Goals for development

ເປົ້າໝາຍ 1: ເສດຖະກິດເຕີບໂຕຢ່າງມີຄຸນນະພາບ, ສົມດູນ ແລະຍືນຍົງ

ສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ ມີຄວາມເຂັ້ມແຂງ ໝັ້ນທ່ຽງ; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃນການສ້າງ ແລະ ດຳເນີນທຸລະກິດ; ພັດທະນາຈຸນລະວິສາຫະກິດ, ຂະຫນາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່; ປັບປຸງໂຄງສ້າງເສດຖະກິດ ໄປຕາມການຫັນເປັນອຸດສາຫະກຳ

ຂະແຫນງການກ່ຽວຂ້ອງ

  • ກະສິກຳ
  • ອຸດສາຫະກຳ
  • ພະລັງງານ ບໍ່ແຮ່
  • ໂທລະຄົມມະນາຄົມ
  • ຍທຂ

ເປົ້າໝາຍ 2: ຊັບພະຍາກອນມະນຸດມີຄຸນນະພາບດີ

ສຸມໃສ່ຈັດຕັ້ງປະຕິບັດ ດັດຊະນີ ຊັບສິນມະນຸດ HAI;  ປັບປຸງການສຶກສາໃຫ້ມີຄຸນນະພາບສູງ;  ສ້າງ ແລະ ຍົກລະດັບສີມືແຮງງານໃນຫລາຍສາຂາ;  ສ້າງ ແລະ ປັບປຸງໂຮງຮຽນວິຊາຊີບ, ແລະ ສູນພັດທະນາ ສີມືແຮງງານ;  ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ພັດທະນາ ນະວັດຕະກຳໃໝ່

ຂະແຫນງການກ່ຽວຂ້ອງ

  • ສາທາ: ແມ່ ແລະ ເດັກ, ຮສຂ
  • ສຶກສາ
  • ພັດທະນາສີມືແຮງງານ
  • ຄົ້ນຄວ້າວິທະຍາສາດ

ເປົ້າໝາຍ 3: ຊີວິດການເປັນຢູ່ ໄດ້ຮັບການຍົກລະດັບ ໃຫ້ດີຂຶ້ນ

ປັບປຸງ ແລະ ສະຫນອງການບໍລິການ ດ້ານສາທາລະນຸປະໂພກ ໃຫ້ທົ່ວເຖິງ;   ພັດທະນາຕົວເມືອງ ໃຫ້ມີຄວາມປອດໄພ ແລະ ໜ້າຢູ່;   ພັດທະນາຊົນນະບົດໄປສູ່ທັນສະໄຫມ, smart farming;   ສົ່ງເສີມສິດສະເຫມີພາບ ຍິງ-ຊາຍ, ຊາວຫນຸ່ມ ແລະຜູ້ອາວຸໂສ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ

ຂະແຫນງການກ່ຽວຂ້ອງ

  • ອຸປະກອນ ດ້ານສາທາລະນຸປະໂພກ
  • ພັດທະນາ ແລະ ບໍລິຫານຕົວເມືອງ
  • ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ
  • ສະຫວັດດີການສັງຄົມ

ເປົ້າໝາຍ 4: ການພັດທະນາ ໄປຕາມທິດສີຂຽວ ແລະ ເປັນມິດ ຕໍ່ສິ່ງແວດລ້ອມ

ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນ ທຳມະຊາດ ໃຫ້ມີຄວາມຍືນຍົງ;   ຈັດສັນ ແລະ ຂຶ້ນທະບຽນທີ່ດິນ ໃນຂອບເຂດທົ່ວປະເທດ;   ສ້າງຄວາມສອດຄ່ອງກົມກຽວ ບັນດາຂະແຫນງການຈຸດສຸມບຸລິມະສິດ;   ສ້າງຄວາມພ້ອມ ໃນການຮັບມື ແລະ ປ້ອງກັນໄພພິບັດ, ປັບປຸງນິຕິກຳ ແລະ ກົນໄກຮັບມື

ຂະແຫນງການກ່ຽວຂ້ອງ

  • NRM
  • APF
  • ຈັດສັນ ແລະ ຂຶ້ນທະບຽນທີ່ດິນ
  • ອ່າງໂຕ່ງ
  • ແຜນໂຕ້ຕອບ ແລະ ປ້ອງກັນໄພພິບັດ

ເປົ້າໝາຍ 5: ການຮ່ວມມື, ເຊື່ອມໂຍງ, ເຊື່ອມຈອດພາຍໃນ ກັບພາກພື້ນ ແລະ ສາກົນ

ຊຸກຍູ້ການພົວພັນຮ່ວມມື, ຂົນຂວາຍ ແລະ ຍາດແຍ່ງການຊ່ວຍເຫລືອ ຈາກເພື່ອນທິດ ແລະ ອົງການຈັດຕັ້ງສາກົນ ເພື່ອປະກອບສ່ວນພັດທະນາ;   ເປັນເຈົ້າການເຂົ້າຮ່ວມ ໃນຂະບວນກາຮເຊື່ອມໂຍງພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ;   ສືບຕໍ່ແຜນການຮ່ວມມ ຂົງເຂດບຸລິມະສິດ ຂອງແຜນແມ່ບົດ “ນຶ່ງແລວ ນຶ່ງເສັ້ນທາງ”

ຂະແຫນງການກ່ຽວຂ້ອງ

  • ຂົນສົ່ງໂດຍສານ ມວນຊົນທີ່ທັນສະໄຫມ
  • ພື້ນຖານໂຄງລ່າງ
  • ຂົນສົ່ງແລວທາງເສດຖະກິດ

ເປົ້າໝາຍ 6: ການຄຸ້ມຄອງບໍລິຫານລັດ ມີປະສິດທິພາບ

ປັບປຸງກົນໄກການປະສານງານລະຫວ່າງຂະແຫນງ ການດ້ວຍກັນ ໃຫ້ມີຄວາມເປັນເອກະພາບ ແລະ ວ່ອງໄວຂຶ້ນ;   ສ້າງ ແລະ ປັບປຸງລະບຽບການຕ່າງໆ ໃຫ້ສອດຄ່ອງ ແລະ ຮັດກຸມ;   ສືບຕໍ່ ຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ໃຫ້ມີປະສິດທິຜົນ;   ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ…

ຂະແຫນງການກ່ຽວຂ້ອງ

  • ປະສານງານຂອງຂະແຫນງການ
  • ປັບປຸງກົງຈັກລັດ
  • ປັບປຸງລະບຽບການ
  • ໂຄສະນາເຜີຍແຜ່ກົດຫມາຍ
  • ການບັງຄັບໃຊ້ກົດຫມາຍ
  • ການເຊື່ອມສານການພັດທະນາສີຂຽວ