດ, ຄອບຄົວຕົວແບບດ້ານຕ່າງໆ ແລະ ໄດ້ຮັບຮອງເອົາ ຮ່າງບົດສະຫຼຸບຕີ​ລາ​ຄາ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​​ ຄັ້ງ​ທີ VIII ຂອງ​ອົງ​ຄະ​ນະ​ພັກ​ກາງ​ສະ​ໄໝ, ບົດ​ສະຫຼຸບ​ຕີ​ລາ​ຄາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ຫົງສາ ກາງ​ສະ​ໄໝ​ທີ VIII, ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ກ່ອນອື່ນແມ່ນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ອົງຄະນະພັກເມືອງຍາດມາໄດ້, ພ້ອມທັງໄດ້ເນັ້ນໜັກໃຫ້ອົງຄະນະພັກຈົ່ງສືບຕໍ່ສຶກສາອົບຮົມ ການເມືອງແນວຄິດ ໃຫ້ແກ່ຖັນແຖວພະນັກງານ, ສະມະຊິກພັກ, ປະຊາຊົນບັນດາເຜົ່າໃຫ້ເປັນພົນລະເມືອງດີ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຂອງບ້ານ, ເມືອງ ເຮັດໃຫ້ບັນຫາຫຍໍ້ທໍ້ທີ່ເກີດຂຶ້ນລຸດນ້ອຍຖອຍລົງ, ມີສະຕິຕໍ່ການປັ່ນປ່ວນມ້າງເພ ໂດຍການສວຍໃຊ້ບັນຫາຊົນເຜົ່າ, ບັນຫາສາສະໜາ, ຢາເສບຕິດ ແລະ ປະກົດການຫຍໍ້ທໍ້ອື່ນໆ, ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ແຜນ​ງົບ​ປະ​ມານ​ແຫ່ງ​ລັດ ຕິດ​ພັນ​ກັບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ ວາ​ລະ​ແຫ່ງ​ຊາດ​ວ່າ​ດ້ວຍການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ ດ້ານ​ເສດ​ຖະ​ກິດ-ການ​ເງິນ​ ແລະ ສຸມໃສ່ນໍາພາປະຊາຊົນ ຈັດຕັ້ງປະຕິບັດໂຄງການພັດທະນາຢູ່ບ້ານ ແລະ ຂະຫຍາຍການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ກວ້າງຂວາງເພື່ອສ້າງລາຍຮັບເຂົ້າຄອບຄົວ.

 

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933