ໃນຕອນບ່າຍຂອງວັນທີ 15 ສິງຫາ ປີນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ຕ້ອນຮັບ ທ່ານ Kobayashi KEMCHI ເອກະອັກລາຊະທູດ ຢີ່ປຸ່ນປະຈຳລາວ ແລະ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດທະມົນຕີ ກະຊວງ ສາທາລະນະສຸກ ພ້ອມຄະນະ, ທີ່ຫ້ອງຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ກ່ອນອື່ນ ທ່ານ Kobayashi KEMCHI ເອກະອັກລາຊະທູດ ຢີ່ປຸ່ນປະຈຳລາວ ຕາງໜ້າໃຫ້ທີມງານໄດ້ສະເໜີຈຸດປະສົງທີ່ລົງມາເຮັດວຽກຢູ່ແຂວງ ໄຊຍະບູລີ ຄັ້ງນີ້, ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ລາຍງານສະພາບການພັດທະນາທີ່ພົ້ນເດັ່ນຂອງແຂວງໂດຍສັງເຂບ, ພ້ອມທັງໄດ້ສະແດງຄວາມຂອບຕໍ່ລັດຖະບານຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອແຂວງ ໄຊຍະບູລີ ໃນໄລຍະຜ່ານມາເປັນຕົ້ນແມ່ນ: ຊ່ວຍສ້າງ ໂຮງໝໍນ້ອຍ, ສຸກສາລາ, ອຸປະກອນການແພດ ແລະ ກໍ່ສ້າງລະບົບນໍ້າລິນ ຢູ່ບັນດາເມືອງຂອງແຂວງ ໄຊຍະບູລີ, ໂອກາດດຽວກັນກໍ່ໄດ້ນໍາພາທີມງານດັ່ງກ່າວເຂົ້າຢ້ຽມຢາມໂຮງໝໍແຂວງ ໄຊຍະບູລີ, ພ້ອມທັງໄດ້ຮັບຟັງການເຄື່ອນໄຫວວຽກງານ ບໍລິການ – ການປິ່ນປົວ ໂດຍຫຍໍ້ຂອງໂຮງໝໍແຂວງໄຊຍະບູລີ ຈາກ ທ່ານ ດຣ ຄຸນສະຫວັດ ເສນາພັນ ອໍານວຍການໂຮງໝໍ ເຊິ່ງທ່ານໄດ້ກ່າວວ່າ: ໃນໄລຍະ 6 ເດືອນຜ່ານມາ ໂຮງໝໍແຂວງ ໄຊຍະບູລີ ສາມາດ ກວດ ແລະ ປິ່ນປົ່ວຄົນເຈັບໄດ້ທັງໝົດ 20.413 ເທື່ອຄົນ, ໃນນີ້ມີຄົນເຈັບກວດເຂດນອກ 13.969 ເທື່ອຄົນ, ເຂົ້ານອນ 6.444 ເທື່ອຄົນ, ອັດຕາການຕາຍ 1,07%, ຜ່າຕັດທັງໝົດ 1,609 ກໍລະນີທຽບ, ໃນນັ້ນຜ່າຕັດໃຫ່ຍ 689 ກໍລະນີ, ຜ່າຕັດກາງ 179 ກໍລະນີ, ຜ່າຕັດນ້ອຍ ແລະ ລ້າງບາດ 639 ກໍລະນີ, ກວດວິເຄາະທັງໝົດ 25.664 ເທື່ອຄົນ, ກວດເອໂກ 2.570 ເທຶ່ອຄົນ, ແທກກະແສຫົວໃຈ 2.282 ເທື່ອຄົນ, ຊ່ອງໄຟຟ້າ 3.533 ເທື່ອຄົນ, ກວດຊອກຄົ້ນຫາເຊື້ອວັນນະໂລກ 696 ຄົນ, ຈຳນວນແມ່ມານກວດຄັ້ງທີ່ 1 ມີ 570 ຄົນ, ກວດຄັ້ງທີ່ 4 ມີ 404 ຄົນ, ຈໍານວນຄົນມາເກີດລູກ 706 ຄົນ ແລະ ເກີດດ້ວຍການ ຜ່າຕັດ 105 ຄົນ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ
ໂທ: 22126933