ເມືອງ ໄຊຍະບູລີ ດໍາເນີນກອງປະຊຸມ ກາງສະໄໝທີ IX ຂອງອົງຄະນະພັກ

Jan 3, 2023 | ຂ່າວສານ

 

ພາຍຫຼັງທີ່ໄດ້ດໍາເນີນຊີວິດການເມືອງ, ສໍາຫຼວດກວດກາ ແລະ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຂອງບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ ໄຊຍະບູລີ ສະໄໝທີ IX ເປັນເວລາ 2 ວັນຜ່ານມາ ຈຶ່ງໄດ້ຈັດກອງປະຊຸມກາງສະໄໝທີ IX ຂອງອົງຄະນະພັກຂຶ້ນ ໃນຕອນເຊົ້າຂອງວັນທີ 29 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ບຸນແທນ ທີແກ້ວ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ໄຊຍະບູລີ,  ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີສະຫາຍ ດວງຕາ ໄຊວຸດ, ຮອງເລຂາພັກແຂວງ, ມີໜ່ວຍປະຕິບັດງານຂອງແຂວງ, ມີບັນດາສະຫສຍໃນຄະນະບໍລິຫານງານພັກເມືອງ, ມີເລຂາຄະນະພັກຮາກຖານຫ້ອງການ, ກົມກອງ, ມີພະນັກງານອາວຸໂສບໍານານ, ຜູ້ປະກອບການ ແລະ ເລຂາພັກບ້ານ, ນາຍບ້ານທົ່ວເມືອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຜູ້​ແທນແມ່ນໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ​​ຕີ​ລາ​ຄາ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​​ ຄັ້ງ​ທີ IX ຂອງ​ອົງ​ຄະ​ນະ​ພັກ​ເມືອງ​ໄຊ​ຍະ​ບູລີ, ແຜນພັດທະນາເສດຖະກິດ-ສັງຄົມ ​ແຕ່​ປີ 2020-2022 ແລະ ທິດທາງແຜນການ ແຕ່​ປີ 2023 – 2024; ກອງປະຊຸມຍັງໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ,ທີ່​ພາ​ໃຫ້​ມີ​ຈຸດ​ອ່ອນ ບົດຮຽນທີ່ຖອດຖອນໄດ້ໃນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາຜົນສຳເລັດໃນການນຳພາ-ຊີ້ນຳ 3 ປີຜ່ານມາ, ໂດຍລວມແລ້ວໄລຍະຜ່ານມາເມືອງ ໄຊຍະບູລີ ແມ່ນໄດ້ສຸມໃສ່ນໍາພາຂຸດຄົ້ນທ່າແຮງບົ່ມຊ້ອນຈຸດ​ພິ​ເສດ​ຂອງ​ເມືອງເຂົ້າໃນການພັດທະນາເສດຖະກິດ ຢ່າງຕັ້ງໜ້າເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 7% ຕໍ່ປີ; ລວມຍອດລາຍຮັບພາຍໃນເມືອງທັງໝົດ 2,7 ຕື້ກີບ ສະເລ່ຍໃສ່ຫົວຄົນໜື່ງໄດ້ 32,8 ລ້ານກີບ, ເທົ່າ 1.930 ໂດລາ​ຕໍ່ຄົນ​ຕໍ່ປີ ທຽບ​ໃສ່​ມະຕິ​ກອງ​ປະຊຸມ​​ໃຫຍ່ ​ຍັງ​ບໍ່​ທັນ​ບັນລຸ 1,6%, ເອົາໃຈໃສ່ແກ້ໄຂຄວາມທຸກຍາກ ຕາມດຳລັດ 348/ລບ ຮອດປະຈຸບັນ ບັນລຸ 15.115 ຄອບຄົວ ເທົ່າກັບ 96,50%, ບ້ານພົ້ນທຸກຕາມ 08 ມາດຖານ ໄດ້ 75 ບ້ານ ເທົ່າກັບ 96,2%, ຄອບຄົວພັດທະນາຕາມ 19 ຕົວຊີ້ບອກ ບັນລຸແລ້ວ 14.203 ຄອບຄົວ ​ແລະ ສ້າງບ້ານພັດທະນາຕາມມາດຕະຖານ 88 ຕົວຊີ້ບອກ ໄດ້ 2 ບ້ານ, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍເລຂາພັກແຂວງຕື່ມອີກ ແລະ ໄດ້ດໍາເນີນກອງປະຊຸມ 1 ວັນ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933