ພິທີສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ 3 ບ້ານຄື: ບ້ານ ກໍ່, ບ້ານ ສະປິ ແລະ ບ້ານ ສາລາ ເມືອງ ໄຊສະຖານ ແຂວງ ໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໄຊສະຖານ, ເຂົ້າຮ່ວມເປັນປະທານໂດຍ: ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ທັງເປັນປະທານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຂວງ ໄຊຍະບູລີ, ເຂົ້າຮ່ວມມີ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງ ກອງພົນທະຫານຮາບທີ2, ມີຄະນະກອງບັນຊາການທະຫານແຂວງ, ປກສແຂວງ, ມີຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ຮ້ອຍເອກ ສໍອຸໄທ ໄຊວິເສດ ຫົວໜ້າໜ່ວຍປະຕິບັດງານ 202 ກໍ່ສ້າງຮາກຖານ ກອງພົນທະຫານຮາບທີ2 ປະຈໍາກຸ່ມບ້ານກໍ່ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຢູ່ 3 ບ້ານຂອງເມືອງ ໄຊສະຖານ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນແຕ່ລະຂົງເຂດວຽກງານ, ການປະຕິບັດງານຂອງກອງດັ່ງກ່າວແມ່ນໄດ້ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ ເຊິ່ງກວມເອົາ 3 ບ້ານຄື: ບ້ານ ກໍ່, ບ້ານ ສະປິ ແລະ ບ້ານ ສາລາ, ປະກອບມີ 393 ຄອບຄົວ, ມີພົນລະເມືອງ 2,329 ຄົນດ ຍິງ 1,164 ຄົນ, ມີ 4 ໜ່ວຍພັກ, ມີສະມາຊິກພັກ 59 ສະຫາຍ, ສໍາຮອງ 3 ສະຫາຍ, ມີຄອບຄົວກຸ້ມກິນ 300 ຄອບຄົວ, ເທົ່າກັບ 69% ແລະ ຄອບຄົວທຸກຍາກມີ 31 ຄອບຄົວ, ເທົ່າກັບ 31%, ໄລຍະ 12 ປີຜ່ານມາໄດ້ນໍາພາປະຊາຊົນທໍາການຜະລິດເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຜະລິດເປັນສິນຄ້າລົງສູ່ຕະຫຼາດ, ໄດ້ກວດກາປະເມີນຜົນຕາມມາດຖານບ້ານພົ້ນທຸກ ສາມາດສະຫຼຸບໄດ້ຄື: ທັງ 3 ບ້ານ ມີມາດຖານພົ້ນທຸກ 8 ມາດຖານ ສາມາດບັນລຸໄດ້ 6 ມາດຖານທັງ 3 ບ້ານ ເທົ່າກັບ 75%, ທັງ 3 ບ້ານແມ່ນສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໄດ້ 100%, ນອກນີ້ຍັງໄດ້ປຸກລະດົມໃຫ້ປະຊາຊົນປະລະຮີດຄອງທີ່ເຊື່ອຖືງົມງວາຍ, ປຸກລະດົມໃຫ້ນໍາເອົາລູກຫຼານໃນເກນອາຍຸໃຫ້ໄດ້ຮຽນໜັງສື ແລະ ສົ່ງເສີມໃຫ້ປະຊາຊົນໄດ້ຮັບການບໍລິການດ້ານສາທາລະນະສຸກຈາກແພດໝໍ, ໃນພິທີຍັງໄດ້ຮັບຟັງການປະກອບຄໍາເຫັນຂອງນາຍບ້ານ 3 ບ້ານ ແລະ 3 ກອງບັນຊາການ, ພ້ອມດຽວກັນກໍ່ໄດ້ມອບໃບຍ້ອງຍໍຂັ້ນແຂວງ ແລະ ຂັ້ນເມືອງໃຫ້ກົມກອງ ແລະ ບຸກຄົນດີເດັ່ນທີ່ມີຜົນງານໃນການປະກອບສ່ວນວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຂອງ 2 ກໍາລັງຄື: ຍ້ອງຍໍຂັ້ນແຂວງມີ 3 ກົມກອງ ແລະ ບຸກຄົນ 36 ຄົນ ໂດຍແມ່ນທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ເປັນຜູ້ມອບ ແລະ ຂັ້ນເມືອງມີ 3 ກົມກອງ, ບຸກຄົນ 55 ຄົນ ໂດຍແມ່ນ ທ່ານ ສີສະໝອນ ນາມວົງ ວ່າກນເຈົ້າເມືອງ ໄຊສະຖານ ເປັນຜູ້ມອບ ແລະ ຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ທັງເປັນປະທານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຂວງ ໄຊຍະບູລີ ຕື່ມອີກ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ
ໂທ: 22126933