ແຂວງ ໄຊຍະບູລີ ດໍາເນີນກອງປະຊຸມ ຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 8 ສະໄໝທີ VII

Jan 24, 2023 | ຂ່າວສານ

         
ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ເປີດກວ້າງ ຄັ້ງທີ 8 ສະໄໝທີ VII ໄດ້ເປີດຂຶ້ນໃນວັນທີ 23 ມັງກອນນີ້ທີ່ສະໂມສອນ ຫ້ອງວ່າການແຂວງ, ໂດຍການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
         
ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວໃນໂອກາດເປີດກອງປະຊຸມວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງນີ້ ເປັນການປະເມີນຜົນການຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານພັກແຂວງ ຕິດພັນກັບການສະຫຼຸບການຊີ້ນໍາວຽກຮອບດ້ານປະຈໍາປີ2022, ດໍາເນີນຊີວິດການເມືອງຄະນະບໍລິຫານງານພັກແຂວງປະຈໍາປີ2022 ເພື່ອໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້ຂາດຕົກບົກຜ່ອງໃນການນໍາພາ ຂອງຄະນະພັກແຕ່ລະຂັ້ນ, ພ້ອມກັນຄົ້ນຄວ້າ ແລະ ເອກະພາບກ່ຽວກັບທິດທາງມາດຕະການສູ້ຊົນຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸຄາດໝາຍວາງໄວ້; ກອງປະຊຸມຈະໄດ້ດໍາເນີນເປັນເວລາ 4 ວັນເຕັມ ແລະ ຈະໄດ້ລົງເລິກຕີລາຄາການນໍາພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ, ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຕ່າງໆ ທຽບໃສ່ນິຕິກໍາທີ່ຂັ້ນເທິງວາງອອກ, ຕີລາຄາວຽກງານກວດກາພັກ-ລັດ, ວຽກງານອົງການຈັດຕັ້ງມະຫາຊົນໃນໄລຍະຜ່ານມາ, ທິດທາງແຕ່ນີ້ຮອດປີ2024 ແລະ ຮອດກອງປະຊຸມໃຫຍ່ຄັ້ງທີ VIIIຂອງອົງຄະນະພັກແຂວງ; ຕີລາຄາການນໍາພາ-ຊີ້ນໍາ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ-ການເງິນປີ 2022 ແລະ ທິດທາງແຜນການປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ.
ຈາກນັ້ນ, ກອງປະຊຸມຈະໄດ້ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກ, ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIIປະຈໍາປີ 2022 ພ້ອມກັນຕີລາຄາ, ປະກອບຄໍາຄິດ-ຄໍາເຫັນຕໍ່ການນໍາພາ-ຊີ້ນໍາ, ຄວາມຮັບຜິດຊອບໜ້າທີ່ການເມືອງ ໄລຍະຜ່ານມາ ແລະ ຈະໄດ້ແບ່ງໜ່ວຍ ດໍາເນີນຊີວິດການເມືອງ ເພື່ອສໍາຫຼວດບຸກຄົນພາຍໃນຄະນະພັກ, ຕີລາຄາແບ່ງປະເພດ ຂອງຄະນະບໍລິຫານງານພັກແຂວງ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933