Phiang District

ສະພາບລວມຂອງເມືອງ

ເມືອງພຽງ ເປັນເມືອງກາງ ຫ່າງຈາກເທດສະບານແຂວງ ມາທາງທິດໃຕ້ 52 ກມ, ມີເນື້ອທີ່ທັງໝົດ 2.826 ກມ2 ( 282.600 ເຮັກຕາ )ໃນນີ້: ມີປ່າສະຫງວນ 72 ແຫ່ງ ເນື້ອທີ່ 45.326 ເຮັກຕາ ກວມເອົາ 16,04 % ຂອງເນື້ອທີ່ທັງໝົດ; ໃນນີ້ ປ່າສະຫງວນແຫ່ງຊາດ 1.259 ເຮັກຕາ, ປ່າສະຫງວນຂອງເມືອງ 974 ເຮັກຕາ ແລະ ປ່າສະຫງວນຂອງບ້ານ 43.093 ເຮັກຕາ, ປ່າປ້ອງກັນ 36 ຕອນ ເນື້ອທີ່ 20.040 ເຮັກຕາ, ປ່າຄຸ້ມຄອງ 48 ຕອນ ເນື້ອທີ່ 23.375 ເຮັກຕາ, ປ່າຜະລິດ 2 ຕອນ ເນື້ອທີ່ 116.989 ເຮັກຕາ, ປ່າຟື້ນຟູ 45.561 ເຮັກຕາ, ເນື້ອທີ່ປູກໄມ້ທັງຫມົດ 2.706 ເຮັກຕາ; ທົ່ວເມືອງມີເນື້ອທີ່ປົກຫຸ້ມທັງໝົດ 208.983 ເຮັກຕາ ກວມເອົາ 74 % ຂອງເນື້ອທີ່ທັງໝົດ ເພີ່ມຂຶ້ນ 4% ທຽບໃສ່ຄາດ ໝາຍປະຕິບັດໄດ້ 98%; ເມືອງພຽງຕັ້ງຢູ່ໃນລະດັບຄວາມສູງຈາກຫນ້ານໍ້າທະເລແຕ່ 340-1.300 ແມັດ ມີຊາຍແດນຕິດຈອດກັບບັນດາເມືອງຕ່າງໆ ແລະ ປະເທດເພື່ອນບ້ານຄື:

  • ທິດເຫນືອຕິດກັບເມືອງໄຊຍະບູລີ.
  • ທິດໃຕ້ຕິດກັບເມືອງປາກລາຍ ແລະ ເມືອງທົ່ງມີໄຊ.
  • ທິດຕາເວັນອອກຕິດກັບເມືອງປາກລາຍ ແລະເມືອງໄຊຍະບູລີ.
  • ທິດຕາເວັນຕົກຕິດກັບເມືອງລາດສະອານາຈັກໄທ ມີເສັ້ນຊາຍແດນຍາວ 90 ກມ, ມີ 25 ຫລັກໝາຍຊາຍແດນ.

ເມືອງພຽງຕັ້ງຢູ່ທາງພາກກາງຂອງແຂວງໄຊຍະບູລີ, ເປັນເມືອງທີ່ມີເນື້ອທີ່ຮາບພຽງກວມເອົາເປັນສ່ວນໃຫຍ່ ແລະ ມີຄວາມຄ້ອຍຊັນໃນລະດັບຕັ້ງແຕ່ 25 % ຈົນເຖິງ 45 % ເປັນເງື່ອນໄຂອຳນວຍຄວາມສະດວກ ແກ່ການຜະລິດກະສິກຳ ( ປູກຝັງ ແລະ ສ້ຽງສັດ ); ສະພາບພື້ນທີ່ຂອງເມືອງມີລັກສະນະຕົ້ນຕໍຄືດັ່ງນີ້:

  • ການບໍລິການສັງຄົມມີຄວາມສະດວກຫລາຍດ້ານ ​​ເໝາະ​ສົມແກ່​ການ​ຜະລິດ​ດ້ານ​ກະ​ສິ​ກຳ ( ປູກເຂົ້າ ), ລ້ຽງສັດ ແລະ ການບໍລິການ ( ຮ້ານອາຫານ, ບ້ານພັກ ແລະ ຄ້າຂາຍ )​.
  • ສໍາລັບເຂດອື່ນເຊັ່ນ: ເຂດ​ລຽບ​ຕາມເສັ້ນທາງ ​ເລກ 4 ຫາເມືອງ ປາກລາຍ, ​ຊາຍ​ແດນປະເທດໄທ, ແຄມນໍ້າ​ປຸຍ, ເຂດນາແວນ ສ່ວນຫນຶ່ງແມ່ນນອນຢູ່ໃນປ່າສະຫງວນແຫ່ງຊາດ ເປັນເຂດພູພຽງ ແລະ ເປັນພູດອຍ, ເຂດ​ດັ່ງ​ກ່າວ​​​ເໝາະ​ສົມ​ແກ່​ການລ້ຽງສັດ​ປະ​ເພດ​ງົວ​, ຄວາຍ​, ແບ້ ແລະ ປູກພືດສິນຄ້າປະເພດໝາກເດືອຍ, ສາລີ ແລະ ໝາກງາ.
  • ສະ​ພາບ​ອາ​ກາດ​ຢູ່​ເມືອງພຽງ ມີ​ລັກ​ສະ​ນະ​ຊຸ່ມເຢັນ ​ອຸນ​ນະ​ພູມສະເລ່ຍ 25° c ( ຕໍ່າສຸດ 13° C, ສູງສຸດ 37° C ),  ສະເລ່ຍປະ​ລິ​ມານ​ນ້ຳ​ຝົນ​ແມ່ນ1.000 ຫາ 1.300 ມມ​/​ປີ​.

ທົ່ວ​ເມືອງ​ມີ 51 ບ້ານ ໄດ້ກໍານົດເປັນບ້ານຊົນະບົດ 22 ບ້ານ ກວມເອົາ 43,14%, ບ້ານຕົວເມືອງ ມີ 29 ບ້ານ ກວມເອົາ 56,86%, ການຈັດລຳດັບບ້ານທີ່ເປັນເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານໂດຍຈັດເປັນ 2 ປະ​ເພດຄື: ບ້ານປະເພດ II ມີ 2 ບ້ານ ກວມ​ເອົາ 3,92% ແລະ ບ້ານປະເພດ III ມີ 6 ບ້ານ ກວມ​ເອົາ 11,76% ແລະ ບໍ່ຖືກຈັດລຳດັບມີ 43 ບ້ານ ກວມ​ເອົາ 84,​32%. ປະກອບມີ 959 ໜ່ວຍຄຸ້ມຄອງ, ມີ 11.436 ຄອບຄົວ, ມີພົນລະເມືອງທັງໝົດ 62.449 ຄົນ, ຍິງ 30.619 ຄົນ; ມີ 8 ເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນຄື: 

  • ເຜົ່າລາວ830 ຄົນ, ຍິງ 19.039 ຄົນ ກວມ​ເອົາ 62,18​% ຂອງ​ຈຳນວນ​ພົນລະ​ເມືອງ​ທັງ​ໝົດ.
  • ເຜົ່າມົ້ງ 451 ຄົນ, ຍິງ  5.134 ຄົນ ກວມ​ເອົາ 16,74 ​% ຂອງ​ຈຳນວນ​ພົນລະ​ເມືອງ​ທັງ​ໝົດ.
  • ເຜົ່າກືມມຸ 221 ຄົນ,​ ຍິງ 1.214 ຄົນ ກວມ​ເອົາ 9,96 ​% ຂອງ​ຈຳນວນ​ພົນລະ​ເມືອງ​ທັງ​ໝົດ.
  • ເຜົ່າລື້395 ຄົນ, ຍິງ 1.214 ຄົນ ກວມ​ເອົາ 3,84% ຂອງ​ຈຳນວນ​ພົນລະ​ເມືອງ​ທັງ​ໝົດ.
  • ເຜົ່າໄຕດຳ711 ຄົນ, ຍິງ 832 ຄົນ ກວມ​ເອົາ 2,74 ​% ຂອງ​ຈຳນວນ​ພົນລະ​ເມືອງ​ທັງ​ໝົດ.
  • ເຜົ່າຍວນ 978 ຄົນ, ຍິງ 463 ຄົນ ກວມ​ເອົາ 1,75​% ຂອງ​ຈຳນວນ​ພົນລະ​ເມືອງ​ທັງ​ໝົດ.
  • ເຜົ່າໄປຣ່ 937 ຄົນ, ຍິງ 452 ຄົນ ກວມ​ເອົາ 1,6 ​% ຂອງ​ຈຳນວນ​ພົນລະ​ເມືອງ​ທັງ​ໝົດ.
  • ເຜົ່າອິວມຽນ 926 ຄົນ, ຍິງ 469 ຄົນ ກວມ​ເອົາ 1,57 ​% ຂອງ​ຈຳນວນ​ພົນລະ​ເມືອງ​ທັງ​ໝົດ.

 

ປະຊາກອນພາຍໃນເມືອງໃນເກນອາຍຸ 0-5 ປີກວມເອົາ 9,9%, ເກນອາຍຸ 6-10 ປີ ກວມເອົາ 8,7 %, ເກນອາຍຸ 11-14 ປີ ກວມເອົາ 6,5%, ເກນອາຍຸ 15-17 ປີ ກວມເອົາ 5,5%, ເກນອາຍຸ 18-19 ປີກວມເອົາ 4,3%, ເກນອາຍຸແຕ່ 20-24 ກວມເອົາ 10,1%, ເກນອາຍຸ 25-29 ປີ ກວມເອົາ 12,1%, ເກນອາຍຸ 30-34 ປີ ກວມເອົາ 9,9%, ເກນອາຍຸແຕ 35-39 ປີ ກວມເອົາ 8,5%, ເກນອາຍຸແຕ່ 40-49 ປີ ກວມເອົາ 6,1%, ເກນອາຍຸ 50-54 ປີ ກວມເອົາ 3,8%, ເກນອາຍຸ 55-59 ປີ ກວມເອົາ 3,5%, ເກນອາຍຸ 60-64 ປີ ກວມເອົາ 2,2%, ເກນອາຍຸແຕ່ 65 ປີ ຂື້ນໄປກວມເອົາ 4,2%.