Jan 3, 2023 | ຂ່າວສານ

ກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ແຂ່ງຂັນຍ້ອງຍໍ ທົ່ວແຂວງ ໄຊຍະບູລີ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 19 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີບັນດາທ່ານໃນຄະນະບໍລິຫານງານພັກແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງ, ມີພະນັກງານອາວຸໂສບໍານານ ແລະ ນາຍທະຫານ-ຕໍາຫຼວດເຂົ້າຮ່ວມ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ໄລຍະຜ່ານມາແຂວງ ໄຊຍະບູລີແມ່ນໄດ້ເອົາໃຈພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ, ແນ່ໃສ່ເຮັດໃຫ້ລະບົບການເມືອງຢູ່ຮາກຖານ ມີຄວາມເຂັ້ມແຂງໜັກແໜ້ນ ເປັນເຈົ້າການນໍາພາປະຕິບັດແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຢູ່ຮາກຖານ ເປັນຕົ້ນການແກ້ໄຂຄວາມທຸກຍາກ, ຄວາມຫຼ້າຫຼັງ, ຄວາມບໍ່ສະເໝີພາບ ຄວາມບໍ່ຍຸດຕິທໍາ ແລະ ສະພາບຫຍໍ້ທໍ້ຕ່າງໆໃນສັງຄົມ ຊື່ງເປັນປັດໄຈພື້ນຖານ ເພື່ອຮັບປະກັນການມີສະຖຽນນະພາບທາງດ້ານການເມືອງ, ແນໃສ່ເຮັດໃຫ້ຫົວໜ່ວຍພັກຮາກຖານ ມີຄວາມເຂັ້ມແຂງ ໜັ້ກແໜ້ນ, ສາມາດປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງ, ສ້າງເສດຖະກິດ ເພື່ອແກ້ໄຂຄວາມທຸກຍາກ, ສາມາດກຸ້ມຕົນເອງ, ເພິ່ງຕົນເອງ ເທື່ອລະກ້າວ, ຜ່ານການຈັດຕັ້ງປະຕິບັດຕົວຈິງໄລຍະ 5 ປີຜ່ານມາ ບັນດາການຈັດຕັ້ງໃນລະບົບການເມືອງຂັ້ນຮາກຖານ ໂດຍສະເພາະຮາກຖານພັກ ມີຄວາມເຕີບໃຫຍ່ດ້ານປະລິມານ ແລະ ຄຸນນະພາບ, ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ເຮັດໃຫ້ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນໄດ້ຮັບການສຶກສາອົບຮົມ ກ່ຽວກັບແນວທາງ, ນະໂຍບາຍ ຂອງພັກ, ລະບຽບ ແລະ ກົດໝາຍ ຂອງລັດ ຢ່າງກວ້າງຂວາງ; ເສດຖະກິດ-ສັງຄົມຢູ່ຮາກຖານ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັນສໍາຄັນແມ່ນພື້ນຖານໂຄງລ່າງໄດ້ຮັບການພັດທະນາ, ການສ້າງບ້ານໃຫຍ່ໃຫ້ມີສີສັນຂອງຕົວເມືອງນ້ອຍຢູ່ຊົນນະບົດມີບາດກ້າວຂະຫຍາຍຕົວ, ປະຊາຊົນບັນດາເຜົ່າສ່ວນຫຼາຍ ໄດ້ຮັບການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ແລະ ມີລາຍຮັບເພີ່ມຂຶ້ນ, ອັດຕາສ່ວນຄອບຄົວ ແລະ ບ້ານພົ້ນທຸກ ເພີ່ມຂຶ້ນເທື່ອລະກ້າວ, ປະຈຸບັນມີຄອບຄົວບັນລຸມາດຕະຖານພົ້ນທຸກແລ້ວ 72.727 ຄອບຄົວກວມ 92,18%, ບໍ່ບັນລຸ 6.164 ຄອບຄົວ, ບັນລຸມາດຖານຄອບຄົວພັດທະນາ 62.195 ຄອບຄົວ ກວມ 78,83%, ບໍ່ບັນລຸ 16.696 ຄອບຄົວ, ບ້ານພົ້ນທຸກແລ້ວ 359 ບ້ານ, ກວມ 83,48%, ບໍ່ທັນບັນລຸ 71 ບ້ານ, ບ້ານບັນລຸມາດຕະຖານພັດທະນາມີ 53 ບ້ານ ກວມ 12,32%, ບໍ່ບັນລຸ 378 ບ້ານ, ສ້າງບ້ານໃຫຍ່ຕົວເມືອງນ້ອຍໃນຊົນນະບົດບັນລຸມາດຕະຖານແລ້ວ 8 ບ້ານ; ເມືອງບັນລຸມາດຕະຖານພົ້ນທຸກ 7 ເມືອງ, ບໍ່ບັນລຸ 4 ເມືອງ, ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການປະກອບຄໍາເຫັນຈາກບັນດາເມືອງ, ພະແນກການ, ກົມກອງ, ຄອບຄົວຕົວແບບດ້ານຕ່າງໆ, ຈະໄດ້ມີການຍ້ອງຍໍຜົນງານດີເດັ່ນໃນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ໃນ 5 ປີ ແລະ ດໍາເນີນເປັນເວລາ 2 ວັນເຄິ່ງຈຶ່ງສໍາເລັດ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933